Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 8:1 - ພຣະຄຳພີສັກສິ

1 ພຣະເຈົ້າຢາເວ​ກ່າວ​ວ່າ, “ໃນ​ເວລາ​ນັ້ນ ພວກເຂົາ​ຈະ​ເອົາ​ກະດູກ​ຂອງ​ບຸກຄົນ​ສຳຄັນ​ທີ່​ໄດ້​ອາໄສ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເຊັ່ນ: ບັນດາ​ກະສັດ​ກັບ​ບັນດາ​ຂ້າຣາຊການ​ຂອງ​ຢູດາຍ, ບັນດາ​ປະໂຣຫິດ, ພວກ​ຜູ້ທຳນວາຍ ແລະ​ຄົນອື່ນໆ​ອອກ​ມາ​ຈາກ​ຂຸມຝັງສົບ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 8:1
12 Jak'a apnaqawi uñst'ayäwi  

ຜູ້ນັ້ນ​ໄດ້​ຮ້ອງ​ຕໍ່ສູ້​ແທ່ນບູຊາ​ດ້ວຍ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແລະ​ກ່າວ​ວ່າ, “ໂອ ແທ່ນບູຊາ ແທ່ນບູຊາ​ເອີຍ! ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ມີ​ເດັກນ້ອຍ​ຄົນ​ໜຶ່ງ​ຈະ​ເກີດ​ມາ​ໃນ​ຄອບຄົວ​ຂອງ​ດາວິດ ທີ່​ຈະ​ຊື່​ວ່າ ໂຢສີຢາ. ລາວ​ຈະ​ປະຫານ​ບັນດາ​ປະໂຣຫິດ​ທີ່​ຮັບໃຊ້​ພະ​ຂອງ​ຄົນຕ່າງຊາດ​ເທິງ​ແທ່ນບູຊາ​ນີ້ ແລະ​ຜູ້​ທີ່​ຖວາຍ​ເຄື່ອງ​ບູຊາ​ເທິງ​ແທ່ນບູຊາ​ນີ້ ແລະ​ລາວ​ກໍ​ຈະ​ເຜົາ​ກະດູກ​ຄົນ​ໃສ່​ເທິງ​ເຈົ້າ.”’


ແລ້ວ​ກະສັດ​ໂຢສີຢາ​ກໍ​ຫລຽວ​ອ້ອມ​ໄປມາ ຈຶ່ງ​ເຫັນ​ຂຸມຝັງສົບ​ຕ່າງໆ​ທີ່​ເທິງ​ເນີນພູ; ສະນັ້ນ ເພິ່ນ​ຈຶ່ງ​ໃຫ້​ພວກເຂົາ​ເອົາ​ກະດູກ​ອອກ​ຈາກ​ອຸບມຸງ​ເຫຼົ່ານັ້ນ ໄປ​ເຜົາ​ເທິງ​ແທ່ນບູຊາ. ເພິ່ນ​ໄດ້​ເຮັດ​ເຊັ່ນນີ້​ເປັນ​ການທຳລາຍ​ແທ່ນບູຊາ​ໃຫ້​ເປັນ​ມົນທິນ ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ທີ່​ຄົນ​ຂອງ​ພຣະເຈົ້າ​ໄດ້​ກ່າວ​ໄວ້​ແຕ່​ດົນນານ​ມາແລ້ວ ໃນ​ໄລຍະ​ເທດສະການ​ທີ່​ກະສັດ​ເຢໂຣໂບອາມ​ໄດ້​ຢືນ​ຢູ່​ທີ່​ຂ້າງ​ແທ່ນບູຊາ. ກະສັດ​ໂຢສີຢາ​ຫລຽວ​ອ້ອມ​ໄປມາ​ຈຶ່ງ​ເຫັນ​ອຸບມຸງ​ຂອງ​ຜູ້ທຳນວາຍ ຜູ້​ທີ່​ໄດ້​ກ່າວ​ໄວ້​ລ່ວງໜ້າ​ກ່ຽວກັບ​ເລື່ອງ​ນີ້.


ເພິ່ນ​ໄດ້​ຂ້າ​ປະໂຣຫິດ​ທຸກຄົນ​ຂອງ​ຊາວ​ຕ່າງຊາດ​ເທິງ​ແທ່ນບູຊາ ບ່ອນ​ທີ່​ພວກເຂົາ​ຮັບໃຊ້​ນັ້ນ ແລະ​ເພິ່ນ​ຍັງ​ໄດ້​ເຜົາ​ກະດູກ​ຄົນ​ໃສ່​ເທິງ​ແທ່ນບູຊາ​ທຸກບ່ອນ. ແລ້ວ​ເພິ່ນ​ກໍໄດ້​ກັບຄືນ​ສູ່​ນະຄອນ​ເຢຣູຊາເລັມ.


ສ່ວນ​ທີ່​ເຫຼືອ​ຈາກ​ຊາກສົບ​ຂອງ​ນາງ ກໍ​ຈະ​ຖືກ​ກະຈັດ​ກະຈາຍ​ໄປ​ທົ່ວ​ດິນແດນ​ຢິດຊະເຣນ ດັ່ງ​ຂີ້​ສັດ ເພື່ອ​ຈະ​ບໍ່ມີ​ໃຜ​ຢືນຢັນ​ໄດ້​ວ່າ​ເປັນ​ຊາກສົບ​ຂອງ​ນາງ.”’


ແຕ່​ແລ້ວ​ຄົນຊົ່ວຮ້າຍ​ກໍ​ຈະ​ຢ້ານກົວ​ຫລາຍ ເໝືອນ​ກັບ​ວ່າ​ພວກເຂົາ​ບໍ່ເຄີຍ​ເປັນ​ມາ​ກ່ອນ ດ້ວຍວ່າ, ພຣະເຈົ້າ​ຈະ​ເຮັດ​ໃຫ້​ກະດູກ​ຂອງ​ເຫຼົ່າ​ສັດຕູ ຂອງ​ປະຊາຊົນ​ຂອງ​ພຣະອົງ​ຊະຊາຍ​ໄປສິ້ນ. ພຣະເຈົ້າ​ຈະ​ຊົງ​ໃຫ້​ພວກເຂົາ​ອັບອາຍ, ເພາະວ່າ​ພຣະເຈົ້າ​ຊົງ​ປະຖິ້ມ​ພວກເຂົາ​ແລ້ວ.


ປະຊາຊົນ​ຜູ້ໃດ​ທີ່​ຟັງ​ພວກເຂົາ​ເວົ້າ​ໃນ​ສິ່ງ​ເຫຼົ່ານີ້ ກໍ​ຈະ​ຖືກ​ຂ້າ​ໂດຍ​ວິທີ​ດຽວກັນ​ນີ້. ຊາກສົບ​ຂອງ​ພວກເຂົາ​ຈະ​ຖືກ​ໂຍນ​ຖິ້ມ ຕາມ​ທ້ອງ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ ແລະ​ຈະ​ບໍ່ມີ​ຜູ້ໃດ​ຝັງ​ຊາກສົບ​ຂອງ​ພວກເຂົາ. ເຫດການ​ນີ້​ຈະ​ເກີດຂຶ້ນ​ກັບ​ພວກເຂົາ​ທຸກຄົນ ລວມ​ທັງ​ເມຍ, ລູກຊາຍ ແລະ​ລູກສາວ​ຂອງ​ພວກເຂົາ​ດ້ວຍ. ເຮົາ​ຈະ​ໃຫ້​ພວກເຂົາ​ໄດ້​ຮັບ​ໂທດກຳ ຍ້ອນ​ພວກເຂົາ​ເອງ​ໄດ້​ເຮັດ​ຊົ່ວ.”


ຂ້າພະເຈົ້າ​ໄດ້​ຕົກ​ຢູ່​ພາຍໃຕ້​ຣິດເດດ​ຂອງ​ພຣະເຈົ້າຢາເວ ແລະ​ວິນຍານ​ຂອງ​ພຣະເຈົ້າຢາເວ​ໄດ້​ນຳ​ຂ້າພະເຈົ້າ​ລົງ​ໄປ​ໃນ​ຮ່ອມພູ​ແຫ່ງ​ໜຶ່ງ ຊຶ່ງ​ມີ​ກະດູກ​ເຕັມ​ໄປ​ໝົດ.


ແທ່ນບູຊາ​ທັງຫລາຍ​ຈະ​ຖືກ​ຮື້​ຖິ້ມ ແລະ​ແທ່ນເຜົາ​ເຄື່ອງຫອມ​ກໍ​ຈະ​ຖືກ​ທຳລາຍ. ປະຊາຊົນ​ທັງໝົດ​ໃນ​ທີ່ນັ້ນ​ຈະ​ຖືກ​ຂ້າ​ຕໍ່ໜ້າ​ຮູບເຄົາຣົບ​ຂອງ​ພວກເຂົາ.


ເຮົາ​ຈະ​ເຮັດ​ໃຫ້​ຊາກສົບ​ຂອງ​ປະຊາຊົນ​ອິດສະຣາເອນ​ກະຈັດ​ກະຈາຍ​ໄປ; ເຮົາ​ຈະ​ເຮັດ​ໃຫ້​ກະດູກ​ທັງໝົດ​ຂອງ​ພວກເຂົາ​ກະຈັດ​ກະຈາຍ​ຢູ່​ອ້ອມ​ແທ່ນບູຊາ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ໂມອາບ​ໄດ້​ເຮັດ​ບາບ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ເຜົາ​ກະດູກ​ຂອງ​ກະສັດ​ແຫ່ງ​ເອໂດມ ຈົນ​ເປັນ​ຂີ້ເຖົ່າ​ຢ່າງ​ບໍ່​ໃຫ້​ການ​ນັບຖື.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka