21 ຫົວໃຈຂອງຂ້ານ້ອຍບວມຊໍ້າຍ້ອນປະຊາຊົນຖືກຢຽບຢໍ່າໃດ ຂ້ານ້ອຍໄວ້ທຸກລະທົມໃຈເພາະຖືກກະທຳໃຫ້ທໍ້ແທ້.
ແລະຕອບເພິ່ນວ່າ, “ຂໍພະຣາຊາ ຈົ່ງໝັ້ນຍືນຕະຫລອດໄປເທີ້ນ ຈະໃຫ້ຂ້ານ້ອຍບໍ່ໂສກເສົ້າໄດ້ຢ່າງໃດ ໃນເມື່ອເມືອງທີ່ບັນພະບຸລຸດຂອງຂ້ານ້ອຍໄດ້ຖືກຝັງໄວ້ໃນບ່ອນຮົກຮ້າງເພພັງ ແລະປະຕູເມືອງກໍຖືກທຳລາຍດ້ວຍໄຟ?”
ອົງພຣະຜູ້ເປັນເຈົ້າໄດ້ສັ່ງຂ້າພະເຈົ້າໃຫ້ບອກປະຊາຊົນ ເຖິງຄວາມເສຍໃຈຂອງຂ້າພະເຈົ້າວ່າ: “ຂໍໃຫ້ນໍ້າຕາຂອງຂ້ານ້ອຍໄຫລຫລັ່ງທັງເວັນທັງຄືນ ຂໍຢ່າໃຫ້ຂ້ານ້ອຍເຊົາຮ້ອງໄຫ້ຈັກເທື່ອ ເພາະປະຊາຊົນຂອງຂ້ານ້ອຍໄດ້ຖືກທຳລາຍໜັກ ບາດແຜຂອງພວກເຂົາກໍໜັກໜ່ວງແທ້ໆ.
“ຢູດາກຳລັງຢູ່ໃນສະພາບໄວ້ທຸກ ເພາະຄົນໃນເມືອງກຳລັງລົ້ມຕາຍ ປະຊາຊົນໃນເມືອງກໍໂສກເສົ້ານອນຕາມຂີ້ດິນ ແລະນະຄອນເຢຣູຊາເລັມກໍຮ້ອງຂໍໃຫ້ຊ່ວຍ.
ແຕ່ຂ້ານ້ອຍບໍ່ໄດ້ຫາໂອກາດໜີຈາກການເປັນຜູ້ລ້ຽງແກະທີ່ຕາມພຣະອົງໄປ ຂ້ານ້ອຍບໍ່ເຄີຍປາຖະໜາເຫັນວັນແຫ່ງຄວາມຈິບຫາຍ. ພຣະອົງກໍຮູ້ເລື່ອງນີ້ດີ; ພຣະອົງກໍຮູ້ແລ້ວໃນສິ່ງທີ່ຂ້ານ້ອຍໄດ້ເວົ້າອອກມາຈາກປາກຂອງຂ້ານ້ອຍ ກໍຖືກຕ້ອງຕໍ່ສາຍຕາຂອງພຣະອົງ.
ຄວາມເຈັບປວດ ຂ້ານ້ອຍທົນຕໍ່ໄປບໍ່ໄຫວ ຈິດໃຈຂອງຂ້ານ້ອຍເຕັ້ນແຮງກຳລັງຈະແຕກຢູ່ແລ້ວ ຂ້ານ້ອຍມິດງຽບຢູ່ບໍ່ໄດ້ອີກຕໍ່ໄປ ຂ້ານ້ອຍໄດ້ຍິນສຽງແກແລະສຽງຮ້ອງການສູ້ຮົບ.
“ລະດູຮ້ອນຜ່ານພົ້ນ ລະດູເກັບກ່ຽວກຳລັງຈະໝົດ ພວກເຂົາກ່າວວ່າ ແຕ່ພວກເຮົາຍັງບໍ່ໄດ້ຖືກຊ່ວຍໃຫ້ພົ້ນ.”
“ຂ້ານ້ອຍຢາກໃຫ້ຫົວຂອງຂ້ານ້ອຍ ເປັນບໍ່ນໍ້າພຸບໍ່ໜຶ່ງເດ ແລະຕາຂອງຂ້ານ້ອຍກໍຄືກັນ ເປັນນໍ້າພຸແຫ່ງນໍ້າຕາດ້ວຍ ເພື່ອວ່າຂ້ານ້ອຍຈະຮ້ອງໄຫ້ທັງເວັນທັງຄືນ ໃຫ້ປະຊາຊົນຂອງຂ້ານ້ອຍທີ່ໄດ້ຖືກສັງຫານຖິ້ມ.
ຂ້ອຍຄືຜູ້ໜຶ່ງທີ່ຮູ້ວ່າຖືກລຳບາກເປັນຢ່າງໃດ ຖືກລຳບາກເພາະພຣະເຈົ້າໄດ້ລົງໂທດ.
ເມື່ອມັນເຂົ້າມາໃກ້ໆ ທຸກຄົນຕ່າງກໍຢ້ານກົວ ຈົນໜ້າແຕ່ລະຄົນຊີດຂາວໄປ.
ນີເນເວເອີຍ ເຈົ້າຖືກທຳລາຍສາແລ້ວ ເປັນເມືອງຮ້າງວ່າງຄົນແລະເປັນຖິ່ນເປົ່າປ່ຽວ ທຸກຄົນຕ່າງກໍຢ້ານຈົນອົກສັ່ນຂວັນເສຍ ຈົນຫົວເຂົ່າທຸກຄົນສັ່ນເຊັນດ້ວຍຄວາມຢ້ານ ແລະທຸກຄົນຕ່າງກໍໝົດເຫື່ອໝົດແຮງ ຈົນສີໜ້າມ້ານຫລ່າເຫລືອງໄປທັງນັ້ນ.
ເມື່ອພຣະເຢຊູເຈົ້າສະເດັດມາໃກ້ ແລະເຫັນຕົວເມືອງແລ້ວ ພຣະອົງກໍຮ້ອງໄຫ້ເພາະສົງສານຕົວເມືອງ.