ເຢເຣມີຢາ 9:16 - ພຣະຄຳພີສັກສິ16 ເຮົາຈະໃຫ້ພວກເຂົາກະຈັດກະຈາຍໄປໃນທ່າມກາງບັນດາຊົນຊາດ ຊຶ່ງພວກເຂົາເອງແລະບັນພະບຸລຸດຂອງພວກເຂົາບໍ່ເຄີຍໄດ້ຍິນຊື່ມາກ່ອນ; ແລະເຮົາຈະສົ່ງກອງທັບທັງຫລາຍມາຕໍ່ສູ້ພວກເຂົາ ຈົນກວ່າເຮົາໄດ້ທຳລາຍພວກເຂົາຢ່າງໝົດສິ້ນ.” Uka jalj uñjjattʼäta |
ຈົ່ງຟັງສຽງທີ່ມາຈາກດິນແດນທີ່ຫ່າງໄກ ຂ້ານ້ອຍໄດ້ຍິນປະຊາຊົນພາກັນຮ້ອງໄຫ້ວ່າ, “ພຣະເຈົ້າຢາເວບໍ່ໄດ້ສະຖິດຢູ່ໃນຊີໂອນຕໍ່ໄປບໍ? ກະສັດແຫ່ງຊີໂອນບໍ່ໄດ້ຢູ່ໃນທີ່ນັ້ນຕໍ່ໄປຫລືນີ້?” ພຣະອົງຄືກະສັດຂອງພວກເຂົາ ໂຕ້ຕອບຄືນວ່າ, “ເປັນຫຍັງພວກເຈົ້າຈຶ່ງເຮັດໃຫ້ເຮົາໂກດຮ້າຍນໍ? ໂດຍພາກັນຂາບໄຫວ້ບັນດາຮູບເຄົາຣົບ ກົ້ມຂາບພະຕ່າງຊາດທີ່ບໍ່ມີປະໂຫຍດຫຍັງ?”
ເມື່ອເວລານັ້ນມາເຖິງ ຄົນຈະເອົາເລື່ອງຂອງພວກເຈົ້າຂຶ້ນມາກ່າວເປັນຕົວຢ່າງໃນຄາວຖືກໄພພິບັດ ແລະພວກເຂົາກໍຈະຮ້ອງເພງ ເຖິງປະສົບການອັນຂົມຂື່ນນັ້ນວ່າ: ‘ພວກເຮົາໄດ້ຖືກທຳລາຍໃຫ້ພັງພິນາດໄປຈົນໝົດ ພຣະເຈົ້າຢາເວໄດ້ຢຶດດິນແດນຂອງພວກເຮົາໄປແລ້ວ ແລະໄດ້ມອບດິນແດນນັ້ນໃຫ້ແກ່ຄົນອື່ນເສຍ ຄືບັນດາສັດຕູທີ່ໄດ້ຈັບເອົາພວກເຮົາໄປນັ້ນ.”’