ເຢເຣມີຢາ 9:2 - ພຣະຄຳພີສັກສິ2 ຂ້ານ້ອຍຢາກມີບ່ອນໜຶ່ງໃນຖິ່ນແຫ້ງແລ້ງກັນດານ ບ່ອນທີ່ຂ້ານ້ອຍຫລົບໜີຈາກປະຊາຊົນຂອງຂ້ານ້ອຍໄດ້. ພວກເຂົາລ້ວນແລ້ວແຕ່ເປັນຄົນຫລີ້ນຊູ້ກັນທັງໝົດ ເປັນປະຊາຊົນອັນແໜ້ນໜາທີ່ກະບົດຄົດລ້ຽວ. Uka jalj uñjjattʼäta |
ພວກເຈົ້າຖາມວ່າ, “ເປັນຫຍັງພຣະອົງຈຶ່ງບໍ່ຍອມຮັບເອົາ?” ກໍເພາະພຣະເຈົ້າຢາເວຮູ້ວ່າພວກເຈົ້າໄດ້ລະເມີດຄຳສັນຍາ ທີ່ໄດ້ເຮັດໄວ້ກັບເມຍຂອງຕົນສະໄໝແຕ່ງງານກັນແຕ່ຍັງໜຸ່ມຢູ່ນັ້ນ. ນາງເປັນຄູ່ຄອງຂອງເຈົ້າ ແລະເຈົ້າໄດ້ລະເມີດຄຳສັນຍາທີ່ມີໄວ້ກັບນາງ ເຖິງແມ່ນວ່າ ເຈົ້າໄດ້ສັນຍາຢູ່ຊ້ອງໜ້າພຣະເຈົ້າວ່າ ຈະສັດຊື່ຕໍ່ນາງກໍດີ.