ເຢເຣມີຢາ 9:20 - ພຣະຄຳພີສັກສິ20 ຂ້ານ້ອຍກ່າວວ່າ, “ພວກແມ່ຍິງເອີຍ ຈົ່ງເຊື່ອຟັງຖ້ອຍຄຳຂອງພຣະເຈົ້າຢາເວ ຈົ່ງເອົາໃຈໃສ່ຕໍ່ຖ້ອຍຄຳທີ່ພຣະອົງບອກສອນພວກເຈົ້າ. ຈົ່ງສັ່ງສອນລູກສາວພວກເຈົ້າວ່າຄວນໄວ້ທຸກຢ່າງໃດ ຕະຫລອດທັງເພື່ອນໆຂອງພວກເຈົ້າດ້ວຍ. Uka jalj uñjjattʼäta |
ປະຊາຊົນຜູ້ໃດທີ່ຟັງພວກເຂົາເວົ້າໃນສິ່ງເຫຼົ່ານີ້ ກໍຈະຖືກຂ້າໂດຍວິທີດຽວກັນນີ້. ຊາກສົບຂອງພວກເຂົາຈະຖືກໂຍນຖິ້ມ ຕາມທ້ອງຖະໜົນຫົນທາງຂອງນະຄອນເຢຣູຊາເລັມ ແລະຈະບໍ່ມີຜູ້ໃດຝັງຊາກສົບຂອງພວກເຂົາ. ເຫດການນີ້ຈະເກີດຂຶ້ນກັບພວກເຂົາທຸກຄົນ ລວມທັງເມຍ, ລູກຊາຍ ແລະລູກສາວຂອງພວກເຂົາດ້ວຍ. ເຮົາຈະໃຫ້ພວກເຂົາໄດ້ຮັບໂທດກຳ ຍ້ອນພວກເຂົາເອງໄດ້ເຮັດຊົ່ວ.”
ຂ້າແດ່ພຣະເຈົ້າຢາເວ ຄວາມໂກດຮ້າຍທີ່ພຣະອົງມີຕໍ່ພວກເຂົານັ້ນ ກໍລຸກໄໝ້ຢູ່ໃນຂ້ານ້ອຍຄືກັນ ແລະຂ້ານ້ອຍກໍທົນຕໍ່ໄປບໍ່ໄດ້ແລ້ວ.” ແລ້ວພຣະເຈົ້າຢາເວກໍກ່າວແກ່ຂ້າພະເຈົ້າວ່າ, “ຈົ່ງລະບາຍຄວາມໂກດຮ້າຍຂອງເຮົາອອກໃສ່ເດັກນ້ອຍທີ່ທ້ອງຖະໜົນ ແລະໃນທີ່ປະຊຸມຕ່າງໆຂອງພວກຊາວໜຸ່ມ. ຜົວແລະເມຍຈະຖືກຈັບໄປ ແລະແມ່ນແຕ່ຄົນຊະຣາກໍຈະບໍ່ໄດ້ຖືກຍົກເວັ້ນ.