ເຢເຣມີຢາ 9:25 - ພຣະຄຳພີສັກສິ25-26 ພຣະເຈົ້າຢາເວກ່າວວ່າ, “ເຖິງເວລາແລ້ວທີ່ເຮົາຈະລົງໂທດປະຊາຊົນເອຢິບ, ຢູດາ, ເອໂດມ, ອໍາໂມນ, ໂມອາບ ແລະປະຊາຊົນທີ່ຢູ່ໃນຖິ່ນແຫ້ງແລ້ງກັນດານ. ພວກນີ້ຕັດຜົມຂອງພວກເຂົາສັ້ນໆ. ປະຊາຊົນເຫຼົ່ານີ້ລ້ວນແຕ່ໄດ້ຮັບພິທີຕັດ; ແຕ່ບໍ່ມີຜູ້ໃດໄດ້ຮັກສາພັນທະສັນຍາ ທີ່ພວກເຂົາໄດ້ເຮັດໄວ້. ບໍ່ມີຜູ້ໃດໃນປະຊາຊົນເຫຼົ່ານີ້ ແລະປະຊາຊົນອິດສະຣາເອນ ໄດ້ຮັກສາພັນທະສັນຍາຂອງເຮົາເລີຍ.” Uka jalj uñjjattʼäta |
ຊາວຢູດາ ແລະຊາວນະຄອນເຢຣູຊາເລັມເອີຍ ຈົ່ງຮັກສາພັນທະສັນຍາທີ່ພວກເຈົ້າມີກັບເຮົາ ຜູ້ທີ່ເປັນພຣະເຈົ້າຢາເວຂອງພວກເຈົ້າ ແລະຈົ່ງອຸທິດຕົວພວກເຈົ້າເອງແກ່ເຮົາ. ຖ້າພວກເຈົ້າບໍ່ຍອມຟັງ ຄວາມໂກດຮ້າຍຂອງເຮົາກໍຈະລຸກໄໝ້ດັ່ງໄຟ ເພາະສິ່ງຊົ່ວຮ້າຍຕ່າງໆຊຶ່ງພວກເຈົ້າໄດ້ເຮັດນັ້ນ ໄຟຈະໄໝ້ເຜົາຜານໃຫຍ່ ແລະຈະບໍ່ມີຜູ້ໃດມອດໄດ້.”
ຕົ້ນໄມ້ນັ້ນແມ່ນກະສັດແຫ່ງເອຢິບແລະປະຊາຊົນທັງໝົດຂອງລາວ. ບໍ່ມີຕົ້ນໄມ້ກົກໃດໃນສວນເອເດນຈະສູງ ແລະປະທັບໃຈເທົ່າກັບມັນ. ແຕ່ບັດນີ້ ມັນຈະລົງໄປສູ່ແດນມໍຣະນາດັ່ງຕົ້ນໄມ້ຕ່າງໆໃນສວນເອເດນຮ່ວມກັບພວກທີ່ບໍ່ນັບຖືພຣະເຈົ້າ ແລະພວກທີ່ໄດ້ຖືກຂ້າໃນສະໜາມຮົບ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນັ້ນແຫຼະ.
ພວກເຂົາໄດ້ເຮັດໃຫ້ພຣະວິຫານຂອງເຮົາເປັນມົນທິນ ໂດຍຍອມໃຫ້ຊາວຕ່າງດ້າວຜູ້ທີ່ບໍ່ໄດ້ຮັບພິທີຕັດຄືປະຊາຊົນທີ່ບໍ່ເຊື່ອຟັງເຮົານັ້ນ ເຂົ້າໄປໃນພຣະວິຫານເມື່ອພວກເຂົາກຳລັງຖວາຍໄຂມັນ ແລະເລືອດໃຫ້ແກ່ເຮົາ. ສະນັ້ນ ປະຊາຊົນຂອງເຮົາຈຶ່ງໄດ້ຝ່າຝືນພັນທະສັນຍາຂອງເຮົາ ໂດຍໄດ້ເຮັດສິ່ງທີ່ໜ້າກຽດຊັງທັງໝົດເຫຼົ່ານັ້ນ.
ໂຢນາທານເວົ້າກັບຊາຍໜຸ່ມທີ່ມານຳຕົນນັ້ນວ່າ, “ໃຫ້ພວກເຮົາຂ້າມໄປທີ່ຄ້າຍຂອງຊາວຟີລິດສະຕິນຜູ້ບໍ່ນັບຖືພຣະເຈົ້າ. ບາງທີພຣະເຈົ້າຢາເວຈະຊ່ວຍເຫລືອພວກເຮົາກໍໄດ້. ຖ້າພຣະອົງຊ່ວຍເຫລືອພວກເຮົາ ຈະບໍ່ມີສິ່ງໃດກີດກັ້ນບໍ່ໃຫ້ພຣະເຈົ້າຢາເວມອບໄຊຊະນະແກ່ພວກເຮົາໄດ້ດອກ ເຖິງແມ່ນວ່າພວກເຮົາມີໜ້ອຍຄົນກໍຕາມ.”