ເຢເຣມີຢາ 9:3 - ພຣະຄຳພີສັກສິ3 ພວກເຂົາຕຽມພ້ອມທີ່ຈະເວົ້າຕົວະຢູ່ສະເໝີ ຄວາມບໍ່ສັດຊື່ແທນຄວາມຈິງປົກຄອງດິນແດນນີ້.” ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຂອງເຮົາເຮັດຊົ່ວແລ້ວເຮັດຊົ່ວອີກ ທັງບໍ່ໄດ້ຮັບຮູ້ເຮົາວ່າເປັນພຣະເຈົ້າຂອງພວກເຂົາ.” Uka jalj uñjjattʼäta |
ຂ້າພະເຈົ້າເວົ້າຂຶ້ນວ່າ, “ຂ້ານ້ອຍໝົດຫວັງສາແລ້ວ ເຄາະກຳເປັນຂອງຂ້ານ້ອຍສາແລ້ວ ຍ້ອນຄຳເວົ້າທຸກຄຳທີ່ອອກຈາກປາກຂອງຂ້ານ້ອຍນັ້ນລ້ວນແຕ່ຊົ່ວມົວໝອງ ຂ້ານ້ອຍໄດ້ອາໄສຢູ່ນຳຊົນຊາດທີ່ເວົ້າແຕ່ສິ່ງຊົ່ວຊ້າ. ບັດນີ້ຂ້ານ້ອຍໄດ້ເຫັນກະສັດ ຄືພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກັບຕາຂອງຂ້ານ້ອຍເອງແລ້ວ.”
ພວກເຂົາລ້ວນແຕ່ເຮັດໃຫ້ໝູ່ເພື່ອນຫລົງຜິດໄປ ບໍ່ມີແມ່ນແຕ່ຄົນດຽວບອກຄວາມຈິງໃຫ້ກັນຮູ້; ພວກເຂົາໄດ້ຝຶກແອບລີ້ນຂອງພວກເຂົາໃຫ້ເວົ້າຕົວະ ພວກເຂົາຈະບໍ່ຍອມເຊົາການບາບຂອງພວກເຂົາ. ພວກເຂົາກໍ່ຄວາມຮຸນແຮງຂຶ້ນ ແລະກໍ່ອີກເທື່ອໃໝ່ ແລະກໍ່ການຫລອກລວງຂຶ້ນ ແລະກໍ່ອີກທີ. ພວກເຂົາຕ່າງກໍພາກັນປະຕິເສດທີ່ຈະຮັບຮູ້ເຮົາ ອົງພຣະຜູ້ເປັນເຈົ້າກ່າວວ່າພວກເຂົາປະຖິ້ມພຣະອົງແລ້ວ.
ເພື່ອນທີ່ຮັກຂອງເຮົາເອີຍ, ເຮົາອົດສາພະຍາຍາມຢ່າງສຸດຄວາມສາມາດ ເພື່ອຂຽນຈົດໝາຍມາເຖິງພວກເຈົ້າ ກ່ຽວກັບເລື່ອງຄວາມພົ້ນທີ່ພວກເຮົາມີຢູ່ຮ່ວມກັນ ເມື່ອເຮົາເຫັນມີຄວາມຈຳເປັນທີ່ຈະຕ້ອງຂຽນມາເຕືອນສະຕິພວກເຈົ້າ ໃຫ້ຕໍ່ສູ້ເພື່ອຄວາມເຊື່ອ ຊຶ່ງພຣະເຈົ້າໄດ້ມອບໃຫ້ແກ່ປະຊາຊົນຂອງພຣະອົງເທື່ອດຽວເປັນການສິ້ນສຸດ.