ເຢເຣມີຢາ 7:4 - ພຣະຄຳພີສັກສິ4 ຢ່າເຊື່ອຄຳຫລອກລວງທີ່ວ່າ, ‘ພວກເຮົາປອດໄພ ທີ່ນີ້ແມ່ນພຣະວິຫານຂອງພຣະເຈົ້າຢາເວ ທີ່ນີ້ແມ່ນພຣະວິຫານຂອງພຣະເຈົ້າຢາເວ ທີ່ນີ້ແມ່ນພຣະວິຫານຂອງພຣະເຈົ້າຢາເວ.’ Uka jalj uñjjattʼäta |
ພວກເຈົ້າລຶບກຽດຂອງເຮົາຕໍ່ໜ້າປະຊາຊົນຂອງເຮົາ ເພື່ອຈະໄດ້ເຂົ້າເດືອຍບາງກຳ ແລະເຂົ້າຈີ່ບາງກ້ອນ. ພວກເຈົ້າຂ້າປະຊາຊົນທີ່ບໍ່ສົມຄວນຈະຕາຍເລີຍ ແລະພວກເຈົ້າປ່ອຍປະຊາຊົນທີ່ບໍ່ສົມຄວນຈະມີຊີວິດໃຫ້ມີຊີວິດຢູ່. ດັ່ງນັ້ນ ພວກເຈົ້າຈຶ່ງເວົ້າຕົວະຕໍ່ປະຊາຊົນຂອງເຮົາ ແລະພວກເຂົາກໍເຊື່ອພວກເຈົ້າ.’
ພວກຜູ້ປົກຄອງເມືອງ ກໍປົກຄອງດ້ວຍເຫັນແກ່ສິນບົນ ພວກປະໂຣຫິດກໍແປກົດບັນຍັດດ້ວຍເຫັນແກ່ຄ່າຈ້າງລາງວັນ ພວກຜູ້ທຳນວາຍກໍບອກນິມິດຂອງຕົນດ້ວຍເຫັນແກ່ເງິນ ແລະພວກເຂົາທຸກຄົນຕ່າງກໍອ້າງວ່າ ພຣະເຈົ້າຢາເວຢູ່ກັບພວກຕົນ ພວກເຂົາເວົ້າວ່າ, “ເຫດຮ້າຍໃດໆຈະບໍ່ມາຖືກພວກເຮົາດອກ ເພາະພຣະເຈົ້າຢາເວສະຖິດຢູ່ນຳພວກເຮົາ.”