ເຢເຣມີຢາ 9:23 - ພຣະຄຳພີສັກສິ23 ພຣະເຈົ້າຢາເວກ່າວວ່າ, “ຄົນສະຫລາດບໍ່ຄວນອວດ ເຖິງສະຕິປັນຍາທີ່ຕົນມີຢູ່ນັ້ນ; ຄົນແຂງແຮງກໍບໍ່ຄວນອວດເຖິງເຮື່ອແຮງຂອງຕົນ ຄົນຮັ່ງມີກໍບໍ່ຄວນອວດເຖິງຊັບສົມບັດຂອງຕົນດ້ວຍ. Uka jalj uñjjattʼäta |
ແລະຜູ້ທີ່ຈະສືບແທນຂ້າພະເຈົ້ານັ້ນ ອາດຈະເປັນຄົນມີປັນຍາຫລືອາດຈະເປັນຄົນໂງ່ຈ້າກໍໄດ້ ຜູ້ໃດແດ່ຮູ້? ເຖິງຢ່າງໃດກໍຕາມ ລາວຈະຕ້ອງເປັນເຈົ້າຂອງສິ່ງທີ່ຂ້າພະເຈົ້າໄດ້ຫາໄວ້ນັ້ນ ຄືທຸກໆສິ່ງຢູ່ໃຕ້ດວງຕາເວັນທີ່ຂ້າພະເຈົ້າຫາມາໄດ້ດ້ວຍປັນຍາຂອງຂ້າພະເຈົ້າ. ທຸກສິ່ງລ້ວນແຕ່ອະນິຈັງທັງສິ້ນ.
ຂ້າພະເຈົ້າຍັງເຫັນຫລາຍໆສິ່ງອີກຢູ່ໃຕ້ດວງຕາເວັນ. ນັກແລ່ນໄວບໍ່ແມ່ນຈະໄດ້ຊະນະໃນການແຂ່ງຂັນສະເໝີໄປ ແລະຄົນກ້າຫານຫລາຍບໍ່ແມ່ນຈະຕີຊະນະໃນສະໜາມຮົບສະເໝີໄປ. ຄົນມີປັນຍາບໍ່ແມ່ນຈະທຳມາຫາກິນລ້ຽງຊີບຢ່າງສະດວກສະບາຍສະເໝີໄປ; ຄົນສະຫລາດບໍ່ແມ່ນຈະຮັ່ງມີເປັນດີສະເໝີໄປ ແລະຄົນທີ່ມີຄວາມສາມາດບໍ່ແມ່ນຈະໄດ້ຂຶ້ນສູ່ຕຳແໜ່ງສູງສະເໝີໄປ. ແຕ່ກຳນົດເວລາແລະໂອກາດເກີດຂຶ້ນກັບທຸກໆຄົນ.
ພວກເຂົາຈະໂຍນເງິນແລະຄຳຂອງຕົນຖິ້ມ ຕາມທ້ອງຖະໜົນຫົນທາງດັ່ງຖິ້ມຂີ້ເຫຍື້ອ ຍ້ອນວ່າທັງເງິນແລະຄຳຊ່ວຍພວກເຂົາບໍ່ໄດ້ອີກແລ້ວ ເມື່ອພຣະເຈົ້າຢາເວຖອກເທຄວາມໂກດຮ້າຍຂອງພຣະອົງ. ພວກເຂົາໃຊ້ມັນໃຫ້ຕອບສະໜອງຄວາມຕ້ອງການບໍ່ໄດ້ ຫລືໃຫ້ກະເພາະອີ່ມຍ້ອນເງິນຄຳບໍ່ໄດ້. ເງິນແລະຄຳພາໃຫ້ພວກເຂົາເຮັດບາບ.
ແຕ່ບັດນີ້ ພໍພວກເຈົ້າໄດ້ຍິນສຽງແກ, ສຽງປີ່, ສຽງພິນໃຫຍ່, ສຽງກະຈັບປີ່, ສຽງພິນນ້ອຍ ແລະສຽງດົນຕຼີອື່ນໆດັງຂຶ້ນ ໃຫ້ພາກັນກົ້ມລົງ ແລະຂາບໄຫວ້ຮູບປັ້ນນັ້ນ. ຖ້າພວກເຈົ້າບໍ່ຂາບໄຫວ້ ພວກເຈົ້າຈະຕ້ອງຖືກໂຍນເຂົ້າເຕົາໄຟອັນຮ້ອນທັນທີ. ພວກເຈົ້າຄິດວ່າ ຈະມີພະອົງໃດຊ່ວຍພວກເຈົ້າໃຫ້ພົ້ນໄດ້ຊັ້ນບໍ?”
ໃນມື້ນັ້ນ ເມື່ອພຣະເຈົ້າຢາເວລະບາຍຄວາມໂກດຮ້າຍອັນໃຫຍ່ຂອງພຣະອົງ ແມ່ນແຕ່ເງິນແລະຄຳທັງໝົດທີ່ພວກເຂົາມີຢູ່ ກໍຈະຊ່ວຍຫຍັງພວກເຂົາບໍ່ໄດ້. ແຜ່ນດິນໂລກທັງໝົດຈະຖືກທຳລາຍ ດ້ວຍໄຟແຫ່ງຄວາມໂກດຮ້າຍຂອງພຣະອົງ. ພຣະອົງຈະໃຫ້ເຖິງທີ່ສິ້ນສຸດ ຄືການສິ້ນສຸດຢ່າງກະທັນຫັນແກ່ທຸກໆຄົນ ທີ່ອາໄສຢູ່ເທິງແຜ່ນດິນໂລກນີ້.
ທີ່ຈິງ ເຮົາຖືວ່າສິ່ງສາລະພັດເປັນຂອງໄຮ້ປະໂຫຍດ ເພາະເຫັນແກ່ສິ່ງທີ່ມີຄຸນຄ່າຫລາຍເຫລືອລົ້ນກວ່ານັ້ນອີກ ຄືການຮູ້ເຖິງພຣະຄຣິດເຈົ້າເຢຊູ ອົງພຣະຜູ້ເປັນເຈົ້າຂອງເຮົາ ເພາະເຫດພຣະອົງນັ້ນ ເຮົາຈຶ່ງໄດ້ຍອມສະຫລະສິ່ງສາລະພັດ ແລະຖືວ່າສິ່ງເຫຼົ່ານັ້ນເປັນເໝືອນຂີ້ເຫຍື້ອ ເພື່ອຈະໄດ້ອົງພຣະຄຣິດມາເປັນປະໂຫຍດແກ່ເຮົາ