Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 8:18 - ພຣະຄຳພີສັກສິ

18 ຄວາມທຸກໃຈ​ຂອງ​ຂ້ານ້ອຍ​ປິ່ນປົວ​ບໍ່ໄດ້​ເລີຍ ຂ້ານ້ອຍ​ເຈັບປວດ​ໜັກ​ຢູ່​ພາຍ​ໃນ​ຈິດໃຈ​ຂອງ​ຂ້ານ້ອຍ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 8:18
12 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ບັດນີ້ ຂໍ​ຊົງ​ໂຜດ​ຕອບ​ຂ້ານ້ອຍ​ດ້ວຍ​ເຖີດ ຂ້ານ້ອຍ​ໄດ້​ສູນສິ້ນ​ຄວາມຫວັງ​ທັງໝົດ​ເສຍແລ້ວ. ຂໍ​ພຣະອົງ​ຢ່າ​ຫັນໜ້າ​ໜີໄປ​ຈາກ​ຂ້ານ້ອຍ​ເລີຍ ບໍ່​ດັ່ງນັ້ນ ຂ້ານ້ອຍ​ຈະ​ຕ້ອງ​ໄປ​ຢູ່​ແດນ​ມໍຣະນາ.


ບັດນີ້ ຈົ່ງ​ປ່ອຍ​ໃຫ້​ຂ້າພະເຈົ້າ​ຮ້ອງໄຫ້​ຢ່າງ​ຂົມຂື່ນ ເຖິງ​ປະຊາຊົນ​ຂອງ​ຂ້າພະເຈົ້າ​ທຸກຄົນ​ທີ່​ໄດ້​ຕາຍໄປ​ນັ້ນ. ຢ່າ​ພະຍາຍາມ​ເລົ້າໂລມ​ໃຈ​ຂ້າພະເຈົ້າ.


ຈິດໃຈ​ຂອງ​ຂ້ານ້ອຍ​ຖືກ​ບີບຄັ້ນ ແລະ​ຂ້ານ້ອຍ​ກຳລັງ​ສັ່ນເຊັນ ຍ້ອນ​ຖ້ອຍຄຳ​ອັນ​ສັກສິດ ຍ້ອນ​ພຣະເຈົ້າຢາເວ ຂ້ານ້ອຍ​ຈຶ່ງ​ເປັນ​ດັ່ງ​ຄົນ​ໜຶ່ງ​ທີ່​ກຳລັງ​ມືນເມົາ ທີ່​ດື່ມ​ເຫຼົ້າ​ອະງຸ່ນ​ຫລາຍໂພດ.


ຄວາມ​ເຈັບປວດ ຂ້ານ້ອຍ​ທົນ​ຕໍ່ໄປ​ບໍ່ໄຫວ ຈິດໃຈ​ຂອງ​ຂ້ານ້ອຍ​ເຕັ້ນ​ແຮງ​ກຳລັງ​ຈະ​ແຕກ​ຢູ່​ແລ້ວ ຂ້ານ້ອຍ​ມິດງຽບ​ຢູ່​ບໍ່ໄດ້​ອີກ​ຕໍ່ໄປ ຂ້ານ້ອຍ​ໄດ້ຍິນ​ສຽງ​ແກ​ແລະ​ສຽງ​ຮ້ອງ​ການ​ສູ້ຮົບ.


ປະຊາຊົນ​ອິດສະຣາເອນ​ເວົ້າ​ວ່າ, “ພໍ​ພວກເຮົາ​ໄດ້ຍິນ​ຂ່າວ​ຂອງ​ເສິກ ມື​ຂອງ​ພວກເຮົາ​ກໍ​ອ່ອນເພຍ​ລົງ; ພວກເຮົາ​ເປັນທຸກໃຈ​ຫລາຍ ແລະ​ເຈັບປວດ​ໜັກ ເໝືອນ​ດັ່ງ​ແມ່ຍິງ​ທີ່​ກຳລັງ​ຈະ​ອອກລູກ.


“ຂ້ານ້ອຍ​ຢາກ​ໃຫ້​ຫົວ​ຂອງ​ຂ້ານ້ອຍ ເປັນ​ບໍ່​ນໍ້າພຸ​ບໍ່​ໜຶ່ງ​ເດ ແລະ​ຕາ​ຂອງ​ຂ້ານ້ອຍ​ກໍ​ຄືກັນ ເປັນ​ນໍ້າພຸ​ແຫ່ງ​ນໍ້າຕາ​ດ້ວຍ ເພື່ອ​ວ່າ​ຂ້ານ້ອຍ​ຈະ​ຮ້ອງໄຫ້​ທັງເວັນ​ທັງຄືນ ໃຫ້​ປະຊາຊົນ​ຂອງ​ຂ້ານ້ອຍ​ທີ່​ໄດ້​ຖືກ​ສັງຫານ​ຖິ້ມ.


ຈິດໃຈ​ພວກ​ຂ້ານ້ອຍ​ຈຶ່ງ​ອິດອ່ອນ​ຍ້ອນ ສິ່ງ​ເຫຼົ່ານີ້​ທັງໝົດ​ທີ່​ໄດ້​ເກີດ​ມາ ສາຍ​ຕາ​ພວກ​ຂ້ານ້ອຍ​ຈຶ່ງ​ມົວລົງ ເບິ່ງ​ຫຍັງ​ເກືອບ​ເຫັນ​ບໍ່ໄດ້.


ເມື່ອ​ໄດ້ຍິນ​ສິ່ງ​ທັງໝົດ​ນີ້​ກໍ​ຕົວສັ່ນ​ເສຍຂວັນ ຮິມສົບ​ຂ້ານ້ອຍ​ກໍ​ສັ່ນເຊັນ​ເຕັມແຕ່​ຄວາມຢ້ານ. ຕົນຕົວ​ຂ້ານ້ອຍ​ນັ້ນ​ກໍ​ອ່ອນເພຍ​ເປ້ຍລ່ອຍ ແລະ​ຕີນ​ກໍ​ຄ່ອຍ​ມຶນ​ຂຶ້ນ​ຈົນ​ຄອນແຄນ​ໄປ​ໝົດ. ຂ້ານ້ອຍ​ຈະ​ລໍຖ້າ​ວັນ​ເວລາ​ມາ​ເຖິງ​ດ້ວຍ​ໃຈ​ຈົດຈໍ່ ເມື່ອ​ພຣະອົງ​ຈະ​ລົງໂທດ​ຄົນ​ທີ່​ໂຈມຕີ​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka