ເຢເຣມີຢາ 8:10 - ພຣະຄຳພີສັກສິ10 ສະນັ້ນ ເຮົາຈຶ່ງຈະມອບທົ່ງນາຂອງພວກເຂົາໃຫ້ຄົນໃໝ່ເປັນເຈົ້າຂອງ ແລະມອບເມຍຂອງພວກເຂົາໃຫ້ເປັນຂອງຊາຍອື່ນ. ທຸກຄົນບໍ່ວ່າໃຫຍ່ຫລືນ້ອຍພະຍາຍາມຫາເງິນໃນທາງບໍ່ສັດຊື່. ແມ່ນແຕ່ພວກຜູ້ທຳນວາຍ ແລະພວກປະໂຣຫິດກໍສໍ້ໂກງປະຊາຊົນ. Uka jalj uñjjattʼäta |
ແຕ່ພຣະເຈົ້າຢາເວໄດ້ຕອບຄືນວ່າ, “ພວກຜູ້ທຳນວາຍກຳລັງໃຊ້ນາມຂອງເຮົາກ່າວຖ້ອຍຄຳບໍ່ຈິງ ເຮົາບໍ່ໄດ້ໃຊ້ພວກເຂົາໄປ ແລະບໍ່ໄດ້ສັ່ງ ຫລືເວົ້າແມ່ນແຕ່ຄຳດຽວກັບພວກເຂົາ. ນິມິດທັງຫລາຍທີ່ພວກເຂົາເວົ້າເຖິງນັ້ນບໍ່ໄດ້ມາຈາກເຮົາ ການທຳນວາຍຂອງພວກເຂົາບໍ່ມີປະໂຫຍດ ແລະເປັນສິ່ງທີ່ພວກເຂົາຄິດຝັນເອົາເອງ.
ຄືພວກຜູ້ຍິງທັງໝົດທີ່ເຫຼືອຢູ່ໃນຣາຊວັງຂອງກະສັດແຫ່ງຢູດາຍ ຈະຖືກນຳຕົວອອກໄປມອບໃຫ້ພວກນາຍທະຫານຂອງກະສັດແຫ່ງບາບີໂລນ. ແລ້ວພວກເຂົາກໍຈະພາກັນຮ້ອງເພງໃສ່ທ່ານ ໃນຂະນະທີ່ໄປນັ້ນວ່າ: ‘ເພື່ອນສະໜິດຂອງກະສັດໄດ້ຫລອກລວງເພິ່ນ ພວກເຂົາບັງຄັບເພິ່ນໃຫ້ກະທຳຕາມຄວາມຄິດຂອງພວກເຂົາ. ບັດນີ້ຕີນເພິ່ນກໍໄດ້ຈົມຢູ່ໃນຂີ້ຕົມ ເພື່ອນເພິ່ນປົບໜີຈາກເພິ່ນໄປໝົດສິ້ນ.”’
ເມື່ອເວລານັ້ນມາເຖິງ ຄົນຈະເອົາເລື່ອງຂອງພວກເຈົ້າຂຶ້ນມາກ່າວເປັນຕົວຢ່າງໃນຄາວຖືກໄພພິບັດ ແລະພວກເຂົາກໍຈະຮ້ອງເພງ ເຖິງປະສົບການອັນຂົມຂື່ນນັ້ນວ່າ: ‘ພວກເຮົາໄດ້ຖືກທຳລາຍໃຫ້ພັງພິນາດໄປຈົນໝົດ ພຣະເຈົ້າຢາເວໄດ້ຢຶດດິນແດນຂອງພວກເຮົາໄປແລ້ວ ແລະໄດ້ມອບດິນແດນນັ້ນໃຫ້ແກ່ຄົນອື່ນເສຍ ຄືບັນດາສັດຕູທີ່ໄດ້ຈັບເອົາພວກເຮົາໄປນັ້ນ.”’
ພວກຜູ້ປົກຄອງເມືອງ ກໍປົກຄອງດ້ວຍເຫັນແກ່ສິນບົນ ພວກປະໂຣຫິດກໍແປກົດບັນຍັດດ້ວຍເຫັນແກ່ຄ່າຈ້າງລາງວັນ ພວກຜູ້ທຳນວາຍກໍບອກນິມິດຂອງຕົນດ້ວຍເຫັນແກ່ເງິນ ແລະພວກເຂົາທຸກຄົນຕ່າງກໍອ້າງວ່າ ພຣະເຈົ້າຢາເວຢູ່ກັບພວກຕົນ ພວກເຂົາເວົ້າວ່າ, “ເຫດຮ້າຍໃດໆຈະບໍ່ມາຖືກພວກເຮົາດອກ ເພາະພຣະເຈົ້າຢາເວສະຖິດຢູ່ນຳພວກເຮົາ.”