Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 7:9 - ພຣະຄຳພີສັກສິ

9 ພວກເຈົ້າ​ລັກ, ຂ້າເຈົ້າ​ເອົາຂອງ, ລ່ວງເກີນ​ຜົວເມຍ​ຄົນອື່ນ, ສາບານ​ດ້ວຍ​ຄວາມ​ບໍ່ຈິງ, ຖວາຍບູຊາ​ແກ່​ພະບາອານ ແລະ​ຂາບໄຫວ້​ພະຕ່າງໆ​ທີ່​ພວກເຈົ້າ​ບໍ່ເຄີຍ​ຮູ້ຈັກ​ມາກ່ອນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 7:9
46 Jak'a apnaqawi uñst'ayäwi  

ເອລີຢາ​ໄດ້​ຂຶ້ນ​ໄປ​ຢືນ​ຢູ່​ຕໍ່ໜ້າ​ປະຊາຊົນ ແລະ​ກ່າວ​ວ່າ, “ພວກທ່ານ​ຈະ​ໃຊ້​ເວລາ​ອີກ​ນານ​ເທົ່າໃດ​ຈຶ່ງ​ຈະ​ຕັດສິນໃຈ? ຖ້າ​ພຣະເຈົ້າຢາເວ​ແມ່ນ​ພຣະເຈົ້າ ຈົ່ງ​ນະມັດສະການ​ພຣະອົງ; ຖ້າ​ພະບາອານ​ແມ່ນ​ພຣະເຈົ້າ ຈຶ່ງ​ຂາບໄຫວ້​ພະບາອານ.” ແຕ່​ປະຊາຊົນ​ບໍ່​ຕອບ​ເພິ່ນ​ຢ່າງ​ໃດ​ໝົດ.


ຢ່າ​ນະມັດສະການ​ພະອື່ນ ນອກຈາກ​ເຮົາ.


ການ​ທີ່​ພວກເຈົ້າ​ນຳ​ເອົາ​ເຄື່ອງ​ມາ​ຖວາຍ​ນັ້ນ ເປັນ​ການ​ບໍ່ມີ​ປະໂຫຍດ. ເຮົາ​ເບື່ອໜ່າຍ​ຕໍ່​ກິ່ນ​ທູບ​ຄວັນ​ທຽນ​ຂອງ​ພວກເຈົ້າ. ເຮົາ​ບໍ່​ອາດ​ທົນ​ຕໍ່​ວັນ​ສະຫລອງ​ເດືອນ​ອອກໃໝ່, ວັນ​ຊະບາໂຕ ແລະ​ການ​ມາ​ເຕົ້າໂຮມ​ກັນ​ອື່ນໆ​ຂອງ​ພວກເຈົ້າ​ໄດ້​ອີກ​ແລ້ວ; ເທດສະການ​ທັງໝົດ​ເຫຼົ່ານັ້ນ​ເປັນ​ມົນທິນ ເພາະ​ການບາບ​ຂອງ​ພວກເຈົ້າ.


ພວກເຂົາ​ນະມັດສະການ​ເຮົາ​ທຸກ​ວັນ​ໂດຍ​ອ້າງ​ວ່າ ພວກຕົນ​ຢາກ​ຮູ້​ສິ່ງ​ທີ່​ເຮົາ​ຕ້ອງການ​ໃຫ້​ພວກເຂົາ​ເຮັດ ແລະ​ຢາກ​ປະຕິບັດ​ຕາມ​ຂໍ້​ກົດບັນຍັດ​ຂອງເຮົາ. ພວກເຂົາ​ບອກ​ວ່າ, ຕ້ອງການ​ກົດບັນຍັດ​ທີ່​ທ່ຽງທຳ ແລະ​ພວກເຂົາ​ກໍ​ມີ​ຄວາມສຸກ​ໃນ​ການ​ນະມັດສະການ​ເຮົາ.”


ເຮົາ​ຈະ​ລົງໂທດ​ປະຊາຊົນ​ຂອງເຮົາ ເພາະ​ພວກເຂົາ​ໄດ້​ເຮັດ​ບາບ; ພວກເຂົາ​ໄດ້​ປະຖິ້ມ​ເຮົາ​ໂດຍ​ເຜົາ​ເຄື່ອງບູຊາ​ຖວາຍ​ແກ່​ບັນດາ​ພະອື່ນໆ ແລະ​ສ້າງ​ຮູບເຄົາຣົບ​ເພື່ອ​ຂາບໄຫວ້.


ປະຊາຊົນ​ຢູດາ​ມີ​ພະ​ຫລາຍ​ເທົ່າ​ກັບ​ເມືອງ​ທັງຫລາຍ​ທີ່​ຕົນ​ມີ​ຢູ່ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ກໍ​ຕັ້ງ​ແທ່ນ​ຂຶ້ນ​ເພື່ອ​ຖວາຍບູຊາ​ແກ່​ພະບາອານ ຫລາຍ​ເທົ່າ​ກັບ​ມີ​ຖະໜົນ​ຫົນທາງ​ໃນ​ນະຄອນ​ເຢຣູຊາເລັມ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ປູກຝັງ​ອິດສະຣາເອນ ແລະ​ຢູດາ, ແຕ່​ບັດນີ້​ເຮົາ​ນາບຂູ່​ພວກເຂົາ​ດ້ວຍ​ຄວາມ​ຈິບຫາຍ. ພວກເຂົາ​ໄດ້​ນຳ​ເອົາ​ຄວາມ​ຈິບຫາຍ​ນີ້​ມາ​ສູ່​ພວກ​ເຂົາເອງ​ຍ້ອນ​ໄດ້​ເຮັດ​ຜິດ; ພວກເຂົາ​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ໂດຍ​ຖວາຍບູຊາ​ແກ່​ພະບາອານ.”


ຄົນຊົ່ວ​ເຫຼົ່ານີ້​ປະຕິເສດ​ບໍ່​ຍອມ​ເຊື່ອຟັງ​ເຮົາ. ພວກເຂົາ​ດື້ດ້ານ ແລະ​ຊົ່ວຊ້າ​ເໝືອນ​ເດີມ; ພວກເຂົາ​ໄດ້​ຂາບໄຫວ້ ແລະ​ຮັບໃຊ້​ບັນດາ​ພະອື່ນ. ສະນັ້ນ ພວກເຂົາ​ຈຶ່ງ​ຈະ​ເປັນ​ດັ່ງ​ເສື້ອຊ້ອນ​ເຫຼົ່ານີ້​ຊຶ່ງ​ບໍ່ມີ​ຫຍັງ​ດີ​ເລີຍ.”


ແຕ່​ປະຊາຊົນ​ຂອງເຮົາ​ກັບ​ໄດ້​ລືມໄລ​ເຮົາ​ໄປ ພວກເຂົາ​ໄດ້​ເຜົາ​ເຄື່ອງຫອມ​ບູຊາ​ແກ່​ຮູບເຄົາຣົບ. ພວກເຂົາ​ຕ່າງ​ກໍໄດ້​ພາກັນ​ເຕະ​ສະດຸດ ຕາມ​ວິທີ​ທາງ​ທີ່​ພວກເຂົາ​ເດີນ​ໄປ​ນັ້ນ. ພວກເຂົາ​ບໍ່ໄດ້​ເຮັດ​ຕາມ​ທາງ​ເດີມ​ອີກ​ຕໍ່ໄປ ພວກເຂົາ​ແວ່​ໄປ​ຕາມ​ທາງ​ຊອຍ​ທີ່​ບໍ່ໄດ້​ຂີດໝາຍ​ໄວ້​ໃຫ້.


ເຮົາ​ຈະ​ເຮັດ​ຢ່າງນີ້​ກໍ​ເພາະວ່າ​ປະຊາຊົນ​ໄດ້​ປະຖິ້ມ​ເຮົາ ແລະ​ເຮັດ​ໃຫ້​ສະຖານທີ່​ນີ້​ເປັນ​ມົນທິນ ໂດຍ​ການ​ເຜົາ​ເຄື່ອງ​ບູຊາ​ຖວາຍ​ແກ່​ພະອື່ນ ຄື​ບັນດາ​ພະ​ທີ່​ພວກເຂົາ​ເອງ​ແລະ​ບັນພະບຸລຸດ​ຂອງ​ພວກເຂົາ ຕະຫລອດ​ທັງ​ກະສັດ​ແຫ່ງ​ຢູດາຍ​ບໍ່ເຄີຍ​ຮູ້ຈັກ​ມາກ່ອນ. ພວກເຂົາ​ໄດ້​ເຮັດ​ໃຫ້​ບ່ອນນີ້​ເປິເປື້ອນ ເຕັມ​ໄປ​ດ້ວຍ​ເລືອດ​ຂອງ​ຄົນ​ບໍ່ມີ​ຄວາມຜິດ


ພວກເຂົາ​ຈະ​ຢຶດ​ເມືອງ​ແລະ​ຈູດ​ເຜົາ​ເມືອງ​ຖິ້ມ. ພວກເຂົາ​ຈະ​ຈູດ​ເມືອງ ພ້ອມ​ກັບ​ເຮືອນ​ຂອງ​ປະຊາຊົນ​ຜູ້​ທີ່​ເຮັດ​ໃຫ້​ເຮົາ​ໂກດຮ້າຍ ໂດຍ​ເຜົາ​ເຄື່ອງຫອມ​ໃຫ້​ພະບາອານ​ທີ່​ເທິງ​ຫລັງຄາ ແລະ​ໂດຍ​ເທ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ບັນດາ​ພະອື່ນ.


ເພາະ​ປະຊາຊົນ​ຢູ່​ໃນ​ເມືອງ​ເຫຼົ່ານັ້ນ​ໄດ້​ເຮັດ​ຊົ່ວ ແລະ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ. ພວກເຂົາ​ໄດ້​ຖວາຍບູຊາ​ແກ່​ບັນດາ​ພະອື່ນ ແລະ​ໄດ້​ຮັບໃຊ້​ບັນດາ​ພະ​ທີ່​ພວກເຂົາ​ເອງ ແລະ​ບັນພະບຸລຸດ​ຂອງ​ພວກເຂົາ​ບໍ່ເຄີຍ​ຂາບໄຫວ້.


ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ ໂດຍ​ຂາບໄຫວ້​ຮູບເຄົາຣົບ ແລະ​ຖວາຍບູຊາ​ແກ່​ບັນດາ​ພະອື່ນ​ໃນ​ປະເທດ​ເອຢິບ ຄື​ບ່ອນ​ທີ່​ພວກເຈົ້າ​ໄດ້​ມາ​ພັກ​ອາໄສ​ຢູ່​ນີ້? ພວກເຈົ້າ​ຢາກ​ເຮັດ​ສິ່ງ​ນີ້​ເພື່ອ​ທຳລາຍ​ພວກ​ເຈົ້າເອງ​ບໍ? ເພື່ອ​ທຸກ​ຊົນຊາດ​ໃນ​ໂລກ​ຈະ​ຫົວ​ເຍາະເຍີ້ຍ​ພວກເຈົ້າ ແລະ​ໃຊ້​ຊື່​ຂອງ​ພວກເຈົ້າ​ເປັນ​ຄຳສາບແຊ່ງ​ບໍ?


ພວກເຈົ້າ​ໄດ້​ລືມໄລ​ສິ່ງ​ທີ່​ຊົ່ວຊ້າ​ທັງໝົດ​ຊຶ່ງ​ບັນພະບຸລຸດ​ຂອງ​ພວກເຈົ້າ, ບັນດາ​ກະສັດ​ແຫ່ງ​ຢູດາຍ​ກັບ​ພັນລະຍາ​ຂອງ​ພວກເຂົາ​ຕະຫລອດ​ທັງ​ພວກ​ເຈົ້າເອງ ແລະ​ເມຍ​ຂອງ​ພວກເຈົ້າ​ໄດ້​ເຮັດ​ໃນ​ເມືອງ​ຂອງ​ຢູດາຍ ແລະ​ຕາມ​ທ້ອງ​ຖະໜົນ​ຫົນທາງ​ໃນ​ນະຄອນ​ເຢຣູຊາເລັມ​ແລ້ວ​ບໍ?


ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ໃຫ້​ປະຊາຊົນ​ໂມອາບ​ເຊົາ​ເຜົາ​ຖວາຍບູຊາ ໃນ​ບ່ອນ​ນະມັດສະການ​ຕ່າງໆ​ຂອງ​ພວກເຂົາ ແລະ​ເຊົາ​ຖວາຍ​ເຄື່ອງ​ບູຊາ​ຕ່າງໆ​ແກ່​ພະ​ຂອງ​ພວກເຂົາ.


ເຖິງປານນັ້ນ ເຈົ້າ​ກໍ​ຍັງ​ອ້າງວ່າ​ນະມັດສະການ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່. ພວກເຈົ້າ​ບໍ່ໄດ້​ເຮັດ​ຕາມ​ຄຳ​ສາບານ​ທີ່​ພວກເຈົ້າ​ກ່າວ​ນັ້ນ.


ພຣະເຈົ້າຢາເວ​ຖາມ​ວ່າ, “ເປັນຫຍັງ​ເຮົາ​ຈຶ່ງ​ຍົກໂທດ​ໃຫ້​ປະຊາຊົນ​ຂອງ​ເຮົາ​ນໍ? ພວກເຂົາ​ປະຖິ້ມ​ເຮົາ​ໄປ​ຂາບໄຫວ້​ພະ​ທີ່​ບໍ່ແມ່ນ​ພຣະເຈົ້າ. ເຮົາ​ລ້ຽງ​ພວກເຂົາ​ຈົນ​ອີ່ມ ແຕ່​ກໍ​ນອກ​ໃຈ​ເຮົາ ແລະ​ມົ້ວສຸມ​ຢູ່​ກັບ​ພວກ​ຍິງ​ແມ່ຈ້າງ.


ຈົ່ງ​ເຊົາ​ເອົາລັດ​ເອົາປຽບ​ຄົນຕ່າງດ້າວ, ລູກກຳພ້າ ແລະ​ແມ່ໝ້າຍ. ຈົ່ງ​ເຊົາ​ປະຫັດປະຫານ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ຢູ່​ໃນ​ດິນແດນ​ນີ້. ຈົ່ງ​ເຊົາ​ຂາບໄຫວ້​ພະອື່ນ​ສາ ເພາະ​ການກະທຳ​ເຊັ່ນນັ້ນ​ຈະ​ເປັນ​ການທຳລາຍ​ພວກເຈົ້າ​ເອງ.


ພໍ່​ຂອງ​ລາວ​ຕ່າງຫາກ​ທີ່​ໄດ້​ສໍ້ໂກງ ແລະ​ໄດ້​ປຸ້ນ​ເຈົ້າ​ເອົາ​ຂອງ ແລະ​ເຮັດ​ຊົ່ວ​ໃຫ້​ແກ່​ທຸກຄົນ. ສະນັ້ນ ລາວ​ຈຶ່ງ​ຕາຍ​ເພາະ​ບາບ​ທີ່​ຕົນ​ໄດ້​ເຮັດ​ນັ້ນ.


ບັດນີ້ ຈົ່ງ​ບອກ​ຊາວ​ອິດສະຣາເອນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ: ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ບາບ​ຢ່າງ​ດຽວກັນ​ກັບ​ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ເຮັດ ໂດຍ​ແລ່ນ​ໄປ​ຕາມ​ບັນດາ​ຮູບເຄົາຣົບ​ຂອງ​ພວກເຂົາ?


ໃນ​ມື້​ດຽວກັນ​ທີ່​ພວກເຂົາ​ໄດ້​ຂ້າ​ພວກ​ລູກ​ຂອງເຮົາ​ບູຊາ​ໃຫ້​ແກ່​ບັນດາ​ຮູບເຄົາຣົບ​ນັ້ນ ພວກເຂົາ​ໄດ້​ເຂົ້າ​ມາ​ໃນ​ພຣະວິຫານ​ຂອງເຮົາ ແລະ​ເຮັດ​ໃຫ້​ພຣະວິຫານ​ເປັນ​ມົນທິນ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເພາະ​ສະນັ້ນ ໃນ​ເມື່ອ​ເຮົາ​ມີ​ຊີວິດ​ຢູ່ ຍ້ອນ​ເຈົ້າ​ໄດ້​ເຮັດ​ໃຫ້​ວິຫານ​ຂອງເຮົາ​ເປັນ​ມົນທິນ ດ້ວຍ​ການ​ເຮັດ​ຊົ່ວ​ທຸກຢ່າງ​ອັນ​ໜ້າກຽດຊັງ; ສະນັ້ນ ເຮົາ​ຈະ​ຕັດ​ເຈົ້າ​ອອກ ໂດຍ​ປາສະຈາກ​ຄວາມ​ເມດຕາ​ກະລຸນາ.


ເຮົາ​ຈະ​ລົງໂທດ​ນາງ​ສຳລັບ​ເວລາ​ທີ່​ນາງ​ໄດ້​ລືມໄລ​ເຮົາ ຄື​ເມື່ອ​ນາງ​ເຜົາ​ເຄື່ອງຫອມ​ບູຊາ​ໃຫ້​ແກ່​ພະບາອານ ແລະ​ໃສ່​ເຄື່ອງ​ເພັດພອຍ​ໜີ​ຕາມ​ຄົນຮັກ​ໄປ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພວກ​ປະໂຣຫິດ​ເປັນ​ດັ່ງ​ກຸ່ມ​ໂຈນ​ທີ່​ຄອຍ​ດັກ​ທຳຮ້າຍ​ຄົນ. ແມ່ນແຕ່​ຕາມ​ຖະໜົນ​ຫົນທາງ​ໄປ​ສູ່​ສະຖານທີ່​ຊີເຄມ ກໍ​ມີ​ການ​ຂ້າຟັນ​ລັນແທງ​ກັນ. ພວກເຂົາ​ໄດ້​ເຮັດ​ຊົ່ວ​ໂດຍ​ເຈດຕະນາ​ແທ້ໆ


ຈົ່ງ​ໄປ​ຖວາຍ​ເຂົ້າຈີ່​ເປັນ​ການ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ​ໃຫ້​ເວົ້າ​ຄຸຍໂມ້​ເຖິງ​ສິ່ງ​ທີ່​ພວກເຈົ້າ​ນຳ​ໄປ​ຖວາຍ​ຕື່ມ​ນັ້ນ​ສາ ນີ້​ແຫຼະ ຄື​ສິ່ງ​ທີ່​ພວກເຈົ້າ​ມັກ​ເຮັດ​ທີ່ສຸດ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫລະ.


ເຮົາ​ຈະ​ທຳລາຍ​ທຸກຄົນ ທີ່​ຂຶ້ນ​ໄປ​ເທິງ​ຫລັງຄາ​ເຮືອນ​ເພື່ອ​ຂາບໄຫວ້​ດວງອາທິດ, ດວງເດືອນ ແລະ​ດວງດາວ​ຕ່າງໆ. ເຮົາ​ຍັງ​ຈະ​ທຳລາຍ​ພວກ​ທີ່​ນະມັດສະການ ແລະ​ສາບານ​ທີ່​ຈະ​ສັດຊື່​ຕໍ່​ພຣະເຈົ້າຢາເວ, ແຕ່​ແລ້ວ​ພັດ​ສາບານ​ໃນ​ນາມ​ຂອງ​ພະ​ມິນກົມ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ຈະ​ມາ​ປາກົດ​ຢູ່​ທ່າມກາງ​ພວກເຈົ້າ​ເພື່ອ​ຕັດສິນ ແລະ​ເຮົາ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກ​ທີ່​ລົງມື​ຝຶກ​ເວດມົນ​ຄາຖາ, ຕໍ່ສູ້​ພວກ​ທີ່​ຫລິ້ນຊູ້​ສູ່ຜົວເມຍ, ຕໍ່ສູ້​ພວກ​ທີ່​ເປັນ​ພະຍານ​ບໍ່ຈິງ, ຕໍ່ສູ້​ພວກ​ທີ່​ສໍ້ໂກງ​ຄ່າ​ແຮງງານ​ຂອງ​ລູກຈ້າງ, ຕໍ່ສູ້​ພວກ​ທີ່​ເອົາປຽບ​ແມ່ໝ້າຍ, ເດັກ​ກຳພ້າ ແລະ​ຄົນຕ່າງດ້າວ ຄື​ຕໍ່ສູ້​ທຸກຄົນ​ທີ່​ບໍ່​ຢຳເກງ​ເຮົາ.”


ພວກເຮົາ​ຮູ້​ຢູ່​ວ່າ ການ​ທີ່​ພຣະເຈົ້າ​ຊົງ​ພິພາກສາ​ລົງໂທດ​ຄົນ​ທັງຫລາຍ​ທີ່​ກະທຳ​ຢ່າງ​ນັ້ນ ກໍ​ຖືກຕ້ອງ​ຢູ່​ແລ້ວ.


ພວກເຂົາ​ໄດ້​ຖວາຍບູຊາ​ໃຫ້​ແກ່​ບັນດາ​ຜີມານຮ້າຍ ບໍ່ແມ່ນ​ພຣະແທ້​ ຊຶ່ງ​ບໍ່ແມ່ນ​ພຣະເຈົ້າ​ແຕ່​ແມ່ນ​ພະທຽມ ຄື​ພະ​ໃໝ່ໆ​ເຫຼົ່ານັ້ນ​ທັງຫລາຍ ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ບໍ່ເຄີຍ​ຮູ້; ເປັນ​ບັນດາ​ພະ​ຕ່າງໆ ທີ່​ຊາດ​ອິດສະຣາເອນ​ບໍ່ເຄີຍ​ຮູ້ຈັກ ແລະ​ບໍ່​ຮູ້​ຂາບໄຫວ້​ພວກ​ມັນ ທັງ​ບໍ່ເຄີຍ​ເຊື່ອຟັງ​ມັນ​ມາ​ກ່ອນ.


ສ່ວນ​ຄົນ​ຂີ້ຢ້ານ, ຄົນ​ທໍລະຍົດ, ຄົນ​ປະພຶດ​ໃນ​ສິ່ງ​ທີ່​ໜ້າກຽດ​ໜ້າຊັງ, ຜູ້ຂ້າຄົນ, ຄົນ​ປະພຶດ​ຜິດ​ສິນທຳ​ທາງ​ເພດ, ຄົນ​ໃຊ້​ເວດມົນ​ຄາຖາ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ທຸກຄົນ​ນັ້ນ ມໍຣະດົກ​ຂອງ​ຄົນ​ເຫຼົ່ານັ້ນ ແມ່ນ​ບຶງໄຟ​ທີ່​ໄໝ້​ຢູ່​ປົນ​ກັບ​ມາດ ຊຶ່ງ​ເປັນ​ຄວາມຕາຍ​ຄັ້ງ​ທີ​ສອງ.”


ສ່ວນ​ຝູງ​ໝາ​ກັບ​ຄົນ​ໃຊ້​ເວດມົນ​ຄາຖາ, ຄົນ​ລ່ວງ​ຜິດ​ສິນທຳ​ທາງ​ເພດ, ຄົນ​ຄາດຕະກອນ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ຈະ​ຢູ່​ພາຍ​ນອກ.


ຕໍ່ມາ ສົງຄາມ​ຈຶ່ງ​ເກີດຂຶ້ນ​ໃນ​ດິນແດນ ເມື່ອ​ຊາວ​ອິດສະຣາເອນ​ເລືອກ​ພະ​ຕົນ​ໃໝ່. ໃນ​ຊາດ​ອິດສະຣາເອນ​ມີ​ທະຫານ​ສີ່ສິບພັນ​ຄົນ ມີ​ໃຜ​ຖື​ຫອກ​ແລະ​ໂລ້​ເປັນ​ອາວຸດ​ແດ່​ຫລື​ບໍ່?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka