ເຢເຣມີຢາ 9:7 - ພຣະຄຳພີສັກສິ7 ເພາະເຫດນີ້ແຫຼະ ພຣະເຈົ້າຢາເວ ອົງຊົງຣິດອຳນາດຍິ່ງໃຫຍ່ຈຶ່ງກ່າວວ່າ, “ເຮົາຈະຫລອມປະຊາຊົນຂອງເຮົາ ດັ່ງທີ່ເຮົາຫລອມໂລຫະ ແລະໃຫ້ພວກເຂົາປະເຊີນກັບການທົດລອງ ມີຫຍັງແດ່ທີ່ຊ່ວຍເຫລືອ ເມື່ອພວກເຂົາມັກເຮັດຊົ່ວ? Uka jalj uñjjattʼäta |
ອິດສະຣາເອນເອີຍ ເຈົ້າຄືລູກທີ່ຮັກຂອງເຮົາ ເປັນເດັກນ້ອຍທີ່ເຮົາຮັກແພງຫລາຍແທ້ໆ. ເມື່ອເຮົາເອີ່ຍເຖິງເຈົ້າຄືເອີ່ຍເຖິງຊື່ເຈົ້າຍາມໃດ ເຮົາກໍມີຄວາມຮັກແລະຄິດເຖິງເຈົ້າຍາມນັ້ນ; ຈິດໃຈເຮົາຄິດເຖິງແຕ່ເຈົ້າຢູ່ສະເໝີມາ ເຮົາບັງຄັບເຮົາເອງບໍ່ໃຫ້ເມດຕາເຈົ້າບໍ່ໄດ້.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ແລ້ວເຮົາກໍຈະທົດສອບເບິ່ງປະຊາຊົນສ່ວນທີສາມ ທີ່ລອດຊີວິດຢູ່ນັ້ນ ແລະເຮົາຈະຫລໍ່ຫລອມພວກເຂົາໃຫ້ບໍຣິສຸດ ດັ່ງເງິນທີ່ຖືກຫລໍ່ຫລອມດ້ວຍໄຟ. ເຮົາຈະທົດສອບເບິ່ງພວກເຂົາ ດັ່ງມະນຸດທົດສອບເບິ່ງຄຳ. ພວກເຂົາຈະພາວັນນາອະທິຖານໃນນາມຊື່ຂອງເຮົາ ແລະເຮົາຈະຕອບພວກເຂົາ. ເຮົາຈະບອກວ່າ, ‘ພວກເຂົາເປັນປະຊາຊົນຂອງເຮົາ.’ ແລະພວກເຂົາກໍຈະກ່າວວ່າ, ‘ພຣະເຈົ້າຢາເວ ເປັນພຣະເຈົ້າຂອງພວກເຮົາ.”’