ເຢເຣມີຢາ 8:6 - ພຣະຄຳພີສັກສິ6 ເຮົາໄດ້ຟັງພວກເຈົ້າຢ່າງຕັ້ງໃຈ ແຕ່ພວກເຈົ້າບໍ່ໄດ້ເວົ້າຄວາມຈິງ. ບໍ່ມີຜູ້ໃດເລີຍໃນພວກເຈົ້າເສຍໃຈຕໍ່ບາບທີ່ຕົນໄດ້ເຮັດ; ບໍ່ມີຜູ້ໃດເລີຍຖາມວ່າ, ‘ຂ້ອຍໄດ້ເຮັດຜິດຫຍັງ?’ ທຸກຄົນຕ່າງກໍເຮັດໄປຕາມທາງຂອງຕົນເອງ ດັ່ງມ້າໂຕໜຶ່ງທີ່ກຳລັງແລ່ນເຂົ້າສູ່ສະໜາມຮົບ. Uka jalj uñjjattʼäta |
ອົງພຣະຜູ້ເປັນເຈົ້າບໍ່ໄດ້ຊົງເສີຍຊ້າ ທີ່ຈະເຮັດໃຫ້ພຣະສັນຍາຂອງພຣະອົງສຳເລັດ ເໝືອນດັ່ງທີ່ບາງຄົນນັ້ນຄິດວ່າຊ້າ ແຕ່ພຣະອົງຊົງອົດທົນດົນນານ ເພາະເຫັນແກ່ເຈົ້າທັງຫຼາຍ. ພຣະອົງບໍ່ປະສົງໃຫ້ຜູ້ໃດຜູ້ໜຶ່ງຕ້ອງຈິບຫາຍໄປ, ແຕ່ຊົງປາຖະໜາທີ່ຈະໃຫ້ຄົນທັງປວງ ມາເຖິງການຖິ້ມໃຈເກົ່າເອົາໃຈໃໝ່.
ມະນຸດທີ່ຍັງເຫລືອຢູ່ ເປັນພວກທີ່ບໍ່ໄດ້ຖືກຂ້າດ້ວຍໄພພິບັດເຫຼົ່ານັ້ນ, ກໍຍັງບໍ່ໄດ້ກັບໃຈເສຍໃໝ່ ຈາກສິ່ງທີ່ພວກຕົນໄດ້ເຮັດນັ້ນ, ພວກເຂົາບໍ່ເຊົາບູຊາຜີມານຮ້າຍ ບູຊາຮູບເຄົາຣົບທີ່ເຮັດດ້ວຍຄຳ, ດ້ວຍເງິນ, ດ້ວຍທອງເຫລືອງ, ດ້ວຍຫີນ ແລະດ້ວຍໄມ້ ຊຶ່ງບໍ່ສາມາດເຫັນໄດ້, ບໍ່ສາມາດໄດ້ຍິນ ແລະບໍ່ສາມາດຍ່າງໄປມາໄດ້.