ເຢເຣມີຢາ 8:19 - ພຣະຄຳພີສັກສິ19 ຈົ່ງຟັງສຽງທີ່ມາຈາກດິນແດນທີ່ຫ່າງໄກ ຂ້ານ້ອຍໄດ້ຍິນປະຊາຊົນພາກັນຮ້ອງໄຫ້ວ່າ, “ພຣະເຈົ້າຢາເວບໍ່ໄດ້ສະຖິດຢູ່ໃນຊີໂອນຕໍ່ໄປບໍ? ກະສັດແຫ່ງຊີໂອນບໍ່ໄດ້ຢູ່ໃນທີ່ນັ້ນຕໍ່ໄປຫລືນີ້?” ພຣະອົງຄືກະສັດຂອງພວກເຂົາ ໂຕ້ຕອບຄືນວ່າ, “ເປັນຫຍັງພວກເຈົ້າຈຶ່ງເຮັດໃຫ້ເຮົາໂກດຮ້າຍນໍ? ໂດຍພາກັນຂາບໄຫວ້ບັນດາຮູບເຄົາຣົບ ກົ້ມຂາບພະຕ່າງຊາດທີ່ບໍ່ມີປະໂຫຍດຫຍັງ?” Uka jalj uñjjattʼäta |
ເຊືອກກາງຜ້າໃບຂອງເຮືອກໍບໍ່ມີປະໂຫຍດ; ຜ້າໃບແລ່ນເຮືອກໍໃຊ້ການບໍ່ໄດ້ ພວກເຈົ້າຈະຢຶດຊັບສົມບັດອັນມະຫາສານຂອງກອງທັບເຫຼົ່າສັດຕູຈົນໝົດ ແມ່ນແຕ່ຄົນຂາພິການກໍໄດ້ຮັບສ່ວນແບ່ງ. ເພາະພຣະເຈົ້າຢາເວເປັນຜູ້ຕັດສິນຂອງພວກເຮົາ, ພຣະເຈົ້າຢາເວເປັນຜູ້ໃຫ້ກົດໝາຍຂອງພວກເຮົາ, ພຣະເຈົ້າຢາເວເປັນກະສັດຂອງພວກເຮົາ; ພຣະອົງຈະຊ່ວຍພວກເຮົາໃຫ້ພົ້ນ.
ພຣະອົງໄດ້ປະຖິ້ມຢູດາເດັດຂາດແລ້ວບໍ? ພຣະອົງກຽດຊັງປະຊາຊົນໃນນະຄອນຊີໂອນຫລືນີ້? ເປັນຫຍັງຈຶ່ງທຳຮ້າຍພວກຂ້ານ້ອຍໜັກຫລາຍ? ຈົນບໍ່ຮັກສາພວກຂ້ານ້ອຍໃຫ້ດີໄດ້? ສັນຕິສຸກຄືສິ່ງທີ່ພວກຂ້ານ້ອຍຊອກຫາ ແຕ່ກໍບໍ່ເຫັນສິ່ງທີ່ດີເກີດຂຶ້ນມາຈັກເທື່ອ; ພວກຂ້ານ້ອຍຫວັງຈະໄດ້ຮັບການຮັກສາໃຫ້ດີ ແຕ່ຄວາມຢ້ານກົວໃຫຍ່ກໍມາແທນທີ່.
“ທ່ານທັງຫລາຍເອີຍ ເປັນຫຍັງຈຶ່ງເຮັດເຊັ່ນນີ້? ພວກເຮົາທັງສອງກໍເປັນມະນຸດຢ່າງດຽວກັນກັບພວກທ່ານ ແລະມາປະກາດຂ່າວປະເສີດໃຫ້ພວກທ່ານກັບໃຈຈາກສິ່ງອັນບໍ່ມີປະໂຫຍດເຫຼົ່ານີ້ ແລະຫັນມາຫາພຣະເຈົ້າອົງຊົງຊີວິດຢູ່ ຄືອົງທີ່ໄດ້ສ້າງສະຫວັນ, ແຜ່ນດິນໂລກ, ນໍ້າທະເລ ແລະສັບພະທຸກສິ່ງ ຊຶ່ງຢູ່ໃນທີ່ນັ້ນ.