Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 9:10 - ພຣະຄຳພີສັກສິ

10 ຂ້ານ້ອຍ​ກ່າວ​ວ່າ, “ຂ້ານ້ອຍ​ຈະ​ໄວ້ທຸກ​ໃຫ້​ໜ່ວຍ​ພູເຂົາ ແລະ​ຮ້ອງໄຫ້​ຮໍ່າໄຮ​ໃຫ້​ທົ່ງຫຍ້າ​ດ້ວຍ ເພາະ​ມັນ​ໄດ້​ຫ່ຽວແຫ້ງ ແລະ​ຕາຍໄປ​ໝົດ ບໍ່ມີ​ຜູ້ໃດ​ທ່ອງທ່ຽວ​ໄປ​ຕາມ​ບ່ອນ​ທີ່​ກ່າວ​ນັ້ນ. ບໍ່ໄດ້ຍິນ​ສຽງ​ຝູງ​ສັດລ້ຽງ​ຮ້ອງ​ຕໍ່ໄປ​ອີກ​ເລີຍ ຝູງນົກ​ແລະ​ສັດປ່າ​ປົບໜີໄປ​ໝົດ​ສາ​ແລ້ວ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 9:10
30 Jak'a apnaqawi uñst'ayäwi  

ເຮົາ​ຈະ​ໃຫ້​ເຈົ້າ​ເປັນ​ດັ່ງ​ແປ້ນ​ຟາດ​ເມັດ​ເຂົ້າ​ໃດ ເປັນ​ເຫລັກແຫລມ​ໃໝ່ອ່ຽມ ແລະ​ທັງ​ຄົມ​ດີ​ດ້ວຍ. ເຈົ້າ​ຈະ​ຟາດ ແລະ​ທຳລາຍ​ພູເຂົາ​ໜ່ວຍ​ຕ່າງໆ​ລົງ ເນີນພູ​ຈະ​ໝຸ່ນ​ລະລາຍ​ເປັນ​ຂີ້ຝຸ່ນ​ດິນ​ໄປສິ້ນ.


ປະເທດ​ຂອງເຈົ້າ​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ເພພັງ ແຕ່​ບັດນີ້ ຈະ​ແຄບ​ເກີນ​ໄປ​ສຳລັບ​ຜູ້​ທີ່​ກັບ​ມາ​ບ້ານ. ພວກ​ທີ່​ໄດ້​ປະ​ເຈົ້າ​ໄວ້​ໃຫ້​ຮົກຮ້າງ​ເພພັງ ກໍ​ຈະ​ຖືກ​ຍົກຍ້າຍ​ອອກ​ໄປ​ໃຫ້​ຫ່າງໄກ​ຈາກ​ເຈົ້າ.


ຜູ້​ປົກຄອງ​ຕ່າງດ້າວ​ທຳລາຍ​ສວນອະງຸ່ນ​ຂອງເຮົາ ພວກເຂົາ​ຢຽບຢໍ່າ​ທົ່ງນາ​ຂອງເຮົາ​ລົງ​ສາ​ແລ້ວ; ພວກເຂົາ​ໄດ້​ພາກັນ​ປ່ຽນ​ດິນແດນ​ທີ່​ໜ້າຮັກ​ຂອງເຮົາ ໃຫ້​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ສາ​ແລ້ວ.


ພວກເຂົາ​ເຮັດ​ໃຫ້​ດິນແດນ​ນັ້ນ​ຮົກຮ້າງ​ຫວ່າງເປົ່າ​ໄປ ໃຫ້​ນອນ​ຢຽດ​ຢູ່​ຕໍ່ໜ້າ​ເຮົາ​ຢ່າງ​ໂສກເສົ້າ. ດິນແດນ​ຈຶ່ງ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ບໍ່ມີ​ຜູ້ໃດ​ກັງວົນ​ສົນໃຈ​ນຳ​ມັນ​ອີກ.


ດິນແດນ​ນັ້ນ​ຈະ​ແຫ້ງແລ້ງ​ຢູ່​ຢ່າງນີ້​ບໍ? ຫຍ້າ​ຕາມ​ທົ່ງນາ​ຈະ​ແຫ້ງ​ຢູ່​ຢ່າງນີ້​ດົນ​ປານໃດ? ຝູງສັດ ຝູງນົກ​ລົ້ມ​ຕາຍ​ຍ້ອນ​ປະຊາຊົນ​ຊົ່ວຊາມ ຄື​ຜູ້​ທີ່​ເວົ້າ​ວ່າ, ‘ພຣະເຈົ້າ​ບໍ່​ເຫັນ​ພວກເຮົາ​ເຮັດ​ດອກ.”’


ລໍປ່າ​ກໍ​ຢືນ​ຢູ່​ເທິງ​ທີ່ສູງ​ທັງຫລາຍ ຄ່ອຍໆ​ຫາຍໃຈ​ປາ​ເໝືອນ​ດັ່ງ​ຝູງ​ໝາປ່າ; ສາຍຕາ​ພວກ​ມັນ​ກໍ​ມືດມົວ​ໄປ ເພາະ​ບໍ່ມີ​ຫຍ້າ​ກິນ​ເປັນ​ອາຫານ​ສາ​ແລ້ວ.


ພວກເຂົາ​ຮ້ອງ​ແຜດສຽງ​ໃສ່​ລາວ ດັ່ງ​ໂຕສິງ ດິນແດນ​ຂອງ​ລາວ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ແລ້ວ ແລະ​ເມືອງ​ຕ່າງໆ​ກໍ​ຮົກຮ້າງ​ເພພັງ ທັງ​ຖືກ​ປະຖິ້ມ​ໄປ​ຢ່າງ​ສິ້ນເຊີງ​ສາ​ແລ້ວ.


ພວກເຂົາ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ພຣະເຈົ້າຢາເວ​ແຕ່​ຢ່າງໃດ​ເລີຍ ເຖິງ​ວ່າ​ເຮົາ​ໄດ້​ນຳພາ​ພວກເຂົາ​ອອກ​ຈາກ​ເອຢິບ​ກໍ​ຕາມ ທັງ​ພາ​ພວກເຂົາ​ຍ່າງ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ຄື​ດິນແດນ​ເປົ່າປ່ຽວ​ມີ​ປ່າ​ດິນ​ຊາຍ​ດ້ວຍ ເປັນ​ດິນແດນ​ທີ່​ແຫ້ງແລ້ງ ແລະ ມີ​ອັນຕະລາຍ ບໍ່ມີ​ຄົນ​ຢູ່​ອາໄສ​ທັງ​ບໍ່ມີ​ຜູ້ໃດ​ທ່ອງທ່ຽວ​ໄປມາ​ດ້ວຍ.


ຄົນ​ທີ່​ບໍ່​ສັດຊື່​ເຕັມ​ຢູ່​ໃນ​ດິນແດນ ໃຊ້​ຊີວິດ​ອັນ​ຊົ່ວຊາມ ແລະ​ໃຊ້​ອຳນາດ​ຜິດໆ​ດ້ວຍ. ເພາະ​ຄຳສາບແຊ່ງ​ມາ​ຖືກ ດິນແດນ​ຈຶ່ງ​ໄວ້ທຸກ ແລະ​ທົ່ງຫຍ້າ​ກໍ​ຫ່ຽວແຫ້ງ​ໝົດ.


ມີ​ຊົນຊາດ​ໜຶ່ງ​ຈາກ​ທາງ​ທິດເໜືອ​ໄດ້​ມາ​ໂຈມຕີ​ບາບີໂລນ ແລະ​ຈະ​ເຮັດ​ໃຫ້​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ. ມະນຸດ​ແລະ​ຝູງສັດ​ຈະ​ແລ່ນ​ໜີໄປ ແລະ​ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ໃນ​ທີ່ນັ້ນ​ເລີຍ.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄວ້ທຸກ​ສາ​ເຖີດ ຈົ່ງ​ແຖ​ຜົມ​ພວກເຈົ້າ​ອອກ ແລະ​ໂຍນ​ມັນ​ຖິ້ມ​ສາ ຈົ່ງ​ຮ້ອງເພງ​ອາໄລ​ອາວອນ​ທີ່​ເທິງ​ຈອມພູ​ພຸ້ນ ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ໂກດຮ້າຍ​ໃດ ແລະ​ປະຖິ້ມ​ປະຊາຊົນ​ຂອງເຮົາ​ສາ​ແລ້ວ.”


ຄວາມທຸກໃຈ​ຂອງ​ຂ້ານ້ອຍ​ປິ່ນປົວ​ບໍ່ໄດ້​ເລີຍ ຂ້ານ້ອຍ​ເຈັບປວດ​ໜັກ​ຢູ່​ພາຍ​ໃນ​ຈິດໃຈ​ຂອງ​ຂ້ານ້ອຍ.


ເຫດສະນັ້ນ ຂ້ອຍ​ຈຶ່ງ​ຮ້ອງໄຫ້​ອອກ​ມາ ຈົນ​ເບົ້າຕາ​ທັງສອງ​ນອງ​ດ້ວຍ​ນໍ້າຕາ​ທັງສິ້ນ. ບໍ່ມີ​ຜູ້ໃດ​ອອຍໃຈ​ຂ້ອຍ​ໄດ້ ບໍ່ມີ​ຜູ້ໃດ​ໃຫ້​ກຳລັງໃຈ ສັດຕູ​ໄດ້​ຊະນະ​ຂ້ອຍ ປະຊາຊົນ​ບໍ່​ເຫຼືອ​ຫຍັງ​ຈັກຢ່າງ.


ຂ້ອຍ​ຮ້ອງໄຫ້​ຈົນ​ຕາຕູບ​ຕາໂປ​ຢ່າງ​ອິດອ່ອນ ຂ້ອຍ​ເຈັບປວດ​ຍ້ອນ ເພາະ​ເມື່ອຍອ່ອນ​ໃນ​ຈິດໃຈ. ຂ້ອຍ​ອິດອ່ອນ​ຍ້ອນ​ເສົ້າໂສກ​ທີ່​ປະຊາຊົນ​ຖືກ​ທຳລາຍ ພວກ​ເດັກນ້ອຍ​ກໍ​ລົ້ມລົງ​ຕາມ​ທາງ​ດ້ວຍ.


ກໍ​ຍ້ອນ​ພູເຂົາ​ຊີໂອນ​ຕັ້ງ​ຢູ່​ເປົ່າປ່ຽວ​ວ່າງຄົນ ແລະ​ເປັນ​ບ່ອນ​ພັກເຊົາ​ຂອງ​ພວກ​ໝາປ່າ.


“ຫລື​ເຮົາ​ອາດ​ສົ່ງ​ສັດປ່າ​ໄປ​ທຳລາຍ​ປະຊາຊົນ ໂດຍ​ກະທຳ​ໃຫ້​ດິນແດນ​ເຕັມ​ແຕ່​ອັນຕະລາຍ ຈົນ​ບໍ່ມີ​ຜູ້ໃດ​ທ່ອງທ່ຽວ​ໄປມາ​ໄດ້


“ມະນຸດ​ເອີຍ ຈົ່ງ​ຮ້ອງເພງ​ອາໄລ​ອາວອນ​ໃຫ້​ຕີເຣ


ບໍ່ມີ​ຄົນ​ຫລື​ສັດ​ໃດໆ​ເລີຍ​ຈະ​ຍ່າງ​ຜ່ານ​ເຂດ​ນັ້ນ. ຕະຫລອດ​ສີ່ສິບ​ປີ​ຈະ​ບໍ່ມີ​ຫຍັງ​ອາໄສ​ຢູ່​ໃນ​ທີ່ນັ້ນ.


ເຮົາ​ຈະ​ເຮັດ​ໃຫ້​ປະເທດ​ຮົກຮ້າງ​ຫວ່າງເປົ່າ ແລະ​ອຳນາດ​ທີ່​ພວກເຂົາ​ແສນ​ພູມໃຈ​ນັ້ນ​ກໍ​ຈະ​ໝົດສິ້ນໄປ. ພູ​ທັງຫລາຍ​ຂອງ​ຊາດ​ອິດສະຣາເອນ​ຈະ​ເປັນ​ປ່າຮົກ ຈົນ​ບໍ່ມີ​ຜູ້ໃດ​ກ້າ​ທ່ອງທ່ຽວ​ຜ່ານ​ໄປ.


ເມືອງ​ທັງໝົດ​ຂອງ​ຊາດ​ອິດສະຣາເອນ​ຈະ​ຖືກ​ທຳລາຍ ເພື່ອ​ວ່າ​ແທ່ນບູຊາ​ກັບ​ຮູບເຄົາຣົບ​ຕ່າງໆ​ຂອງ​ພວກເຂົາ​ຈະ​ຖືກ​ທຳລາຍ​ໝົດ​ເປັນ​ຊີ້ນໆ, ແທ່ນເຜົາ​ເຄື່ອງຫອມ​ຂອງ​ພວກເຂົາ​ຈະ​ຖືກ​ຕີ​ໃຫ້​ແຕກ​ເປັນ​ປ່ຽງໆ ແລະ​ທຸກໆສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ​ກໍ​ຈະ​ສູນຫາຍ​ໄປ.


ສະນັ້ນ ດິນແດນ​ຈະ​ແຫ້ງແລ້ງ ທຸກສິ່ງ​ທີ່​ມີ​ຊີວິດ​ຢູ່​ໃນ​ນັ້ນ​ຈະ​ຕາຍໄປ​ໝົດ. ສັດ​ແລະ​ນົກ​ທັງປວງ​ແມ່ນແຕ່​ປາ​ກໍ​ຈະ​ຕາຍ​ດ້ວຍ.”


ພວກເຈົ້າ​ປະໂຣຫິດ ຈົ່ງ​ນຸ່ງ​ຜ້າ​ກະສອບ​ເຂົ້າ​ແລະ​ຮ້ອງໄຫ້​ສາ​ເຖີດ ຜູ້ຮັບໃຊ້​ທີ່​ແທ່ນບູຊາ​ເອີຍ ຈົ່ງ​ຮ້ອງໄຫ້​ຄໍ່າຄວນ, ພວກເຈົ້າ​ຜູ້ຮັບໃຊ້​ພຣະເຈົ້າ​ຂອງ​ເຮົາ​ທີ່​ວິຫານ ຈົ່ງ​ມາ​ນອນ​ໃນ​ຜ້າ​ກະສອບ​ເຂົ້າ​ທັງຄືນ, ເພາະ​ບໍ່ມີ​ເຂົ້າ, ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ພຣະເຈົ້າ​ຂອງ​ພວກເຈົ້າ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງຫາ​ພຣະອົງ ທົ່ງຫຍ້າ​ຕົ້ນໄມ້​ແຫ້ງ​ຕາຍ ແລະ​ຖືກ​ໄຟ​ໄໝ້.


ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ເພງ​ໄວ້​ອາໄລ​ທີ່​ເຮົາ​ຮ້ອງ​ສູ່​ພວກເຈົ້າ​ຟັງ​ດັ່ງ​ຕໍ່ໄປນີ້:


ເພາະສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ກ່າວ​ວ່າ, “ຕາມ​ຖະໜົນ​ຫົນທາງ​ໃນ​ເມືອງ​ຈະ​ມີ​ແຕ່​ການ​ຮ້ອງໄຫ້ ແລະ​ການຄວນຄາງ​ດ້ວຍ​ຄວາມ​ທຸກ​ລຳບາກ. ພວກເຂົາ​ຈະ​ເອີ້ນ​ພວກ​ຊາວນາ​ມາ​ຮ່ວມ​ຮ້ອງໄຫ້​ໄວ້ທຸກ ແລະ​ຜູ້​ທີ່​ຖືກ​ຈ້າງ​ມາ​ໃຫ້​ໄວ້ທຸກ​ນັ້ນ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຄົນ​ຈະ​ເອົາ​ເລື່ອງ​ຂອງ​ພວກເຈົ້າ​ຂຶ້ນ​ມາ​ກ່າວ​ເປັນ​ຕົວຢ່າງ​ໃນ​ຄາວ​ຖືກ​ໄພພິບັດ ແລະ​ພວກເຂົາ​ກໍ​ຈະ​ຮ້ອງເພງ ເຖິງ​ປະສົບການ​ອັນ​ຂົມຂື່ນ​ນັ້ນ​ວ່າ: ‘ພວກເຮົາ​ໄດ້​ຖືກ​ທຳລາຍ​ໃຫ້​ພັງ​ພິນາດ​ໄປ​ຈົນ​ໝົດ ພຣະເຈົ້າຢາເວ​ໄດ້​ຢຶດ​ດິນແດນ​ຂອງ​ພວກເຮົາ​ໄປ​ແລ້ວ ແລະ​ໄດ້​ມອບ​ດິນແດນ​ນັ້ນ​ໃຫ້​ແກ່​ຄົນອື່ນ​ເສຍ ຄື​ບັນດາ​ສັດຕູ​ທີ່​ໄດ້​ຈັບ​ເອົາ​ພວກເຮົາ​ໄປ​ນັ້ນ.”’


ເພາະສະນັ້ນ ຍ້ອນ​ພວກເຈົ້າ ພູເຂົາ​ຊີໂອນ​ຈະ​ຖືກ​ໄຖ​ເໝືອນ​ໄຖ​ນາ ນະຄອນ​ເຢຣູຊາເລັມ​ຈະ​ກາຍເປັນ​ກອງສິ່ງ​ຮົກຮ້າງ​ເພພັງ ແລະ​ເນີນພູ​ບ່ອນ​ທີ່ຕັ້ງ​ພຣະວິຫານ​ກໍ​ຈະ​ກາຍເປັນ​ປ່າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka