Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 9:12 - ພຣະຄຳພີສັກສິ

12 ຂ້ານ້ອຍ​ໄດ້​ຖາມ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ເປັນຫຍັງ​ດິນແດນ​ນີ້​ຈຶ່ງ​ຖືກ​ທຳລາຍ ແລະ​ແຫ້ງແລ້ງ​ດັ່ງ​ຖິ່ນ​ທຸລະກັນດານ ຈົນ​ວ່າ​ບໍ່ມີ​ຜູ້ໃດ​ທ່ອງທ່ຽວ​ຜ່ານ​ໄປມາ​ເລີຍ? ຜູ້ໃດ​ແດ່​ສະຫລາດ​ພໍ​ທີ່​ຈະ​ເຂົ້າໃຈ​ເລື່ອງນີ້​ໄດ້? ພຣະອົງ​ໄດ້​ອະທິບາຍ​ໃຫ້​ຜູ້ໃດ​ຟັງ​ແດ່ ເພື່ອ​ລາວ​ຈະ​ບອກ​ຄົນອື່ນ​ໃຫ້​ຮູ້​ໄດ້?”

Uka jalj uñjjattʼäta Copia luraña




ເຢເຣມີຢາ 9:12
22 Jak'a apnaqawi uñst'ayäwi  

ພຣະອົງ​ໄດ້​ເຮັດ​ໃຫ້​ດິນ​ດີ​ກາຍເປັນ​ດິນ​ເຄັມ​ໄປ​ໝົດ ເພາະ​ຄວາມຊົ່ວ​ຂອງ​ພວກ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ.


ຂໍ​ໃຫ້​ຄົນມີ​ປັນຍາ​ຄິດເຖິງ​ສິ່ງ​ເຫຼົ່ານີ້​ດີໆ ຂໍ​ໃຫ້​ພວກເຂົາ​ພິຈາລະນາ​ເບິ່ງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະເຈົ້າຢາເວ.


ມີ​ຜູ້ໃດ​ແດ່​ໃນ​ພວກເຈົ້າ​ທີ່​ຈະ​ຮັບ​ຟັງ​ເລື່ອງນີ້​ບໍ? ແຕ່ນີ້​ຕໍ່ໄປ ພວກເຈົ້າ​ຈະ​ຟັງ​ຢ່າງ​ເອົາໃຈໃສ່​ຫລື​ບໍ່?


ຄົນ​ທີ່​ບໍ່​ສັດຊື່​ເຕັມ​ຢູ່​ໃນ​ດິນແດນ ໃຊ້​ຊີວິດ​ອັນ​ຊົ່ວຊາມ ແລະ​ໃຊ້​ອຳນາດ​ຜິດໆ​ດ້ວຍ. ເພາະ​ຄຳສາບແຊ່ງ​ມາ​ຖືກ ດິນແດນ​ຈຶ່ງ​ໄວ້ທຸກ ແລະ​ທົ່ງຫຍ້າ​ກໍ​ຫ່ຽວແຫ້ງ​ໝົດ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ກ່າວ​ແກ່​ຊາວ​ນະຄອນ​ເຢຣູຊາເລັມ​ວ່າ, “ຢ່າ​ສູ່ຟັງ​ສິ່ງ​ທີ່​ພວກ​ຜູ້ທຳນວາຍ​ເວົ້າ; ພວກເຂົາ​ໃຫ້​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມຫວັງ​ທີ່​ຈອມປອມ. ພວກເຂົາ​ບອກ​ພວກເຈົ້າ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ປັ້ນແຕ່ງ​ຂຶ້ນມາເອງ ແຕ່​ບໍ່ແມ່ນ​ຈາກ​ປາກ​ຂອງ​ພຣະເຈົ້າຢາເວ.


ຖ້າ​ພວກເຂົາ​ຮູ້​ຄວາມ​ນຶກຄິດ​ອັນ​ລຶກລັບ​ຂອງເຮົາ​ແລ້ວ ພວກເຂົາ​ກໍ​ຄວນ​ປະກາດ​ຖ້ອຍຄຳ​ຂອງເຮົາ​ໃຫ້​ປະຊາຊົນ​ຂອງເຮົາ​ຟັງ ແລະ​ນຳພາ​ພວກເຂົາ​ໃຫ້​ປະຖິ້ມ​ການ​ດຳລົງ​ຊີວິດ​ອັນ​ບໍ່​ດີ​ແລະ​ຊົ່ວຊ້າ ທີ່​ພວກເຂົາ​ເຮັດ​ຢູ່​ນັ້ນ.”


ຜູ້ທຳນວາຍ​ທີ່​ໄດ້​ຝັນ​ກໍ​ຄວນ​ກ່າວ​ວ່າ ເປັນ​ແຕ່​ຄວາມຝັນ​ເທົ່ານັ້ນ; ແຕ່​ຜູ້ທຳນວາຍ​ທີ່​ໄດ້ຍິນ​ຖ້ອຍຄຳ​ຂອງເຮົາ ກໍ​ຕ້ອງ​ປະກາດ​ຖ້ອຍຄຳ​ນັ້ນ​ຢ່າງ​ສັດຊື່. ເຟືອງເຂົ້າ​ຈະ​ປຽບ​ກັບ​ເຂົ້າ​ໄດ້​ບໍ?” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ຂ້ານ້ອຍ​ກ່າວ​ວ່າ, “ພວກ​ແມ່ຍິງ​ເອີຍ ຈົ່ງ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ຈົ່ງ​ເອົາໃຈໃສ່​ຕໍ່​ຖ້ອຍຄຳ​ທີ່​ພຣະອົງ​ບອກສອນ​ພວກເຈົ້າ. ຈົ່ງ​ສັ່ງສອນ​ລູກສາວ​ພວກເຈົ້າ​ວ່າ​ຄວນ​ໄວ້ທຸກ​ຢ່າງ​ໃດ ຕະຫລອດ​ທັງ​ເພື່ອນໆ​ຂອງ​ພວກເຈົ້າ​ດ້ວຍ.


ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ ທຸກສິ່ງ​ທີ່​ເຮົາ​ໄດ້​ເຮັດ​ນັ້ນ​ມີ​ເຫດຜົນ​ດີ​ທັງໝົດ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.”


ຂໍ​ໃຫ້​ພວກ​ທີ່​ມີ​ປັນຍາ ຈົ່ງ​ເຂົ້າໃຈ​ເອົາ​ສິ່ງ​ທີ່​ມີ​ຂຽນ​ໄວ້​ນີ້; ຂໍ​ໃຫ້​ພວກເຂົາ​ຈຳ​ໃສ່ໃຈ​ໄວ້. ທາງ​ຂອງ​ພຣະເຈົ້າຢາເວ​ຖືກຕ້ອງ ແລະ​ບັນດາ​ຜູ້​ຊອບທຳ​ຍ່ອມ​ດຳເນີນ​ຕາມ​ທາງນີ້, ແຕ່​ບັນດາ​ຄົນບາບ​ຈະ​ຕຳ​ສະດຸດ ແລະ​ລົ້ມລົງ​ເພາະ​ລະເລີຍ​ທາງນີ້.


ພວກເຈົ້າ​ຈະ​ກິນ​ສ່ວນແບ່ງ​ເຄື່ອງ​ບູຊາ​ທີ່​ເປັນ​ຂອງ​ພວກເຈົ້າ; ແຕ່​ກໍ​ຍັງ​ຈະ​ຫິວ​ຢູ່. ພວກເຈົ້າ​ຈະ​ຂາບໄຫວ້​ບັນດາ​ພະ​ທີ່​ໃຫ້​ເກີດ​ຄວາມ​ອຸດົມ​ສົມບູນ; ແຕ່​ກໍ​ຍັງ​ບໍ່ມີ​ລູກ ເພາະ​ພວກເຈົ້າ​ໜີ​ຈາກ​ພຣະເຈົ້າຢາເວ​ໄປ​ບົວລະບັດ​ຮັບໃຊ້​ພະອື່ນ.”


ພໍ່ນາ​ທັງຫລາຍ​ເອີຍ ຈົ່ງ​ໂສກເສົ້າ​ກັນ​ເຖີດ ຜູ້ເຝົ້າ​ສວນອະງຸ່ນ​ເອີຍ ຈົ່ງ​ຮ້ອງໄຫ້​ສາ​ເຖີດ ເພາະ​ເຂົ້າບາເລ​ແລະ​ເຂົ້າເດືອຍ​ກໍດີ ແລະ​ຜົນລະປູກ​ທັງໝົດ​ກໍ​ຖືກ​ທຳລາຍ​ກ້ຽງ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ໄດ້​ລຶບລ້າງ​ຊົນຊາດ​ທັງໝົດ​ໃຫ້​ສິ້ນສູນ​ແລ້ວ; ເຮົາ​ໄດ້​ທຳລາຍ​ເມືອງ​ທັງຫລາຍ​ຂອງ​ພວກເຂົາ ແລະ​ໄດ້​ປະປ່ອຍ​ໃຫ້​ກຳແພງ​ເມືອງ​ກັບ​ຫໍຄອຍ​ຕ່າງໆ ຮົກຮ້າງ​ເພພັງ. ເມືອງ​ຕ່າງໆ​ໄດ້​ກາຍເປັນ​ເມືອງ​ຮ້າງ; ຕາມ​ທ້ອງ​ຖະໜົນ​ຫົນທາງ​ຕ່າງໆ​ກໍ​ຫວ່າງເປົ່າ ບໍ່ມີ​ແມ່ນແຕ່​ຄົນດຽວ​ເລີຍ​ເຫຼືອ​ຢູ່.


“ພວກເຈົ້າ​ຈະ​ເຫັນ ‘ສິ່ງ​ປະຫລາດ​ອັນ​ໜ້າ​ຢ້ານ’ ທີ່​ເຮັດ​ໃຫ້​ເກີດ​ວິບັດ​ຕັ້ງ​ຢູ່​ໃນ​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະເຈົ້າ ຕາມ​ທີ່​ຜູ້ທຳນວາຍ​ດານີເອນ​ໄດ້​ກ່າວ​ໄວ້. (ໃຫ້​ຜູ້​ອ່ານ​ເຂົ້າໃຈ​ເອງ)


ພວກເຂົາ​ບໍ່​ຮູ້​ວ່າ​ຕົນ​ພ່າຍແພ້​ນັ້ນ​ຍ້ອນ​ຫຍັງ ທັງ​ບໍ່​ເຂົ້າໃຈ​ແມ່ນແຕ່​ມີ​ຫຍັງ​ໄດ້​ເກີດຂຶ້ນ.


ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ອ່ານ​ພຣະທຳ​ເຫຼັ້ມ​ນີ້ ແລະ​ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຮັບ​ຟັງ​ຖ້ອຍຄຳ​ແຫ່ງ​ຄຳທຳນວາຍ ແລະ​ປະຕິບັດ​ຕາມ​ຂໍ້ຄວາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະທຳ​ເຫຼັ້ມ​ນີ້. ດ້ວຍວ່າ, ເວລາ​ນັ້ນ​ກໍ​ໃກ້​ເຂົ້າ​ມາ​ແລ້ວ ເມື່ອ​ເຫດການ​ເຫຼົ່ານີ້​ຈະ​ເກີດຂຶ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka