Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 8:9 - ພຣະຄຳພີສັກສິ

9 ນັກປາດ​ຂອງ​ພວກເຈົ້າ​ກໍ​ຖືກ​ອັບອາຍ; ພວກເຂົາ​ສັບສົນ ແລະ​ຖືກ​ບ້ວງແຮ້ວ. ພວກເຂົາ​ປະຖິ້ມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ; ບັດນີ້ ພວກເຂົາ​ມີ​ສະຕິປັນຍາ​ຫຍັງ​ແດ່?

Uka jalj uñjjattʼäta Copia luraña




ເຢເຣມີຢາ 8:9
21 Jak'a apnaqawi uñst'ayäwi  

ພວກເຂົາ​ບໍ່​ເຊື່ອຟັງ​ຄຳແນະນຳ​ຂອງ​ພຣະອົງ, ພວກເຂົາ​ບໍ່​ຖື​ຮັກສາ​ພັນທະສັນຍາ ທີ່​ພຣະອົງ​ເຮັດ​ໄວ້​ກັບ​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ ແລະ​ພວກເຂົາ​ບໍ່​ເອົາໃຈໃສ່​ຕໍ່​ຄຳ​ຕັກເຕືອນ​ຂອງ​ພຣະອົງ. ພວກເຂົາ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ທີ່​ໄຮ້​ຄ່າ​ຈົນ​ກາຍເປັນ​ຄົນ​ໄຮ້​ຄ່າ​ເອງ ແລະ​ພວກເຂົາ​ໄດ້​ເຮັດ​ຕາມ​ທຳນຽມ​ຂອງ​ຊົນຊາດ​ທີ່​ຢູ່​ອ້ອມຮອບ​ພວກເຂົາ ໂດຍ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ທີ່​ບໍ່​ໃຫ້​ເອົາ​ແບບຢ່າງ​ຂອງ​ຊົນຊາດ​ເຫຼົ່ານັ້ນ.


ພຣະອົງ​ຂັດຂວາງ​ແຜນການ​ຊົ່ວ ຂອງ​ຄົນ​ສະຫລາດ​ແກມໂກງ ແລະ​ດັກຈັບ​ຄົນ​ທີ່​ຫລັກແຫລມ ຕາມ​ກົນອຸບາຍ​ຂອງ​ເຂົາເຈົ້າ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່ໄດ້​ເຮັດ​ໃຫ້​ສຳເລັດຜົນ; ເຖິງ​ແມ່ນ​ກາງເວັນ ພວກເຂົາ​ກໍ​ງົມ​ຢູ່​ໃນ​ຄວາມມືດ.


ກົດບັນຍັດ​ຂອງ​ພຣະເຈົ້າຢາເວ​ຄົບຖ້ວນ​ແລະ​ສົມບູນ​ດີ ເປັນ​ທີ່​ຟື້ນຟູ​ຈິດໃຈ​ໃຫ້​ມີ​ແຮງ​ຂຶ້ນ​ໃໝ່. ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ເປັນ​ທີ່​ໄວ້ວາງໃຈ ທັງ​ໃຫ້​ປັນຍາ​ແກ່​ຜູ້​ທີ່​ຂາດ​ປັນຍາ​ໄດ້.


ບັນດາ​ຜູ້ນຳ​ໃນ​ເມືອງ​ໂຊອານ​ປ່ວງບ້າ ຄົນສະຫລາດ​ທີ່ສຸດ​ໃນ​ເອຢິບ​ໃຫ້​ຄຳເຫັນ​ອັນ​ໂງ່ຈ້າ ພວກເຂົາ​ກ້າ​ບອກ​ກະສັດ​ໄດ້​ຢ່າງໃດ​ວ່າ ພວກຕົນ​ເປັນ​ຜູ້​ສືບແທນ​ນັກຮຽນ​ຮູ້​ໃນ​ສະໄໝ​ບູຮານ​ແລະ​ບັນດາ​ກະສັດ?


ສະນັ້ນ ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ສະດຸ້ງ​ຕື່ນ​ຕົກໃຈ ດ້ວຍ​ການ​ງຶດງໍ້​ແລ້ວ​ງຶດງໍ້​ອີກ​ໂດຍ​ບໍ່ໄດ້​ຄາດຝັນ. ຄົນສະຫລາດ​ຈະ​ກາຍເປັນ​ຄົນໂງ່ ແລະ​ຄວາມ​ຫລັກແຫລມ​ທຸກຢ່າງ​ຂອງ​ພວກເຂົາ​ກໍ​ຈະ​ບໍ່ມີ​ປະໂຫຍດ.”


ບັນພະບຸລຸດ​ພວກເຈົ້າ​ແຕ່ກີ້ ກໍໄດ້​ເຮັດ​ບາບ​ຄືກັນ ພວກຜູ້ນຳ​ເອງ​ກໍ​ເຮັດ​ບາບ​ຕໍ່ສູ້​ເຮົາ​ດ້ວຍ.


ພວກເຈົ້າ​ຕ້ອງ​ຕອບ​ພວກເຂົາ​ວ່າ, “ຈົ່ງ​ຟັງ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ກຳລັງ​ສັ່ງສອນ​ພວກເຈົ້າ ຢ່າ​ສູ່​ຟັງຄວາມ​ຂອງ​ໝໍ​ຜີ ເພາະ​ສິ່ງ​ທີ່​ເຂົາ​ບອກ​ພວກເຈົ້າ​ໃຫ້​ເຮັດ​ນັ້ນ​ມັນ​ບໍ່​ດີ.”


ພວກເຈົ້າ​ເປັນ​ປະຊາຊົນ​ທີ່​ໄດ້​ປະຖິ້ມ​ເຮົາ​ໄປ ພວກເຈົ້າ​ໄດ້​ຫັນ​ຫລັງ​ໃຫ້​ແກ່​ເຮົາ​ສາ​ແລ້ວ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ ສະນັ້ນ ເຮົາ​ຈຶ່ງ​ກ້າວ​ອອກ​ຢຽບ​ພວກເຈົ້າ​ໃຫ້​ໝຸ່ນ​ໝົດ ເພາະ​ເຮົາ​ເມື່ອຍ​ອົດ​ທີ່​ບໍ່​ໂກດຮ້າຍ​ພວກເຈົ້າ​ແລ້ວ.


ເພາະ​ໃນ​ບ່ອນ​ນີ້​ເຮົາ​ຈະ​ທຳລາຍ​ແຜນການ​ທັງປວງ​ຂອງ​ຊາວ​ຢູດາ​ແລະ​ຊາວ​ນະຄອນ​ເຢຣູຊາເລັມ. ເຮົາ​ຈະ​ໃຫ້​ເຫຼົ່າ​ສັດຕູ​ຊະນະ​ພວກເຂົາ ແລະ​ສັງຫານ​ພວກເຂົາ​ໃນ​ສະໜາມຮົບ. ເຮົາ​ຈະ​ໃຫ້​ຝູງນົກ​ແລະ​ຝູງ​ສັດປ່າ​ໄດ້​ກິນ​ຊາກສົບ​ຂອງ​ພວກເຂົາ​ເປັນ​ອາຫານ.


ປະໂຣຫິດ​ບໍ່ໄດ້​ຖາມ​ວ່າ, ‘ພຣະເຈົ້າຢາເວ​ຢູ່​ໃສ?’ ພວກ​ທີ່​ຮັກສາ​ກົດບັນຍັດ​ຂອງເຮົາ​ກໍ​ບໍ່ໄດ້​ຮູ້ຈັກ​ເຮົາ​ຊໍ້າ. ພວກ​ຜູ້ປົກຄອງ​ກໍໄດ້​ກະບົດ​ຕໍ່ສູ້​ເຮົາ ຜູ້ທຳນວາຍ​ໄດ້​ກ່າວ​ໃນ​ນາມ​ພະບາອານ ພວກເຂົາ​ພາກັນ​ນ້ອມ​ນະມັດສະການ ຂາບໄຫວ້​ບັນດາ​ຮູບເຄົາຣົບ​ທີ່​ບໍ່ມີ​ປະໂຫຍດ.


ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ກ່າວ​ເຖິງ​ເອໂດມ​ວ່າ, “ປະຊາຊົນ​ເມືອງ​ເຕມານ​ໝົດ​ປັນຍາ​ແລ້ວ​ບໍ? ບັນດາ​ທີ່ປຶກສາ​ຂອງ​ພວກເຂົາ​ບໍ່ໄດ້​ບອກ​ວ່າ ຄວນ​ເຮັດ​ຢ່າງໃດ​ບໍ? ສະຕິປັນຍາ​ຂອງ​ພວກເຂົາ​ໄປ​ໃສ​ໝົດແລ້ວ?


ພວກເຂົາ​ອັບອາຍ​ຂາຍໜ້າ​ບໍ ທີ່​ໄດ້​ກະທຳ​ສິ່ງ​ອັນ​ໜ້າລັງກຽດ​ເຊັ່ນນີ້? ບໍ່ເລີຍ ພວກເຂົາ​ບໍ່​ອັບອາຍ​ຂາຍໜ້າ​ຫຍັງ​ດອກ; ສີໜ້າ​ຂອງ​ພວກເຂົາ​ຢູ່​ຊື່ໆ​ບໍ່​ແດງ​ຊໍ້າ. ສະນັ້ນ ພວກເຂົາ​ຈຶ່ງ​ຈະ​ລົ້ມລົງ​ດັ່ງ​ຄົນອື່ນ​ທີ່​ໄດ້​ລົ້ມລົງ; ເມື່ອ​ເຮົາ​ລົງໂທດ​ພວກເຂົາ​ກໍ​ແມ່ນ​ຈຸດຈົບ​ສຳລັບ​ພວກເຂົາ​ສາ​ແລ້ວ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ແຜ່ນດິນ​ໂລກ​ເອີຍ ຈົ່ງ​ຟັງ​ເທີ້ນ ເຮົາ​ກຳລັງ​ຈະ​ນຳ​ເອົາ​ໄພພິບັດ​ມາ​ສູ່​ປະຊາຊົນ​ເຫຼົ່ານີ້ ຄື​ໄພພິບັດ​ທີ່​ພວກເຂົາ​ສົມຄວນ​ໄດ້​ຮັບ ຍ້ອນ​ພວກເຂົາ​ໄດ້​ປະຖິ້ມ​ຄຳສັ່ງສອນ​ຂອງເຮົາ ແລະ​ບໍ່ໄດ້​ເຊື່ອຟັງ​ຖ້ອຍຄຳ​ຂອງເຮົາ.


ໄພພິບັດ​ຈະ​ມາ​ເຖິງ​ພວກເຈົ້າ​ບໍ່​ຂາດສາຍ ແລະ​ຂ່າວ​ຮ້າຍ​ກໍ​ຈະ​ມາ​ເຖິງ​ພວກເຈົ້າ​ດັ່ງ​ສາຍນໍ້າ. ພວກເຈົ້າ​ຈະ​ຮ້ອງຂໍ​ໃຫ້​ບັນດາ​ຜູ້ທຳນວາຍ​ບອກ​ເຖິງ​ເຫດການ​ທີ່​ຈະ​ເກີດຂຶ້ນ​ລ່ວງໜ້າ​ສູ່​ພວກເຈົ້າ​ຟັງ. ບັນດາ​ປະໂຣຫິດ​ຈະ​ບໍ່ມີ​ຫຍັງ​ສັ່ງສອນ​ປະຊາຊົນ ແລະ​ບັນດາ​ເຖົ້າແກ່​ກໍ​ຈະ​ບໍ່​ໃຫ້​ຄຳແນະນຳ​ຫຍັງ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ຢູດາ​ໄດ້​ເຮັດ​ບາບ​ເພີ່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ປະຕິເສດ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ແລະ​ບໍ່ໄດ້​ຖື​ຮັກສາ​ຂໍ້ຄຳສັ່ງ​ຂອງ​ພຣະອົງ. ພວກເຂົາ​ເດີນທາງ​ຜິດ ໂດຍ​ຕິດຕາມ​ພະ​ຈອມປອມ​ທີ່​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ເຄີຍ​ນັບຖື​ມາ​ນັ້ນ.


ເມື່ອ​ເວລາ​ມາ​ເຖິງ ຈະ​ບໍ່ມີ​ຜູ້ທຳນວາຍ​ຄົນໃດ​ອວດອ້າງ​ຈອງຫອງ​ວ່າ ຕົນ​ໄດ້​ເຫັນ​ນິມິດ ຫລື​ສະແດງ​ຕົນ​ເປັນ​ຜູ້ທຳນວາຍ ຫລື​ນຸ່ງ​ເສື້ອຄຸມ​ຂອງ​ຜູ້ທຳນວາຍ​ຫາ​ຫລອກລວງ​ປະຊາຊົນ.


ຈົ່ງ​ປະຕິບັດ​ຕາມ​ກົດບັນຍັດ​ນັ້ນ​ຢ່າງ​ສັດຊື່ ເພາະ​ການ​ກະທຳ​ເຊັ່ນນັ້ນ ຈະ​ສະແດງ​ໃຫ້​ຊົນຊາດ​ອື່ນ​ເຫັນ​ວ່າ ພວກເຈົ້າ​ສະຫລຽວ​ສະຫລາດ​ພຽງໃດ. ເມື່ອ​ເຂົາ​ໄດ້ຍິນ​ເຖິງ​ກົດບັນຍັດ​ເຫຼົ່ານີ້​ແລ້ວ ເຂົາ​ກໍ​ຈະ​ເວົ້າ​ວ່າ ‘ຊົນຊາດ​ທີ່​ຍິ່ງໃຫຍ່​ນີ້​ຊ່າງ​ມີ​ປັນຍາ​ແລະ​ຄວາມ​ຮອບຮູ້​ແທ້ນໍ.’


ທີ່​ຈິງ​ແລ້ວ ເຈົ້າ​ໄດ້​ຮູ້​ພຣະຄຳພີ​ອັນ​ສັກສິດ ຕັ້ງແຕ່​ຄາວ​ເຈົ້າ​ຍັງ​ນ້ອຍ​ພຸ້ນ ຊຶ່ງ​ສາມາດ​ສອນ​ເຈົ້າ​ໃຫ້​ມີ​ປັນຍາ ທີ່​ນຳ​ໄປ​ເຖິງ​ຄວາມ​ພົ້ນ ໂດຍ​ທາງ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າ​ເຢຊູ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka