Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 8:7 - ພຣະຄຳພີສັກສິ

7 ແມ່ນແຕ່​ນົກ​ຍາງ​ຢູ່​ເທິງ​ຟ້າ​ຍັງ​ຮູ້ຈັກ​ຍາມ​ກັບ​ມາ; ນົກ​ກາງແກ, ນົກ​ແອ່ນ ແລະ​ນົກ​ຂຽນ ກໍ​ຍັງ​ຮູ້ຈັກ​ເວລາ​ຍົກຍ້າຍ​ມາ. ແຕ່​ປະຊາຊົນ​ຂອງເຮົາ ພວກເຈົ້າ​ບໍ່​ຮູ້ຈັກ​ກົດບັນຍັດ​ທັງຫລາຍ​ຂອງເຮົາ​ທີ່​ໃຊ້​ປົກຄອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 8:7
10 Jak'a apnaqawi uñst'ayäwi  

ມວນ​ມາລີ​ຕ່າງ​ກໍ​ພື​ກີບ​ຢູ່​ຕາມ​ທ້ອງ​ທົ່ງນາ ແລະ​ມວນ​ມາລາ​ຕ່າງ​ກໍ​ເບັ່ງບານ​ຄືກັນ​ດ້ວຍ. ລະດູ​ນີ້​ແມ່ນ​ເວລາ​ຮ້ອງລຳ​ທຳເພງ ທົ່ວ​ທ້ອງ​ທົ່ງນາ​ກໍ​ໄດ້​ຍິນ​ແຕ່​ສຽງ​ນົກເຂົາ​ຂັນຮ້ອງ.


ງົວ​ຍັງ​ຮູ້ຈັກ​ເຈົ້າຂອງ ແລະ​ລໍ​ກໍ​ຍັງ​ຮູ້ຈັກ​ບ່ອນ​ທີ່​ນາຍ​ເອົາ​ໄປ​ລ້ຽງ, ແຕ່​ຊາດ​ອິດສະຣາເອນ ປະຊາຊົນ​ຂອງເຮົາ​ບໍ່​ຮູ້ຈັກ​ສໍ່ານັ້ນ​ເລີຍ. ພວກເຂົາ​ບໍ່​ເຂົ້າໃຈ​ຫຍັງ​ຈັກດີ້.”


ງ່າໄມ້​ກໍ​ຫ່ຽວແຫ້ງ​ແລະ​ຫັກ​ລົງ ແລະ​ພວກຜູ້ຍິງ​ກໍ​ໄປ​ເກັບ​ເອົາ​ມາ​ເຮັດ​ຟືນ. ຍ້ອນ​ປະຊາຊົນ​ບໍ່ໄດ້​ເຂົ້າໃຈ​ຫຍັງ ພຣະເຈົ້າ​ອົງ​ເປັນ​ພຣະຜູ້​ສ້າງ​ຂອງ​ພວກເຂົາ​ຈຶ່ງ​ຈະ​ບໍ່​ໃຫ້​ຄວາມ​ເມດຕາປານີ ຫລື​ສະແດງ​ຄວາມ​ອີດູຕົນ​ໃດໆ​ແກ່​ພວກເຂົາ​ເລີຍ.


ໃນ​ງານກິນລ້ຽງ ພວກເຈົ້າ​ມີ​ພິນ​ແລະ​ມີ​ກອງ ແລະ​ມີ​ຂຸ່ຍ​ພ້ອມ​ທັງ​ເຫຼົ້າ​ອະງຸ່ນ. ແຕ່​ພວກເຈົ້າ​ບໍ່​ເຂົ້າໃຈ​ສິ່ງ​ທີ່​ພຣະເຈົ້າຢາເວ​ກຳລັງ​ຈະ​ເຮັດ


ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ, “ປະຊາຊົນ​ຂອງເຮົາ​ນີ້​ຊ່າງໂງ່ຈ້າ​ຫລາຍ ພວກເຂົາ​ຕ່າງ​ກໍ​ພາກັນ​ບໍ່​ຮູ້ຈັກ​ເຮົາ​ເລີຍ. ພວກເຂົາ​ເປັນ​ດັ່ງ​ເດັກນ້ອຍ​ທີ່​ໂງ່ຈ້າ​ເຕັມທີ ພວກເຂົາ​ບໍ່ມີ​ຄວາມ​ເຂົ້າໃຈ​ສິ່ງໃດໆ. ພວກເຂົາ​ເປັນ​ຜູ້​ຊຳນິ​ຊຳນານ​ເລື່ອງ​ການ​ເຮັດ​ຊົ່ວ ແຕ່​ເລື່ອງ​ການ​ເຮັດ​ດີ ພວກເຂົາ​ພັດ​ບໍ່​ຮູ້ຈັກ​ຊໍ້າ.”


ສະນັ້ນ ຝູງ​ໂຕສິງ​ຈາກ​ປ່າ​ຈະ​ກັດກິນ​ພວກເຂົາ ໝາປ່າ​ແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຈະ​ຈີກ​ພວກເຂົາ​ເປັນ​ຕ່ອນ ແລະ​ເສືອດາວ​ຈະ​ດັກສະກັດ​ຢູ່​ຕາມ​ເມືອງ​ຂອງ​ພວກເຂົາ ຖ້າ​ອອກ​ໄປ ພວກເຂົາ​ຈະ​ຖືກ​ພວກມັນ​ຈີກ​ເປັນ​ຕ່ອນໆ; ເພາະ​ການບາບ​ທີ່​ພວກເຂົາ​ກະທຳ​ມີ​ຢ່າງ​ຫລວງຫລາຍ ພວກເຂົາ​ໄດ້​ຫັນໜີ​ຈາກ​ພຣະເຈົ້າ​ເທື່ອແລ້ວ​ເທື່ອອີກ.


ກົດບັນຍັດ​ຖືກ​ຫຍໍ້ຫຍັນ ແລະ​ຄວາມ​ຍຸດຕິທຳ​ກໍ​ບໍ່ມີ​ເລີຍ. ຄົນ​ອະທຳ​ເອົາປຽບ​ຄົນ​ຊອບທຳ; ເພາະເຫດນັ້ນ ຄວາມ​ຍຸດຕິທຳ​ຈຶ່ງ​ຖືກ​ບິດເບືອນ.


ຂ້າພະເຈົ້າ​ຈຶ່ງ​ເງີຍໜ້າ​ຂຶ້ນ ແລະ​ເຫັນ​ຍິງ​ສອງ​ຄົນ​ບິນ​ມາ​ທາງ​ຂ້າພະເຈົ້າ ດ້ວຍ​ປີກ​ອັນ​ມີ​ກຳລັງ​ຫລາຍ​ເໝືອນ​ດັ່ງ​ນົກ​ຍາງ. ຍິງ​ທັງສອງ​ໄດ້​ຍົກ​ກະຕ່າ​ນັ້ນ​ຂຶ້ນ​ແລະ​ບິນ​ໜີໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka