8 ພວກເຈົ້າເວົ້າໄດ້ຢ່າງໃດວ່າ ພວກເຈົ້າສະຫລາດ ແລະຮູ້ຈັກກົດບັນຍັດຂອງເຮົາ? ເບິ່ງດູ ສະໝຽນທີ່ບໍ່ສັດຊື່ນັ້ນ ພວກເຂົາໄດ້ປ່ຽນແປງກົດບັນຍັດຂອງເຮົາ.
ຄົນໂງ່ເລີ່ມຈະມີປັນຍາໄດ້ກໍຕໍ່ເມື່ອໂຕລໍປ່າ ຖືກຄົນນຳມັນມາຝຶກຫັດໃຫ້ຮູ້ຄວາມໄດ້.
ພຣະອົງເຮັດໃຫ້ຄຳເວົ້າຈາກປາກຂອງຜູ້ໃຫ້ຄຳປຶກສາມິດງຽບໄປ ແລະເຮັດໃຫ້ສະຕິປັນຍາໜີໄປຈາກຊາຍຊະຣາດ້ວຍ.
ພຣະອົງໃຫ້ຖ້ອຍຄຳແກ່ປະຊາຊົນຂອງພຣະອົງ ໃຫ້ຄຳແນະນຳ ແລະກົດບັນຍັດແກ່ອິດສະຣາເອນນັ້ນ.
ພໍ່ເຖົ້າແມ່ເຖົ້າພູມໃຈໃນລູກຫລານຂອງຕົນ ດັ່ງພວກລູກທີ່ພູມໃຈໃນຕົວຜູ້ເປັນພໍ່ແມ່.
ບັນພະບຸລຸດພວກເຈົ້າແຕ່ກີ້ ກໍໄດ້ເຮັດບາບຄືກັນ ພວກຜູ້ນຳເອງກໍເຮັດບາບຕໍ່ສູ້ເຮົາດ້ວຍ.
ແລ້ວປະຊາຊົນກໍໄດ້ເວົ້າວ່າ, “ໃຫ້ພວກເຮົາກຳຈັດເຢເຣມີຢາສາເທາະ ພວກເຮົາມີພວກປະໂຣຫິດໃຫ້ຄຳແນະນຳ, ມີພວກນັກປາດໃຫ້ຄຳປຶກສາ ແລະມີພວກຜູ້ທຳນວາຍ ປະກາດຖ້ອຍຄຳຂອງພຣະເຈົ້າຢູ່ສະເໝີ. ໃຫ້ພວກເຮົາຫາເລື່ອງໃສ່ລາວ ແລະຢ່າຟັງສິ່ງທີ່ລາວເວົ້ານັ້ນ.”
ເພາະໃນບ່ອນນີ້ເຮົາຈະທຳລາຍແຜນການທັງປວງຂອງຊາວຢູດາແລະຊາວນະຄອນເຢຣູຊາເລັມ. ເຮົາຈະໃຫ້ເຫຼົ່າສັດຕູຊະນະພວກເຂົາ ແລະສັງຫານພວກເຂົາໃນສະໜາມຮົບ. ເຮົາຈະໃຫ້ຝູງນົກແລະຝູງສັດປ່າໄດ້ກິນຊາກສົບຂອງພວກເຂົາເປັນອາຫານ.
ປະໂຣຫິດບໍ່ໄດ້ຖາມວ່າ, ‘ພຣະເຈົ້າຢາເວຢູ່ໃສ?’ ພວກທີ່ຮັກສາກົດບັນຍັດຂອງເຮົາກໍບໍ່ໄດ້ຮູ້ຈັກເຮົາຊໍ້າ. ພວກຜູ້ປົກຄອງກໍໄດ້ກະບົດຕໍ່ສູ້ເຮົາ ຜູ້ທຳນວາຍໄດ້ກ່າວໃນນາມພະບາອານ ພວກເຂົາພາກັນນ້ອມນະມັດສະການ ຂາບໄຫວ້ບັນດາຮູບເຄົາຣົບທີ່ບໍ່ມີປະໂຫຍດ.
ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ, “ປະຊາຊົນຂອງເຮົານີ້ຊ່າງໂງ່ຈ້າຫລາຍ ພວກເຂົາຕ່າງກໍພາກັນບໍ່ຮູ້ຈັກເຮົາເລີຍ. ພວກເຂົາເປັນດັ່ງເດັກນ້ອຍທີ່ໂງ່ຈ້າເຕັມທີ ພວກເຂົາບໍ່ມີຄວາມເຂົ້າໃຈສິ່ງໃດໆ. ພວກເຂົາເປັນຜູ້ຊຳນິຊຳນານເລື່ອງການເຮັດຊົ່ວ ແຕ່ເລື່ອງການເຮັດດີ ພວກເຂົາພັດບໍ່ຮູ້ຈັກຊໍ້າ.”
ຊາຍໂມອາບ ເປັນຫຍັງຈຶ່ງວ່າເປັນຊ່ຽວຊານການລົບ ເປັນຜູ້ອົງອາດກ້າຫານທີ່ຜ່ານເສິກມາແລ້ວ?
ເຮົາໄດ້ຂຽນຄຳສັ່ງສອນຫລາຍຂໍ້ໄວ້ ຈົນນັບບໍ່ຖ້ວນສຳລັບປະຊາຊົນ; ແຕ່ພວກເຂົາບໍ່ຍອມຮັບໂດຍຖືວ່າຄຳສັ່ງສອນນັ້ນເປັນຂອງແປກ ແລະຂອງຕ່າງຊາດ.
ຜູ້ນັ້ນຈຶ່ງບໍ່ຕ້ອງນັບຖືພໍ່ຂອງຕົນ. ການທີ່ພວກເຈົ້າເຮັດເຊັ່ນນັ້ນ ກໍເປັນການທຳລາຍຄຸນຄ່າແຫ່ງພຣະທຳຂອງພຣະເຈົ້າ, ເພື່ອເຫັນແກ່ທຳນຽມທີ່ພວກເຈົ້າສັ່ງສອນຖ່າຍທອດສືບຕໍ່ກັນມາ.
ພຣະເຢຊູເຈົ້າຊົງຕອບວ່າ, “ຖ້າພວກເຈົ້າເປັນຄົນຕາບອດ ພວກເຈົ້າຈະບໍ່ມີບາບກຳ, ແຕ່ບັດນີ້ພວກເຈົ້າເວົ້າວ່າ, ‘ເຮົາເຫັນຢູ່.’ ເຫດສະນັ້ນ ຄວາມຜິດບາບຂອງພວກເຈົ້າຈຶ່ງຍັງມີຢູ່.”
ພວກເຂົາອ້າງຕົນວ່າ ເປັນຄົນສະຫລາດ ພວກເຂົາຈຶ່ງກາຍເປັນຄົນໂງ່ໄປ,