Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 8:13 - ພຣະຄຳພີສັກສິ

13 “ເຮົາ​ປາຖະໜາ​ຈະ​ຮວບຮວມ​ເອົາ​ປະຊາຊົນ​ຂອງເຮົາ ດັ່ງ​ຄົນ​ຜູ້ໜຶ່ງ​ຮວບຮວມ​ເອົາ​ຜົນລະປູກ​ຂອງຕົນ, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ. ແຕ່​ພວກເຂົາ​ເປັນ​ດັ່ງ​ຕົ້ນອະງຸ່ນ​ທີ່​ບໍ່ມີ​ໝາກ ດັ່ງ​ຕົ້ນ​ເດື່ອ​ທີ່​ບໍ່ມີ​ໝາກ; ແມ່ນແຕ່​ໃບ​ກໍ​ຫ່ຽວແຫ້ງ​ໝົດ. ສະນັ້ນ ເຮົາ​ຈຶ່ງ​ໄດ້​ອະນຸຍາດ​ໃຫ້​ຄົນ​ພາຍນອກ​ຢຶດຄອງ​ດິນແດນ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 8:13
25 Jak'a apnaqawi uñst'ayäwi  

ເບ້ຍ​ອະງຸ່ນ​ທີ່​ປູກ​ຢູ່​ໃນ​ທີ່ດິນ​ສິບສອງ​ໄຮ່​ຈະ​ກັ່ນ​ເຫຼົ້າ​ອະງຸ່ນ​ໄດ້ ພຽງ​ແປດ​ລິດ​ເທົ່ານັ້ນ. ຫວ່ານ​ແນວປູກ​ໄປ​ແປດສິບ​ລິດ ຈະ​ເກັບກ່ຽວ​ພືດຜົນ​ເປັນເມັດ​ໄດ້​ພຽງແຕ່​ແປດ​ລິດ​ເທົ່ານັ້ນ.”


ຖ້າ​ພວກເຂົາ​ຖືສິນ​ອົດອາຫານ ເຮົາ​ກໍ​ຈະ​ບໍ່​ຟັງ​ພວກເຂົາ​ຮ້ອງໄຫ້​ຂໍ​ຄວາມ​ຊ່ວຍເຫລືອ; ແລະ​ຖ້າ​ພວກເຂົາ​ເຜົາ​ສັດ​ບູຊາ​ແລະ​ຖວາຍ​ອາຫານ​ແກ່​ເຮົາ ເຮົາ​ກໍ​ຈະ​ບໍ່​ພໍໃຈ​ກັບ​ພວກເຂົາ ແຕ່​ເຮົາ​ຈະ​ຂ້າ​ພວກເຂົາ​ໃນ​ສົງຄາມ ໃນ​ການ​ອຶດຕາຍ ແລະ​ໃນ​ການ​ເຈັບໄຂ້​ໄດ້ປ່ວຍ.”


ເຮົາ​ຄື​ພຣະເຈົ້າຢາເວ​ບອກ​ເຈົ້າ​ໃຫ້​ຮູ້​ເຖິງ​ສິ່ງ​ທີ່​ເຮົາ​ກຳລັງ​ຈະ​ເຮັດ ຕໍ່​ພວກ​ຜູ້ທຳນວາຍ​ເຫຼົ່ານີ້ ແລະ​ເຮົາ​ບໍ່ໄດ້​ໃຊ້​ພວກເຂົາ​ໄປ; ແຕ່​ພວກເຂົາ​ເວົ້າ​ໃນ​ນາມ​ຂອງເຮົາ​ວ່າ ສົງຄາມ ແລະ​ຄວາມ​ອຶດຕາຍ​ຈະ​ບໍ່​ເກີດຂຶ້ນ​ຢູ່​ໃນ​ດິນແດນ​ນີ້; ເຮົາ​ຈະ​ຂ້າ​ພວກເຂົາ​ໃນ​ສົງຄາມ ແລະ​ໃນ​ການ​ອຶດຢາກ.


ພວກເຂົາ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ເກີດ​ໃກ້​ແຄມ​ລຳທານ ຢັ່ງຮາກ​ລົງ​ດູດ​ນໍ້າ​ຕາມ​ລຳທານ​ນັ້ນ. ພວກເຂົາ​ຈະ​ບໍ່​ຢ້ານ​ເມື່ອ​ອາກາດ​ຮ້ອນ​ພັດ​ຜ່ານ​ມາ ເພາະ​ໃບ​ກໍ​ດົກ ແລະ​ຂຽວ​ຢູ່​ເລື້ອຍໆ; ມັນ​ຈະ​ບໍ່​ເດືອດຮ້ອນ​ເມື່ອ​ບໍ່ມີ​ຝົນ​ຕົກ ຈະ​ສືບຕໍ່​ເກີດດອກ​ອອກຜົນ​ຢູ່​ຢ່າງນັ້ນ.


ພວກເຂົາ​ຈະ​ກິນ​ຜົນລະປູກ ແລະ​ອາຫານ​ຂອງ​ພວກເຈົ້າ​ຈົນ​ໝົດກ້ຽງ; ພວກເຂົາ​ຈະ​ຂ້າ​ລູກ​ຊາຍ​ຍິງ​ທັງຫລາຍ​ຂອງ​ພວກເຈົ້າ. ພວກເຂົາ​ຈະ​ຂ້າ​ຝູງແກະ​ແລະ​ຝູງງົວ ທັງ​ຈະ​ທຳລາຍ​ຕົ້ນອະງຸ່ນ ແລະ​ກົກ​ໝາກເດື່ອເທດ​ຂອງ​ພວກເຈົ້າ​ດ້ວຍ. ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ຊຶ່ງ​ພວກເຈົ້າ​ໄວ້ວາງໃຈ​ນັ້ນ ກໍ​ຈະ​ຖືກ​ທຳລາຍ​ໂດຍ​ກອງທັບ​ຂອງ​ພວກເຂົາ.”


ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ຈະ​ເທ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງເຮົາ​ລົງ​ໃສ່​ພຣະວິຫານ​ນີ້. ເຮົາ​ຈະ​ເທ​ລົງ​ໃສ່​ທັງ​ຄົນ ແລະ​ສັດເດຍລະສານ ຕະຫລອດ​ທັງ​ກົກໄມ້ ແລະ​ເຄື່ອງປູກ​ຂອງຝັງ​ດ້ວຍ. ຄວາມ​ໂກດຮ້າຍ​ຂອງເຮົາ​ຈະ​ລຸກໄໝ້ ດັ່ງ​ໄຟ​ທີ່​ບໍ່ມີ​ຜູ້ໃດ​ມອດ​ໄດ້.”


ສະນັ້ນ ເຮົາ​ຈຶ່ງ​ຈະ​ປ່ອຍ​ໃຫ້​ຄວາມ​ໂກດຮ້າຍ​ຂອງເຮົາ​ດັ່ງ​ໄຟ​ທີ່​ເຜົາຜານ ອອກ​ໄປ​ທຳລາຍ​ພວກເຂົາ ເພາະ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫລະ.


ເຮົາ​ຈະ​ທຳລາຍ​ເຄືອ​ອະງຸ່ນ​ແລະ​ກົກ​ໝາກເດື່ອເທດ​ຂອງ​ນາງ ຊຶ່ງ​ນາງ​ເວົ້າ​ວ່າ, ແມ່ນ​ຄົນຮັກ​ທີ່​ເອົາ​ໃຫ້​ນາງ ເພາະ​ນາງ​ຮັບໃຊ້​ບໍລິການ​ພວກເຂົາ. ເຮົາ​ຈະ​ເຮັດ​ໃຫ້​ສວນ​ໝາກອະງຸ່ນ ແລະ​ສວນ​ໝາກໄມ້​ທັງຫລາຍ​ຂອງ​ນາງ ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ; ຝູງ​ສັດປ່າ​ຈະ​ທຳລາຍ​ສິ່ງ​ເຫຼົ່ານັ້ນ​ຖິ້ມ.


ມັນ​ໄດ້​ທຳລາຍ​ເຄືອ​ພົ້ວ​ອະງຸ່ນ​ຂອງ​ພວກເຮົາ ແລະ​ກັດ​ກິນ​ກົກ​ໝາກເດື່ອເທດ​ພວກເຮົາ​ດ້ວຍ. ມັນ​ໄດ້​ກັດ​ໄດ້​ແຫ້ນ​ເປືອກໄມ້​ອອກ​ໝົດ ຈົນ​ກິ່ງກ້ານ​ເປັນ​ສີຂາວ​ຫລ້ອນ.


ພວກເຈົ້າ​ເຮັດ​ວຽກ​ໜັກ ແຕ່​ມັນ​ຈະ​ບໍ່​ນຳ​ຜົນ​ດີ​ຫຍັງ​ມາ​ໃຫ້​ພວກເຈົ້າ ເພາະວ່າ​ທີ່ດິນ​ປູກຝັງ​ນັ້ນ​ຈະ​ບໍ່​ຜະລິດ​ຜົນລະປູກ​ຫຍັງ​ໃຫ້ ແລະ​ຕົ້ນໄມ້​ກໍ​ຈະ​ບໍ່​ເກີດ​ໝາກ​ອີກ​ດ້ວຍ.


ເຖິງ​ແມ່ນ​ວ່າ​ຕົ້ນ​ໝາກເດື່ອ​ນັ້ນ​ບໍ່ມີ​ໝາກ​ກໍດີ ຕົ້ນອະງຸ່ນ​ບໍ່​ເກີດຜົນ​ຕາມ​ເຄືອ​ກໍຕາມ. ເຖິງ​ແມ່ນ​ວ່າ​ຕົ້ນ​ໝາກກອກເທດ​ບໍ່​ເກີດຜົນ​ກໍດີ ທົ່ງໄຮ່​ທົ່ງນາ​ບໍ່​ຜະລິດ​ຜົນ​ຫຍັງ​ກໍຕາມ. ເຖິງ​ແມ່ນ​ວ່າ​ຝູງແກະ​ນັ້ນ​ລົ້ມ​ຕາຍໄປ​ຈົນ​ໝົດ​ກໍດີ ຄອກ​ງົວ​ທັງຫລາຍ​ເປົ່າແປນ​ກໍຕາມ.


ເຮົາ​ໄດ້​ນຳ​ໄພ​ແຫ້ງແລ້ງ​ມາ​ສູ່​ດິນແດນ​ຄື: ເນີນພູ​ຕ່າງໆ, ທົ່ງນາ, ສວນອະງຸ່ນ, ສວນ​ໝາກກອກເທດ ຕະຫລອດ​ທັງ​ເຄື່ອງປູກ​ຂອງຝັງ​ທຸກໆ​ຊະນິດ ທີ່​ໄດ້​ເກີດຂຶ້ນ​ຕາມ​ພື້ນດິນ; ສູ່​ມະນຸດ​ແລະ​ສັດ​ທັງຫລາຍ ແລະ​ທຸກສິ່ງ​ທີ່​ພວກເຈົ້າ​ພະຍາຍາມ​ປູກ​ຂຶ້ນ.”


ເຮົາ​ໄດ້​ບັນດານ​ໃຫ້​ເກີດ​ລົມພະຍຸ​ແລະ​ໝາກເຫັບ ມາ​ທຳລາຍ​ທຸກສິ່ງ​ທີ່​ພວກເຈົ້າ​ໄດ້​ປູກ, ແຕ່​ພວກເຈົ້າ​ກໍ​ຍັງ​ບໍ່ໄດ້​ກັບໃຈໃໝ່. ພຣະເຈົ້າຢາເວ​ກ່າວ​ວ່າ


ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ຝູງ​ແມງໄມ້​ມາ​ທຳລາຍ​ຜົນລະປູກ​ຂອງ​ພວກເຈົ້າ ແລະ​ຕົ້ນອະງຸ່ນ​ຂອງ​ພວກເຈົ້າ​ກໍ​ຈະ​ມີ​ໝາກ​ຫລາຍ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.


ເມື່ອ​ພຣະອົງ​ເຫັນ​ຕົ້ນ​ເດື່ອເທດ​ກົກ​ໜຶ່ງ ຢູ່​ແຄມ​ທາງ​ຈຶ່ງ​ຍ່າງ​ໄປ​ທີ່​ຕົ້ນໄມ້​ນັ້ນ ແລະ​ເຫັນ​ວ່າ​ບໍ່ມີ​ໝາກ ມີ​ແຕ່​ໃບ​ເທົ່ານັ້ນ. ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ຕົ້ນ​ເດື່ອເທດ​ວ່າ, “ມຶງ​ຢ່າ​ໄດ້​ເກີດ​ໝາກ​ອີກ​ຕໍ່ໄປ​ຈັກເທື່ອ” ໃນ​ທັນໃດນັ້ນ ຕົ້ນ​ເດື່ອເທດ​ກໍ​ຫ່ຽວແຫ້ງ​ລົງ.


ເພາະ​ເມື່ອ​ຕາເວັນ​ຂຶ້ນ ຄວາມ​ຮ້ອນ​ອັນ​ແຮງກ້າ ເຮັດ​ໃຫ້​ຕົ້ນຫຍ້າ​ຫ່ຽວແຫ້ງ​ໄປ ແລ້ວ​ດອກ​ຫຍ້າ​ກໍ​ຕົກ​ຫລົ່ນ​ລົງ ສີສັນ​ວັນນະ​ຄວາມງາມ​ຂອງ​ມັນ​ກໍ​ສູນສິ້ນ​ໄປ. ໃນ​ທຳນອງ​ດຽວກັນ, ຄົນ​ຮັ່ງມີ​ຈະ​ເສື່ອມສູນ​ໄປ ໃນ​ຂະນະທີ່​ດຳເນີນ​ງານ​ຂອງຕົນ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka