ເຢເຣມີຢາ 9:8 - ພຣະຄຳພີສັກສິ8 ລີ້ນພວກເຂົາເປັນດັ່ງລູກທະນູນຳສູ່ຄວາມຕາຍ ພວກເຂົາເວົ້າຈາປາໄສຕົວະຍົວະຢູ່ເລື້ອຍໆ. ທຸກຄົນເວົ້າຕໍ່ເພື່ອນບ້ານຢ່າງສັນເພື່ອນມິດທີ່ດີ ແຕ່ຈິດໃຈແທ້ຈິງ ພັດມີອຸບາຍກຳລັງວາງໄວ້. Uka jalj uñjjattʼäta |
ພວກເຂົາລ້ວນແຕ່ເຮັດໃຫ້ໝູ່ເພື່ອນຫລົງຜິດໄປ ບໍ່ມີແມ່ນແຕ່ຄົນດຽວບອກຄວາມຈິງໃຫ້ກັນຮູ້; ພວກເຂົາໄດ້ຝຶກແອບລີ້ນຂອງພວກເຂົາໃຫ້ເວົ້າຕົວະ ພວກເຂົາຈະບໍ່ຍອມເຊົາການບາບຂອງພວກເຂົາ. ພວກເຂົາກໍ່ຄວາມຮຸນແຮງຂຶ້ນ ແລະກໍ່ອີກເທື່ອໃໝ່ ແລະກໍ່ການຫລອກລວງຂຶ້ນ ແລະກໍ່ອີກທີ. ພວກເຂົາຕ່າງກໍພາກັນປະຕິເສດທີ່ຈະຮັບຮູ້ເຮົາ ອົງພຣະຜູ້ເປັນເຈົ້າກ່າວວ່າພວກເຂົາປະຖິ້ມພຣະອົງແລ້ວ.