ເຢເຣມີຢາ 8:14 - ພຣະຄຳພີສັກສິ14 ປະຊາຊົນຂອງພຣະເຈົ້າໄດ້ຖາມກັນວ່າ, “ເປັນຫຍັງຈຶ່ງເມົານັ່ງເສີຍຢູ່? ຮິບມາເຖີດ ໃຫ້ພວກເຮົາແລ່ນໄປສູ່ເມືອງທີ່ມີປ້ອມປ້ອງກັນ ແລະຕາຍຢູ່ໃນທີ່ນັ້ນ. ເພາະວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ລົງໂທດພວກເຮົາໃຫ້ເຖິງຕາຍສາແລ້ວ; ພຣະອົງໄດ້ໃຫ້ພວກເຮົາດື່ມຢາເບື່ອ ຍ້ອນພວກເຮົາໄດ້ເຮັດບາບຕໍ່ສູ້ພຣະອົງ. Uka jalj uñjjattʼäta |
ພວກຂ້ານ້ອຍຄວນນອນລົງດ້ວຍຄວາມລະອາຍໃຈ ແລະໃຫ້ພວກຂ້ານ້ອຍຮັບເອົາຄວາມອັບອາຍຂາຍໜ້ານີ້ສາ. ພວກຂ້ານ້ອຍພ້ອມທັງບັນພະບຸລຸດຂອງພວກຂ້ານ້ອຍ ຕ່າງກໍໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍເລື້ອຍມາ. ພວກຂ້ານ້ອຍບໍ່ເຄີຍເຊື່ອຟັງຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ.”
ເວລາພີ່ນ້ອງຂອງຜູ້ຕາຍ ຄືຜູ້ກຳກັບການສົ່ງສະການຈະນຳເອົາສົບອອກໄປຈາກເຮືອນ ລາວຈະເອີ້ນໃສ່ຜູ້ທີ່ເຫຼືອຢູ່ໃນເຮືອນນັ້ນວ່າ, “ມີຜູ້ໃດຢູ່ນຳເຈົ້າອີກບໍ?” ສຽງໜຶ່ງຈະຕອບວ່າ, “ບໍ່ມີ.” ແລ້ວພີ່ນ້ອງຂອງຄົນຕາຍນັ້ນກໍຈະເວົ້າອີກວ່າ, “ຢ່າສູ່ປາກ ພວກເຮົາຕ້ອງລະວັງ ຢ່າສູ່ໃຫ້ຜູ້ໃດເວົ້າເຖິງນາມຂອງພຣະເຈົ້າຢາເວ.”