4 ທຸກຄົນຕ້ອງເຝົ້າຈ້ອງເບິ່ງກັນດ້ວຍຄວາມສົງໄສ ແລະບໍ່ມີຜູ້ໃດໄວ້ວາງໃຈອ້າຍເອື້ອຍນ້ອງຂອງຕົນໄດ້; ພວກເຂົາທຸກຄົນຫລອກລວງ ເກັ່ງຄືຢາໂຄບຫລອກລວງ ທຸກຄົນຕ່າງກໍປະຫັດປະຫານໝູ່ເພື່ອນຂອງຕົນຖິ້ມ.
ຊາຍນັ້ນເວົ້າວ່າ, “ຊື່ຂອງເຈົ້າຈະບໍ່ແມ່ນຢາໂຄບອີກຕໍ່ໄປ. ເຈົ້າໄດ້ຕໍ່ສູ້ກັບພຣະເຈົ້າ ແລະມະນຸດ ແລະເຈົ້າຊະນະ; ສະນັ້ນ ຊື່ຂອງເຈົ້າຈະແມ່ນອິດສະຣາເອນ.”
ຂ້ານ້ອຍຈະກຳຈັດທຸກຄົນທີ່ຊຸບຊິບເລື່ອງບໍ່ດີ ແລະຈະບໍ່ໂຍະຍານໃຫ້ແກ່ຄົນອວດຕົວຈອງຫອງດ້ວຍ.
ແລະເປັນຜູ້ທີ່ບໍ່ເວົ້າໃຫ້ຄົນອື່ນເສຍຫາຍ ບໍ່ເຮັດຜິດຕໍ່ໝູ່ຄູ່ແລະບໍ່ກ່າວຂວັນນິນທາເພື່ອນບ້ານ.
ຜູ້ທີ່ອຳຄວາມກຽດຊັງໄວ້ ກໍເປັນຄົນຂີ້ຕົວະ ຜູ້ທີ່ຫາເວົ້າຂວັນຄົນ ກໍເປັນຄົນໂງ່ຈ້າ.
ການໃສ່ຮ້າຍຄົນອື່ນເປັນເໝືອນດາບ ໄມ້ຄ້ອນ ຫລືລູກທະນູອັນແຫລມຄົມທີ່ທຳລາຍຄົນ.
ຄົນຊົ່ວບໍ່ຫ່ອນນອນຫລັບໄດ້ຈົນກວ່າພວກເຂົາໄດ້ໄປເຮັດຜິດມາ. ພວກເຂົານອນມືນຕາ ຈົນກວ່າໄດ້ທຳຮ້າຍຄົນແລ້ວຈຶ່ງນອນຫລັບໄດ້.
ການຊົ່ວຊ້າແລະການຮຸນແຮງຄືເຄື່ອງກິນແລະເຄື່ອງດື່ມຂອງພວກເຂົາ.
ມີເຈັດຢ່າງທີ່ພຣະເຈົ້າຢາເວກຽດຊັງ ແລະຜ່ອນຜັນໃຫ້ບໍ່ໄດ້: ຕາທີ່ຈອງຫອງ ລີ້ນທີ່ເວົ້າຕົວະ ມືທີ່ຂ້າຄົນບໍ່ມີຄວາມຜິດ ໃຈທີ່ຄິດແຜນການຊົ່ວຮ້າຍ ຕີນທີ່ຟ້າວແລ່ນໄປເຮັດຊົ່ວ ຜູ້ທີ່ເວົ້າຄຳພະຍານບໍ່ຈິງຕໍ່ສູ້ຄົນອື່ນ ແລະຜູ້ທີ່ຫາເລື່ອງໃຫ້ພີ່ນ້ອງຜິດຖຽງກັນ.
ພວກຂ້ານ້ອຍທັງຫລາຍໄດ້ກະບົດຕໍ່ສູ້ພຣະເຈົ້າຢາເວ, ປະຖິ້ມພຣະອົງ ແລະບໍ່ຍອມຕິດຕາມພຣະອົງ. ພວກຂ້ານ້ອຍໄດ້ກົດຂີ່ຄົນອື່ນ ແລະຫັນໜີໄປຈາກພຣະເຈົ້າຂອງພວກຂ້ານ້ອຍ. ຄວາມຄິດຂອງພວກຂ້ານ້ອຍຜິດພາດ ແລະຄຳເວົ້າຂອງພວກຂ້ານ້ອຍກໍລ້ວນແຕ່ເປັນຄຳຕົວະ.
ພວກເຂົາໄດ້ນຳພາປະຊາຊົນເຫຼົ່ານີ້ໄປໃນທາງຜິດ ແລະເຮັດໃຫ້ພວກເຂົາສັບສົນວຸ້ນວາຍ.
ແມ່ນແຕ່ອ້າຍເອື້ອຍນ້ອງຂອງເຈົ້າກໍຍັງຫັກຫລັງ ພວກເຂົາເຂົ້າຮ່ວມກຸ່ມເພື່ອໂຈມຕີຕໍ່ສູ້ເຈົ້າ. ເຖິງວ່າພວກເຂົາເວົ້າຢ່າງເພື່ອນມິດກໍຕາມ ຢ່າວາງໃຈເຊື່ອທັງຢ່າເວົ້າຄຳໃດໆກັບພວກເຂົາດ້ວຍ.”
ພວກເຂົາເປັນຄົນກະບົດຢ່າງດື້ດ້ານ ແຂງດັ່ງທອງສຳຣິດແລະເຫລັກກ້າ. ພວກເຂົາທັງໝົດເປັນຄົນສໍ້ໂກງ ແລະທຽວຊອກຫາເວົ້າຂວັນຄົນ.
ລີ້ນພວກເຂົາເປັນດັ່ງລູກທະນູນຳສູ່ຄວາມຕາຍ ພວກເຂົາເວົ້າຈາປາໄສຕົວະຍົວະຢູ່ເລື້ອຍໆ. ທຸກຄົນເວົ້າຕໍ່ເພື່ອນບ້ານຢ່າງສັນເພື່ອນມິດທີ່ດີ ແຕ່ຈິດໃຈແທ້ຈິງ ພັດມີອຸບາຍກຳລັງວາງໄວ້.
ບາງຄົນໃສ່ຮ້າຍຄົນອື່ນເພື່ອໃຫ້ຖືກປະຫານ. ບາງຄົນກິນເຄື່ອງທີ່ໄດ້ຖວາຍບູຊາໃຫ້ບັນດາຮູບເຄົາຣົບແລ້ວ. ບາງຄົນກໍມີແຕ່ພໍໃຈຢູ່ກັບຣາຄະຕັນຫາ.
ຢ່າທຽວໄປທຽວມາໃສ່ຮ້າຍປ້າຍສີຄົນອື່ນ ຢ່າປອງຮ້າຍຕໍ່ຊີວິດເພື່ອນບ້ານ. ເຮົາແມ່ນພຣະເຈົ້າຢາເວ.
ພວກເຮົາທຸກຄົນມີພຣະບິດາອົງດຽວກັນບໍ່ແມ່ນບໍ? ບໍ່ແມ່ນພຣະເຈົ້າອົງດຽວກັນບໍ ທີ່ສ້າງພວກເຮົາທຸກຄົນ? ດ້ວຍເຫດໃດພວກເຮົາຈຶ່ງລະເມີດຄຳສັນຍາ ທີ່ພວກເຮົາມີຕໍ່ກັນແລະກັນ; ດ້ວຍເຫດໃດພວກເຮົາຈຶ່ງໝິ່ນປະໝາດພັນທະສັນຍາ ທີ່ພຣະເຈົ້າໄດ້ເຮັດກັບປູ່ຍ່າຕາຍາຍຂອງພວກເຮົາ?
ຈົ່ງລະວັງໃຫ້ດີ. ດ້ວຍວ່າ, ຈະມີຄົນຈັບພວກເຈົ້າຂຶ້ນສານ ແລະເຂົາຈະຂ້ຽນຕີພວກເຈົ້າໃນທຳມະສາລາຂອງພວກເຂົາ.
“ອ້າຍເອື້ອຍນ້ອງຈະມອບກັນແລະກັນໃຫ້ເຖິງແກ່ຄວາມຕາຍ ແລະພໍ່ກໍຈະເຮັດຢ່າງດຽວກັນຕໍ່ລູກ, ລູກຈະຫັນມາຕໍ່ສູ້ພໍ່ແມ່ຂອງຕົນໃຫ້ເຖິງແກ່ຄວາມຕາຍ.
ແມ່ນແຕ່ພໍ່ແມ່, ອ້າຍເອື້ອຍນ້ອງ, ພີ່ນ້ອງ ແລະມິດສະຫາຍກໍຈະມອບພວກເຈົ້າໄວ້ ແລະຈະໃຫ້ບາງຄົນໃນພວກເຈົ້າຖືກໂທດເຖິງຕາຍ.
ໃນເລື່ອງນີ້ ຢ່າໃຫ້ຄົນໃດລ່ວງເຮັດຜິດຕໍ່ພີ່ນ້ອງຄຣິສຕຽນຂອງຕົນ ຕາມທີ່ພວກເຮົາໄດ້ບອກພວກເຈົ້າໄວ້ກ່ອນແລ້ວ ແລະພວກເຮົາກໍໄດ້ເຕືອນພວກເຈົ້າຢ່າງໜັກແໜ້ນວ່າ ອົງພຣະຜູ້ເປັນເຈົ້າຈະລົງໂທດຄົນທີ່ເຮັດຜິດໃນເລື່ອງນີ້.