Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 8:17 - ພຣະຄຳພີສັກສິ

17 “ຈົ່ງ​ລະວັງຕົວ​ໃຫ້​ດີ ເຮົາ​ກຳລັງ​ສົ່ງ​ງູ​ມາ​ໃນ​ທ່າມກາງ​ພວກເຈົ້າ ຄື​ງູພິດ​ທີ່​ບໍ່ມີ​ຜູ້ໃດ​ຈັບ​ມັນ​ໄດ້ ແລະ​ມັນ​ຈະ​ຕອດ​ພວກເຈົ້າ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນ​ແຫລະ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 8:17
9 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າ ຂໍ​ພຣະອົງ​ຫັກ​ແຂ້ວ​ຂອງ​ພວກເຂົາ​ຖິ້ມ​ໃຫ້​ໝົດ​ສາ ຂ້າແດ່​ພຣະເຈົ້າຢາເວ ຈົ່ງ​ຫັກ​ແຂ້ວ​ໂຄບ​ຝູງ​ສິງໜຸ່ມ​ທີ່​ໂຫດຮ້າຍ​ສາ​ເຖີດ


ຜູ້​ເປັນ​ໝໍ​ງູ​ກໍ​ຈະ​ມີ​ປະໂຫຍດ​ຫຍັງ ຖ້າ​ລາວ​ຖືກ​ງູ​ຕອດ​ກ່ອນ.


ປະຊາຊົນ​ຊາວ​ຟີລິດສະຕິນ​ເອີຍ ໄມ້ຄ້ອນ​ທີ່​ໃຊ້​ຕີ​ພວກເຈົ້າ​ນັ້ນ​ຫັກ​ສາ​ແລ້ວ ແຕ່​ພວກເຈົ້າ​ຢ່າ​ສູ່​ຟ້າວ​ດີໃຈ. ເມືອ​ງູ​ໂຕໜຶ່ງ​ຕາຍໄປ ງູ​ໂຕ​ໂຫດຮ້າຍ​ທີ່ສຸດ​ກໍ​ຂຶ້ນ​ມາ​ແທນ ເໝືອນ​ດັ່ງ​ໄຂ່ງູ​ຟັກ​ອອກ​ເປັນ​ໂຕ​ມັງກອນ.


ວັນ​ນັ້ນ​ຈະ​ເປັນ​ດັ່ງ​ຊາຍ​ຄົນ​ໜຶ່ງ​ທີ່​ແລ່ນ​ປົບໜີ​ຈາກ​ສິງ ແລ້ວ​ໄປ​ພົບ​ໝີ ຫລື​ດັ່ງ​ຊາຍ​ຄົນ​ໜຶ່ງ​ທີ່​ກັບຄືນ​ເມືອ​ເຮືອນ ແລ້ວ​ເອົາ​ມື​ຂົ່ມ​ໃສ່​ຝາ​ແລະ​ຖືກ​ງູ​ຕອດ.


ຖ້າ​ພວກເຂົາ​ລີ້​ຢູ່​ເທິງ​ຍອດພູ​ກາເມນ ເຮົາ​ກໍ​ຈະ​ຄົ້ນຫາ ແລະ​ຈັບ​ພວກເຂົາ​ມາ. ຖ້າ​ພວກເຂົາ​ລີ້​ຢູ່​ພື້ນ​ທະເລ ເຮົາ​ກໍ​ຈະ​ສັ່ງ​ມັງກອນ​ທະເລ ກັດ​ກິນ​ພວກເຂົາ​ເສຍ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສົ່ງ​ງູພິດ ມາ​ຕອດ​ຊາວ​ອິດສະຣາເອນ​ຕາຍ​ຢ່າງ​ຫລວງຫລາຍ.


ພວກເຂົາ​ຈະ​ຕາຍ​ເພາະ ການ​ເຈັບໄຂ້​ແລະ​ອຶດຫິວ; ພວກເຂົາ​ຈະ​ສິ້ນ​ຊີວິດ​ໄປ ຍ້ອນ​ພະຍາດ​ອັນ​ຮ້າຍແຮງ​ມາ​ຖືກ. ເຮົາ​ຈະ​ໃຫ້​ສັດປ່າ​ມາ​ຕໍ່ຕ້ານ ກັດ​ກິນ​ພວກເຂົາ​ໃຫ້​ວອດວາຍ ທັງ​ຈະ​ໃຫ້​ງູພິດ​ຮ້າຍ​ມາ​ກັດ ຕອດ​ພວກເຂົາ​ໃຫ້​ເຈັບປວດ.


ດ້ວຍວ່າ, ຣິດເດດ​ຂອງ​ມ້າ​ນັ້ນ ມີ​ຢູ່​ໃນ​ປາກ​ແລະ​ໃນ​ຫາງ​ຂອງ​ມັນ​ເໝືອນກັນ. ຫາງ​ຂອງ​ພວກ​ມັນ​ເປັນ​ດັ່ງ​ງູ ແລະ​ມີ​ຫົວ​ຊຶ່ງ​ພວກ​ມັນ​ໃຊ້​ທຳຮ້າຍ​ມະນຸດ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka