ເຢເຣມີຢາ 9:17 - ພຣະຄຳພີສັກສິ17 ພຣະເຈົ້າຢາເວອົງຊົງຣິດຍິ່ງໃຫຍ່ກ່າວວ່າ, “ຈົ່ງຄິດເບິ່ງໃຫ້ດີໆ ສິ່ງທີ່ກຳລັງເກີດຂຶ້ນມານັ້ນ ຈົ່ງເອີ້ນພວກທີ່ໄວ້ທຸກໃຫ້ພ້ອມພາກັນມາ ຈົ່ງເອີ້ນພວກແມ່ຍິງມາຮ້ອງເພງປົງສົບກັນເຖີດ.” Uka jalj uñjjattʼäta |
ເມື່ອເວລານັ້ນມາເຖິງ ຄົນຈະເອົາເລື່ອງຂອງພວກເຈົ້າຂຶ້ນມາກ່າວເປັນຕົວຢ່າງໃນຄາວຖືກໄພພິບັດ ແລະພວກເຂົາກໍຈະຮ້ອງເພງ ເຖິງປະສົບການອັນຂົມຂື່ນນັ້ນວ່າ: ‘ພວກເຮົາໄດ້ຖືກທຳລາຍໃຫ້ພັງພິນາດໄປຈົນໝົດ ພຣະເຈົ້າຢາເວໄດ້ຢຶດດິນແດນຂອງພວກເຮົາໄປແລ້ວ ແລະໄດ້ມອບດິນແດນນັ້ນໃຫ້ແກ່ຄົນອື່ນເສຍ ຄືບັນດາສັດຕູທີ່ໄດ້ຈັບເອົາພວກເຮົາໄປນັ້ນ.”’