Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 8:2 - ພຣະຄຳພີສັກສິ

2 ແທນ​ທີ່​ກະດູກ​ເຫຼົ່ານີ້​ຈະ​ຖືກ​ຮິບໂຮມ ແລະ​ຖືກ​ຝັງ​ໄວ້; ແຕ່​ມັນ​ຈະ​ຖືກ​ປະ​ໃຫ້​ເປັນ​ຝຸ່ນ ຢາຍ​ເດຍລະດາດ​ຢູ່​ຕາມ​ໜ້າດິນ. ມັນ​ຈະ​ຖືກ​ປະປ່ອຍ​ໃຫ້​ຕາກ​ແສງ​ຕາເວັນ, ແສງ​ດວງເດືອນ ແລະ​ແສງ​ດວງດາວ​ອື່ນໆ ທີ່​ປະຊາຊົນ​ເຫຼົ່ານີ້​ບູຊາ​ແລະ​ຮັບໃຊ້ ໂດຍ​ຂໍ​ຄຳ​ປຶກສາ​ແລະ​ຂາບໄຫວ້.

Uka jalj uñjjattʼäta Copia luraña




ເຢເຣມີຢາ 8:2
32 Jak'a apnaqawi uñst'ayäwi  

ພວກເຂົາ​ປະຖິ້ມ​ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ແລະ​ໄດ້​ໃຊ້​ໂລຫະ​ຫລໍ່​ຮູບ​ງົວ​ສອງ​ໂຕ​ຂຶ້ນ​ມາ​ຂາບໄຫວ້; ພວກເຂົາ​ຍັງ​ໄດ້​ເຮັດ​ຮູບ​ຂອງ​ເຈົ້າແມ່​ອາເຊຣາ, ຂາບໄຫວ້​ຕາເວັນ​ເດືອນ​ດາວ ແລະ​ຮັບໃຊ້​ພະບາອານ.


ເພິ່ນ​ສ້າງ​ບ່ອນ​ຂາບໄຫວ້​ພະ​ຂອງ​ຄົນຕ່າງຊາດ​ຂຶ້ນ​ໃໝ່ ທີ່​ກະສັດ​ເຮເຊກີຢາ​ພໍ່​ຂອງ​ເພິ່ນ​ໄດ້​ທຳລາຍ​ໄປ​ແລ້ວ​ນັ້ນ; ເພິ່ນ​ສ້າງ​ແທ່ນບູຊາ​ສຳລັບ​ຂາບໄຫວ້​ພະບາອານ ແລະ​ສ້າງ​ຮູບ​ຂອງ​ເຈົ້າແມ່​ອາເຊຣາ​ດັ່ງ​ເຈົ້າ​ອາຮາບ​ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ເຮັດ​ມາ​ນັ້ນ. ກະສັດ​ມານາເຊ​ຍັງ​ໄດ້​ຂາບໄຫວ້​ຕາເວັນ​ເດືອນ​ດາວ​ອີກ​ດ້ວຍ.


ເພິ່ນ​ຍັງ​ໄດ້​ສ້າງ​ແທ່ນບູຊາ​ຕ່າງໆ ເພື່ອ​ຂາບໄຫວ້​ຕາເວັນ​ເດືອນ​ດາວ​ໃສ່​ເດີ່ນ​ທັງສອງ​ແຫ່ງ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.


ເພິ່ນ​ປົດ​ຕຳແໜ່ງ​ພວກ​ປະໂຣຫິດ​ທີ່​ບັນດາ​ກະສັດ​ແຫ່ງ​ຢູດາຍ ໄດ້​ແຕ່ງຕັ້ງ​ໃຫ້​ຖວາຍ​ເຄື່ອງ​ບູຊາ ທີ່​ແທ່ນບູຊາ​ຂອງ​ພະ​ຕ່າງຊາດ​ຊຶ່ງ​ມີ​ຢູ່​ໃນ​ເມືອງຕ່າງໆ​ຂອງ​ຢູດາຍ ແລະ​ຕາມ​ບ່ອນ​ຕ່າງໆ​ທີ່​ໃກ້​ກັບ​ນະຄອນ​ເຢຣູຊາເລັມ ຄື​ປະໂຣຫິດ​ທຸກຄົນ​ທີ່​ຖວາຍ​ເຄື່ອງ​ບູຊາ​ແກ່​ພະບາອານ, ດວງຕາເວັນ, ດວງເດືອນ ແລະ​ດວງດາວ​ຕ່າງໆ​ທັງໝົດ​ໃນ​ຟ້າ​ສະຫວັນ.


ແຕ່​ແລ້ວ​ຄົນຊົ່ວຮ້າຍ​ກໍ​ຈະ​ຢ້ານກົວ​ຫລາຍ ເໝືອນ​ກັບ​ວ່າ​ພວກເຂົາ​ບໍ່ເຄີຍ​ເປັນ​ມາ​ກ່ອນ ດ້ວຍວ່າ, ພຣະເຈົ້າ​ຈະ​ເຮັດ​ໃຫ້​ກະດູກ​ຂອງ​ເຫຼົ່າ​ສັດຕູ ຂອງ​ປະຊາຊົນ​ຂອງ​ພຣະອົງ​ຊະຊາຍ​ໄປສິ້ນ. ພຣະເຈົ້າ​ຈະ​ຊົງ​ໃຫ້​ພວກເຂົາ​ອັບອາຍ, ເພາະວ່າ​ພຣະເຈົ້າ​ຊົງ​ປະຖິ້ມ​ພວກເຂົາ​ແລ້ວ.


ພຣະອົງ​ໄດ້​ເອົາ​ຊະນະ​ພວກ​ເຂົາເຈົ້າ​ທີ່​ເອນໂດເຣ ແລະ​ຊາກສົບ​ຂອງ​ພວກເຂົາ​ກໍ​ເນົ່າເໝັນ​ເຕັມ​ພື້ນ.


ຈົ່ງ​ເຮັດ​ຕໍ່​ພວກ​ຜູ້ນຳ​ພວກເຂົາ ເໝືອນ​ດັ່ງ​ເຮັດ​ຕໍ່​ໂອເຣັບ​ແລະ​ເຊເອັບ ຕໍ່​ບັນດາ​ຜູ້ປົກຄອງ​ດັ່ງ​ເຊບາ​ແລະ​ຊັນມຸນນາ​ດ້ວຍ.


ຄົນ​ໜຶ່ງ​ອາດ​ຈະ​ມີ​ລູກ​ເຖິງ​ຮ້ອຍ​ຄົນ ແລະ​ມີ​ຊີວິດ​ຍືນຍາວ​ກໍໄດ້ ເຖິງ​ແມ່ນ​ວ່າ​ລາວ​ຈະ​ມີ​ອາຍຸ​ຍືນຍາວ​ຈັກ​ເທົ່າໃດ​ກໍຕາມ, ແຕ່​ຖ້າ​ລາວ​ບໍ່ໄດ້​ຮັບ​ຄວາມສຸກ​ທີ່​ລາວ​ຄວນ​ໄດ້​ຮັບ ແລະ​ບໍ່ມີ​ຄົນ​ເຮັດ​ພິທີ​ຝັງສົບ​ໃຫ້​ຢ່າງ​ມີ​ກຽດ​ແລ້ວ ຂ້າພະເຈົ້າ​ຂໍ​ບອກ​ວ່າ, ເປັນ​ແອນ້ອຍ​ເກີດ​ມາ​ແລ້ວ​ຕາຍ​ກໍ​ຍັງ​ດີກວ່າ.


ປະຊາຊົນ​ຜູ້ໃດ​ທີ່​ຟັງ​ພວກເຂົາ​ເວົ້າ​ໃນ​ສິ່ງ​ເຫຼົ່ານີ້ ກໍ​ຈະ​ຖືກ​ຂ້າ​ໂດຍ​ວິທີ​ດຽວກັນ​ນີ້. ຊາກສົບ​ຂອງ​ພວກເຂົາ​ຈະ​ຖືກ​ໂຍນ​ຖິ້ມ ຕາມ​ທ້ອງ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ ແລະ​ຈະ​ບໍ່ມີ​ຜູ້ໃດ​ຝັງ​ຊາກສົບ​ຂອງ​ພວກເຂົາ. ເຫດການ​ນີ້​ຈະ​ເກີດຂຶ້ນ​ກັບ​ພວກເຂົາ​ທຸກຄົນ ລວມ​ທັງ​ເມຍ, ລູກຊາຍ ແລະ​ລູກສາວ​ຂອງ​ພວກເຂົາ​ດ້ວຍ. ເຮົາ​ຈະ​ໃຫ້​ພວກເຂົາ​ໄດ້​ຮັບ​ໂທດກຳ ຍ້ອນ​ພວກເຂົາ​ເອງ​ໄດ້​ເຮັດ​ຊົ່ວ.”


ແລ້ວ​ເຈົ້າ​ຈົ່ງ​ບອກ​ພວກເຂົາ​ວ່າ ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ ‘ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ຫັນໜີ​ຈາກ​ເຮົາ​ໄປ​ຂາບໄຫວ້​ແລະ​ຮັບໃຊ້​ພະອື່ນ. ພວກເຂົາ​ໄດ້​ປະຖິ້ມ​ເຮົາ​ແລະ​ບໍ່ໄດ້​ປະຕິບັດ​ຕາມ​ຄຳສັ່ງສອນ​ຂອງເຮົາ.


ພວກເຂົາ​ຈະ​ຕາຍ​ດ້ວຍ​ການ​ເຈັບໄຂ້​ໄດ້ປ່ວຍ​ໜັກ ແລະ​ຈະ​ບໍ່ມີ​ຜູ້ໃດ​ໄວ້ທຸກ​ໃຫ້​ພວກເຂົາ ແລະ​ຝັງ​ພວກເຂົາ​ໄວ້. ຊາກສົບ​ຂອງ​ພວກເຂົາ​ຈະ​ຢຽດຢາຍ​ດັ່ງ​ກອງຝຸ່ນ​ຢູ່​ຕາມ​ເທິງ​ໜ້າດິນ. ພວກເຂົາ​ຈະ​ຖືກ​ຂ້າ​ໃນ​ສົງຄາມ ຫລື​ຕາຍອຶດ​ຕາຍຢາກ ແລະ​ຊາກສົບ​ຂອງ​ພວກເຂົາ​ຈະ​ເປັນ​ອາຫານ​ສຳລັບ​ຝູງນົກ ແລະ​ຝູງ​ສັດປ່າ.”


ທັງ​ຄົນຮັ່ງມີ​ແລະ​ຄົນ​ຍາກຈົນ​ຈະ​ຕາຍ​ຢູ່​ໃນ​ດິນແດນ​ນີ້ ແຕ່​ບໍ່ມີ​ຜູ້ໃດ​ຈະ​ຝັງ​ພວກເຂົາ​ໄວ້ ແລະ​ໄວ້ທຸກ​ໃຫ້​ພວກເຂົາ. ບໍ່ມີ​ຜູ້ໃດ​ຈະ​ຂີດ​ຕົວ​ເອງ ຫລື​ແຖ​ຫົວ​ສະແດງ​ຄວາມ​ໂສກເສົ້າ​ຂອງຕົນ.


ເຮືອນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ, ຫໍໂຮງ​ຕ່າງໆ​ຂອງ​ກະສັດ​ແຫ່ງ​ຢູດາຍ ແລະ​ບ້ານເຮືອນ​ຂອງ​ທຸກຄົນ​ທີ່​ເຜົາ​ເຄື່ອງຫອມ​ບູຊາ​ຕາເວັນ, ເດືອນ, ດວງດາວ ແລະ​ຖອກ​ເຫຼົ້າ​ອະງຸ່ນ​ຖວາຍ​ໃຫ້​ບັນດາ​ພະອື່ນ ຈະ​ເປັນ​ມົນທິນ​ດັ່ງ​ໂຕເຟັດ.”


ພວກເຂົາ​ຈະ​ໃຫ້ກຽດ​ຝັງສົບ​ລາວ​ໄວ້​ດັ່ງ​ຝັງ​ໂຕ​ລາ ໂດຍ​ຈະ​ລາກ​ໂຍນ​ຖິ້ມ​ໄປ​ນອກ​ປະຕູ​ນະຄອນ​ພຸ້ນ.”


ໃນ​ວັນ​ນັ້ນ ຊາກສົບ​ທັງຫລາຍ​ຂອງ​ຄົນ​ທີ່​ພຣະເຈົ້າຢາເວ​ໄດ້​ຂ້າ​ຖິ້ມ ຈະ​ກະຈັດ​ກະຈາຍ​ກັນ​ຢູ່ ແຕ່​ສົ້ນໜຶ່ງ​ຫາ​ອີກ​ສົ້ນໜຶ່ງ​ຂອງ​ແຜ່ນດິນ​ໂລກ. ຈະ​ບໍ່ມີ​ຜູ້ໃດ​ເລີຍ​ໄວ້ທຸກ​ໃຫ້​ພວກເຂົາ ແລະ​ທັງ​ຈະ​ບໍ່ມີ​ຜູ້ໃດ​ເອົາ​ຊາກສົບ​ໄປ​ຝັງ​ໄວ້. ມັນ​ຈະ​ກອງ​ກັນ​ຢູ່​ເທິງ​ພື້ນດິນ​ດັ່ງ​ກອງຝຸ່ນ​ກອງ​ປຸຍ.


ຢູ່​ທົ່ວ​ຮ່ອມພູ​ບ່ອນ​ຝັງ​ຊາກສົບ​ແລະ​ບ່ອນ​ຖິ້ມ​ຂີ້ເຫຍື້ອ ແລະ​ທົ່ງນາ​ທັງໝົດ​ຕາມ​ລຳນໍ້າ​ກິດໂຣນ ຈົນເຖິງ​ປະຕູ​ຄອກມ້າ​ທີ່​ທາງທິດ​ຕາເວັນອອກ ຈະ​ເປັນ​ບ່ອນ​ສັກສິດ​ສຳລັບ​ພຣະເຈົ້າຢາເວ. ເມືອງນີ້​ຈະ​ບໍ່​ຖືກ​ຖອນຮາກ​ຫລື​ທຳລາຍ​ອີກ​ຕໍ່ໄປ.”


ສະນັ້ນ ບັດນີ້ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ແກ່​ເຢໂຮຍອາກິມ​ວ່າ ເຈົ້າ​ຈະ​ບໍ່ມີ​ເຊື້ອສາຍ​ຄົນໃດ​ຂອງເຈົ້າ​ໄດ້​ປົກຄອງ​ຣາຊອານາຈັກ​ຂອງ​ດາວິດ​ຈັກເທື່ອ. ຊາກສົບ​ຂອງ​ເຈົ້າ​ຈະ​ຖືກ​ໂຍນ​ອອກ​ໄປ ແລະ​ປະ​ໃຫ້​ຕາກ​ແດດ​ຍາມ​ກາງເວັນ ແລະ​ຕາກ​ໝອກ​ຍາມ​ກາງຄືນ.


ຂ້ານ້ອຍ​ກ່າວ​ວ່າ, “ພວກ​ແມ່ຍິງ​ເອີຍ ຈົ່ງ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ຈົ່ງ​ເອົາໃຈໃສ່​ຕໍ່​ຖ້ອຍຄຳ​ທີ່​ພຣະອົງ​ບອກສອນ​ພວກເຈົ້າ. ຈົ່ງ​ສັ່ງສອນ​ລູກສາວ​ພວກເຈົ້າ​ວ່າ​ຄວນ​ໄວ້ທຸກ​ຢ່າງ​ໃດ ຕະຫລອດ​ທັງ​ເພື່ອນໆ​ຂອງ​ພວກເຈົ້າ​ດ້ວຍ.


ທາງ​ປ່ອງຢ້ຽມ​ນັ້ນ​ຄວາມຕາຍ​ໄດ້​ຜ່ານ​ເຂົ້າມາ ເຂົ້າມາ​ເຖິງ​ຣາຊວັງ​ດ້ວຍ; ມັນ​ຟັນ​ພວກ​ເດັກນ້ອຍ​ຕາມ​ທ້ອງ​ຖະໜົນ​ຫົນທາງ ຟັນ​ຊາວ​ໜຸ່ມ​ທັງຫລາຍ​ຕາມ​ທ້ອງ​ຕະຫລາດ.


ຊາກສົບ​ຄົນຕາຍ​ເດຍລະດາດ​ຢູ່​ທຸກບ່ອນ ດັ່ງ​ກອງ​ຝຸ່ນ​ຖືກ​ປະ​ໄວ້​ຕາມ​ທ້ອງ​ທົ່ງນາ​ນັ້ນ ດັ່ງ​ຟ່ອນເຂົ້າ​ຖືກ​ຕັດ​ປະ​ໄວ້​ທາງ​ຫລັງ​ຄົນ​ເກັບກ່ຽວ ຊຶ່ງ​ບໍ່ມີ​ຜູ້ໃດ​ຮິບໂຮມ​ຟ່ອນເຂົ້າ​ເຫຼົ່ານັ້ນ​ໄວ້​ເລີຍ. ສິ່ງ​ນີ້ແຫລະ ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໃຫ້​ຂ້ານ້ອຍ​ຟັງ ເພື່ອ​ສັ່ງ​ຂ້ານ້ອຍ​ໄປ​ເວົ້າ​ໃຫ້​ຄົນອື່ນ​ຟັງ​ຕໍ່.”


ເຮົາ​ຈະ​ລາກ​ເຈົ້າ​ພ້ອມ​ກັບ​ປາ​ທັງໝົດ​ຂຶ້ນ​ໄປ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ. ຮ່າງ​ຂອງ​ເຈົ້າ​ຈະ​ຕົກລົງ​ກັບ​ພື້ນດິນ​ແລະ​ຖືກ​ປະ​ໄວ້​ໂດຍ​ບໍ່ມີ​ຜູ້ໃດ​ຝັງ. ເຮົາ​ຈະ​ເອົາ​ຮ່າງ​ນັ້ນ​ໃຫ້​ຝູງນົກ​ແລະ​ຝູງ​ສັດປ່າ​ກິນ​ເປັນ​ອາຫານ.


ເຈົ້າ​ຈະ​ລົ້ມລົງ​ຕາຍ​ຕາມ​ທົ່ງນາ. ເຮົາ​ໄດ້​ກ່າວ​ໄວ້​ແລ້ວ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ຈະ​ເຮັດ​ໃຫ້​ຊາກສົບ​ຂອງ​ປະຊາຊົນ​ອິດສະຣາເອນ​ກະຈັດ​ກະຈາຍ​ໄປ; ເຮົາ​ຈະ​ເຮັດ​ໃຫ້​ກະດູກ​ທັງໝົດ​ຂອງ​ພວກເຂົາ​ກະຈັດ​ກະຈາຍ​ຢູ່​ອ້ອມ​ແທ່ນບູຊາ.


ສະນັ້ນ ພຣະອົງ​ຈຶ່ງ​ນຳ​ຂ້າພະເຈົ້າ​ເຂົ້າໄປ​ເດີ່ນ​ຂ້າງ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ໃກ້​ທາງເຂົ້າ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ຄື​ລະຫວ່າງ​ແທ່ນບູຊາ ແລະ​ໜ້າ​ປະຕູ​ໃນ​ທີ່ນັ້ນ​ມີ​ພວກ​ຜູ້ຊາຍ​ຢູ່​ປະມານ​ຊາວຫ້າ​ຄົນ. ພວກເຂົາ​ໄດ້​ຫັນຫລັງ​ໃສ່​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ກຳລັງ​ຂາບລົງ​ໄປ​ທາງທິດ​ຕາເວັນອອກ​ເພື່ອ​ຂາບໄຫວ້​ຕາເວັນ​ທີ່​ກຳລັງ​ຂຶ້ນ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ນຳ​ໄພພິບັດ​ດັ່ງ​ກ່າວ​ນັ້ນ ມາ​ສູ່​ມະນຸດສະໂລກ ຊຶ່ງ​ທຸກຄົນ​ຈະ​ງົມທາວ​ໄປມາ​ດັ່ງ​ຄົນ​ຕາບອດ ເພາະວ່າ​ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ຂອງ​ພຣະເຈົ້າຢາເວ; ເລືອດ​ຂອງ​ພວກເຂົາ​ຈະ​ຖືກ​ຖອກ​ຖິ້ມ​ດັ່ງ​ຖອກ​ນໍ້າ ແລະ​ຊາກສົບ​ຂອງ​ຄົນຕາຍ​ຈະ​ແບ​ເນົ່າເໝັນ​ຢູ່​ຕາມ​ພື້ນດິນ.”


ເຮົາ​ຈະ​ທຳລາຍ​ທຸກຄົນ ທີ່​ຂຶ້ນ​ໄປ​ເທິງ​ຫລັງຄາ​ເຮືອນ​ເພື່ອ​ຂາບໄຫວ້​ດວງອາທິດ, ດວງເດືອນ ແລະ​ດວງດາວ​ຕ່າງໆ. ເຮົາ​ຍັງ​ຈະ​ທຳລາຍ​ພວກ​ທີ່​ນະມັດສະການ ແລະ​ສາບານ​ທີ່​ຈະ​ສັດຊື່​ຕໍ່​ພຣະເຈົ້າຢາເວ, ແຕ່​ແລ້ວ​ພັດ​ສາບານ​ໃນ​ນາມ​ຂອງ​ພະ​ມິນກົມ.


ສະນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ຫັນ​ໜ້າ​ໜີ​ຈາກ​ພວກເຂົາ ແລະ​ປະ​ໃຫ້​ພວກເຂົາ​ຂາບໄຫວ້​ບັນດາ​ດວງດາວ​ໃນ​ທ້ອງຟ້າ ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ຂອງ​ບັນດາ​ຜູ້ທຳນວາຍ​ວ່າ, ‘ໂອ ປະຊາຊົນ​ອິດສະຣາເອນ​ເອີຍ ສັດ​ທີ່​ໄດ້​ຂ້າ​ຖວາຍ ແລະ​ເຄື່ອງ​ບູຊາ​ນັ້ນ ພວກເຈົ້າ​ບໍ່ໄດ້​ເອົາ​ມາ​ຖວາຍ​ແກ່​ເຮົາ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ລະຫວ່າງ​ສີ່ສິບ​ປີ​ດອກຕີ້.


ໂດຍ​ຂາບໄຫວ້​ແລະ​ຮັບໃຊ້​ບັນດາ​ພະອື່ນ ຫລື​ຂາບໄຫວ້​ຕາເວັນ, ເດືອນ ແລະ​ດວງດາວ​ຕ່າງໆ ຊຶ່ງ​ເປັນ​ທີ່​ຕ້ອງ​ຫ້າມ


ຢ່າ​ໃຫ້​ຖືກ​ລໍ້ລວງ​ໄປ​ຂາບໄຫວ້​ແລະ​ຮັບໃຊ້ ສິ່ງ​ທີ່​ພວກເຈົ້າ​ເຫັນ​ໃນ​ຈັກກະວານ ເຊັ່ນ: ຕາເວັນ, ດວງເດືອນ ແລະ​ດວງດາວ​ຕ່າງໆ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ໃຫ້​ໝົດ​ທຸກ​ຊົນຊາດ​ອື່ນໆ​ຂາບໄຫວ້​ສິ່ງ​ເຫຼົ່ານີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka