ເຢເຣມີຢາ 8:3 - ພຣະຄຳພີສັກສິ3 ສ່ວນປະຊາຊົນຂອງຊາດອັນຊົ່ວຮ້າຍທີ່ຍັງເຫລືອຢູ່ນີ້ ຄືພວກທີ່ອາໄສຢູ່ໃນບ່ອນທີ່ເຮົາໄດ້ເຮັດໃຫ້ກະຈັດກະຈາຍໄປນັ້ນ ຈະຢາກຕາຍຫລາຍກວ່າທີ່ຢາກຈະມີຊີວິດຢູ່.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫລະ. Uka jalj uñjjattʼäta |
ພວກເຈົ້າຈະພົບເຮົາແທ້ໆ,’ ພຣະເຈົ້າຢາເວກ່າວວ່າ, ‘ແລະເຮົາຈະປົວແປງພວກເຈົ້າຂຶ້ນໃໝ່ຢູ່ໃນປະເທດຂອງພວກເຈົ້າເອງ. ເຮົາຈະເຕົ້າໂຮມພວກເຈົ້າຈາກທຸກໆປະເທດແລະຈາກທຸກໆບ່ອນ ຊຶ່ງເຮົາໄດ້ໃຫ້ພວກເຈົ້າກະຈັດກະຈາຍໄປນັ້ນ’ ພຣະເຈົ້າຢາເວກ່າວວ່າ ‘ແລະເຮົາຈະນຳພວກເຈົ້າກັບຄືນມາສູ່ດິນແດນ ຊຶ່ງເຮົາໄດ້ສົ່ງພວກເຈົ້າໄປເປັນຊະເລີຍນັ້ນ.’
ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງກະທຳໃນສິ່ງທີ່ຍຸດຕິທຳສະເໝີ; ແຕ່ພວກຂ້ານ້ອຍໄດ້ນຳເອົາແຕ່ຄວາມເສື່ອມເສຍ ມາສູ່ພວກຂ້ານ້ອຍເອງຢູ່ເລື້ອຍ. ດັ່ງໃນກໍລະນີທີ່ພວກຂ້ານ້ອຍທັງໝົດຄືຜູ້ທີ່ຢູ່ໃນແຂວງຢູດາຍ, ໃນນະຄອນເຢຣູຊາເລັມ, ຕະຫລອດທັງຊາວອິດສະຣາເອນ ທີ່ພຣະອົງໄດ້ໃຫ້ກະຈັດກະຈາຍໄປໃນປະເທດໃກ້ແລະໄກ ຍ້ອນພວກເຂົາບໍ່ສັດຊື່ຕໍ່ພຣະອົງ.
“ບັດນີ້ ຂ້າພະເຈົ້າຂໍໃຫ້ພວກເຈົ້າເລືອກເອົາ ລະຫວ່າງຄຳອວຍພອນແລະຄຳສາບແຊ່ງ. ເມື່ອເຫດການເຫຼົ່ານີ້ທັງໝົດໄດ້ເກີດຂຶ້ນກັບພວກເຈົ້າແລ້ວ ແລະພວກເຈົ້າກຳລັງອາໄສຢູ່ທ່າມກາງຊົນຊາດຕ່າງໆ ບ່ອນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເຮັດໃຫ້ພວກເຈົ້າກະຈັດກະຈາຍໄປນັ້ນ; ພວກເຈົ້າກໍຈະຈົດຈຳສິ່ງທີ່ຂ້າພະເຈົ້າໄດ້ບອກໃຫ້ພວກເຈົ້າເລືອກເອົາ.