Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 7:34 - ພຣະຄຳພີສັກສິ

34 ດິນແດນ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ. ໃນ​ເມືອງ​ຂອງ​ຢູດາຍ ແລະ​ໃນ​ທ້ອງ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ ເຮົາ​ຈະ​ເຮັດ​ໃຫ້​ສຽງ​ມ່ວນຊື່ນ ແລະ​ສຽງ​ເຈົ້າບ່າວ​ເຈົ້າສາວ​ທີ່​ມີ​ຄວາມສຸກ​ໃນ​ພິທີ​ແຕ່ງງານ​ມິດງຽບ​ສິ້ນສຸດ​ລົງ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 7:34
23 Jak'a apnaqawi uñst'ayäwi  

ແຕ່​ຈົ່ງ​ເຮັດ​ໃຫ້​ຄືນ​ນັ້ນ​ກາຍເປັນ​ໝັນ​ໄປ​ສາ ຢ່າ​ໃຫ້​ມີ​ສຽງ​ຮ້ອງໂຮ​ຍິນດີ​ຢ່າງ​ໃດ​ເລີຍ​ເທາະ


ໃນ​ທີ່​ສູ້ຮົບ​ພວກ​ຊາຍໜຸ່ມ​ໄດ້​ຖືກ​ຂ້າ​ຢ່າງ​ຫລວງຫລາຍ ແລະ​ພວກ​ຍິງສາວ​ກໍ​ບໍ່ມີ​ຜູ້ໃດ​ແຕ່ງງານ​ນຳ​ດ້ວຍ.


ດິນແດນ​ຂອງ​ພວກເຈົ້າ​ໄດ້​ຖືກ​ທຳລາຍ ແລະ​ບ້ານເມືອງ​ຂອງ​ພວກເຈົ້າ​ກໍໄດ້​ຖືກ​ເຜົາຜານ​ຈົນ​ໝົດກ້ຽງ. ຊາວ​ຕ່າງດ້າວ​ໄດ້​ເຂົ້າ​ຢຶດຄອງ​ດິນແດນ ແລະ​ທຳລາຍ​ທຸກສິ່ງ ຕໍ່ໜ້າຕໍ່ຕາ​ຂອງ​ພວກເຈົ້າ​ຈົນ​ໝົດກ້ຽງ.


ທົ່ວ​ທັງ​ເມືອງ​ຈະ​ຮ້ອງໄຫ້​ຄວນຄາງ​ດັ່ງ​ຍິງ​ຜູ້ໜຶ່ງ​ກຳລັງ​ນັ່ງ​ຢູ່​ກັບ​ພື້ນດິນ ເພາະ​ສູນເສຍ​ທຸກສິ່ງ.


ຂ້າພະເຈົ້າ​ຈຶ່ງ​ຖາມ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ເຫດການ​ເຊັ່ນ​ນັ້ນ​ຈະ​ເປັນ​ຢູ່​ຢ່າງນີ້​ເຫິງນານ​ປານໃດ?” ພຣະອົງ​ຕອບ​ວ່າ, “ຈົນກວ່າ​ເມືອງ​ຕ່າງໆ​ຖືກ​ທຳລາຍ​ແລະ​ຮ້າງເປົ່າ ໝູ່ບ້ານ​ທັງຫລາຍ​ບໍ່ມີ​ຄົນ​ຢູ່​ອາໄສ​ແລະ​ຜືນ​ແຜ່ນດິນ​ງຽບເຫງົາ​ເປົ່າປ່ຽວ.


ຈົ່ງ​ຟັງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ: ເຮົາ​ຈະ​ເຮັດ​ໃຫ້​ສຽງ​ມ່ວນຊື່ນ​ເຮຮາ ແລະ​ສຽງ​ເຈົ້າບ່າວ​ເຈົ້າສາວ ທີ່​ມີ​ຄວາມສຸກ​ໃນ​ພິທີ​ແຕ່ງງານ​ສຸດສິ້ນ​ລົງ. ປະຊາຊົນ​ໃນ​ທີ່ນີ້​ຈະ​ມີ​ຊີວິດ​ຢູ່​ຈົນ​ໄດ້​ເຫັນ​ເຫດການ​ນີ້​ເກີດຂຶ້ນ.”


ພຣະເຈົ້າຢາເວ​ກ່າວ​ເຖິງ​ເຊື້ອສາຍ​ຂອງ​ກະສັດ​ແຫ່ງ​ຢູດາຍ​ວ່າ, “ເຖິງ​ແມ່ນ​ເຮົາ​ເຫັນ​ວ່າ ວັງ​ຂອງ​ກະສັດ​ແຫ່ງ​ຢູດາຍ​ງົດງາມ ເທົ່າກັບ​ດິນແດນ​ກີເລອາດ ແລະ​ພູ​ຂອງ​ເລບານອນ​ກໍຕາມ; ແຕ່​ເຮົາ​ກໍ​ຈະ​ເຮັດ​ໃຫ້​ເປັນ​ບ່ອນ​ຮົກຮ້າງ​ຫວ່າງເປົ່າ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່.


ເຮົາ​ຈະ​ເຮັດ​ໃຫ້​ສຽງ​ມ່ວນຊື່ນ ແລະ​ສຽງ​ເຈົ້າບ່າວ​ເຈົ້າສາວ ທີ່​ມີ​ຄວາມສຸກ​ໃນ​ພິທີ​ແຕ່ງງານ​ມິດງຽບ​ໄປ. ພວກເຂົາ​ຈະ​ບໍ່ມີ​ນໍ້າມັນ​ສຳລັບ​ຕະກຽງ ແລະ​ຈະ​ບໍ່ມີ​ເຂົ້າປາອາຫານ​ກິນ​ດ້ວຍ.


ຢ່າ​ສູ່​ເຊື່ອຟັງ​ພວກເຂົາ; ຈົ່ງ​ຍອມ​ຢູ່ໃຕ້​ບັງຄັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ ແລະ​ພວກເຈົ້າ​ຈະ​ມີ​ຊີວິດ​ຢູ່ ເປັນຫຍັງ​ຈຶ່ງ​ຈະ​ເຮັດ​ໃຫ້​ເມືອງ​ນີ້​ກາຍເປັນ​ກອງ​ສິ່ງ​ຮົກຮ້າງ​ເພພັງ?


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ປະຊາຊົນ​ກຳລັງ​ເວົ້າ​ວ່າ ບ່ອນ​ນີ້​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ; ໃນ​ທີ່ນັ້ນ​ບໍ່ມີ​ແມ່ນແຕ່​ຄົນ ແລະ​ສັດ​ອາໄສ​ຢູ່. ເຂົາ​ເວົ້າ​ຖືກ​ແລ້ວ; ເມືອງ​ຂອງ​ຢູດາຍ​ກັບ​ຕາມ​ທ້ອງ​ຖະໜົນ​ຂອງ​ນະຄອນ​ເຢຣູຊາເລັມ​ກໍ​ຫວ່າງເປົ່າ; ບໍ່ມີ​ຄົນ​ຫລື​ສັດ​ອາໄສ​ຢູ່​ເລີຍ, ແຕ່​ໃນ​ບ່ອນ​ເຫຼົ່ານີ້ ພວກເຈົ້າ​ຈະ​ໄດ້ຍິນ​ອີກ​ເທື່ອ​ໃໝ່


ສຽງ​ແຫ່ງ​ການ​ໂຮຮ້ອງ​ຍິນດີ ແລະ​ຊົມຊື່ນ ແລະ​ສຽງ​ແຫ່ງ​ຄວາມ​ສຸກໃຈ​ຂອງ​ພິທີ​ແຕ່ງງານ. ພວກເຈົ້າ​ຈະ​ໄດ້ຍິນ​ປະຊາຊົນ​ຮ້ອງເພງ ເມື່ອ​ພວກເຂົາ​ນຳ​ເຄື່ອງ​ຖວາຍ​ມາ​ໂມທະນາ​ຂອບພຣະຄຸນ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ; ພວກເຂົາ​ຈະ​ເວົ້າ​ວ່າ, ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ເພາະ​ພຣະເຈົ້າຢາເວ​ຊົງ​ຄຸນຄວາມດີ ຄວາມຮັກ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ. ເຮົາ​ຈະ​ເຮັດ​ໃຫ້​ດິນແດນ​ນີ້​ຈະເລີນ​ຮຸ່ງເຮືອງ​ດັ່ງ​ຄາວ​ແຕ່​ກ່ອນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ດິນແດນ​ທີ່​ແຕ່​ກ່ອນ​ເປັນ​ດິນ​ທີ່​ອຸດົມສົມບູນ ກໍ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ໄປສິ້ນ; ເມືອງ​ທັງຫລາຍ​ກໍ​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ ເພາະ​ພຣະເຈົ້າຢາເວ​ໂກດຮ້າຍ​ຮຸນແຮງ​ແທ້ໆ. (


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ ແຜ່ນດິນ​ໂລກ​ທັງໝົດ​ຈະ​ກາຍເປັນ​ບ່ອນ​ຮົກຮ້າງ​ຫວ່າງເປົ່າ ແຕ່​ພຣະອົງ​ຈະ​ບໍ່​ທຳລາຍ​ແຜ່ນດິນ​ໂລກ​ໃຫ້​ຈົນກ້ຽງ.)


ດັ່ງນັ້ນ ເຮົາ​ຈຶ່ງ​ເທ​ຄວາມ​ໂກດຮ້າຍ ແລະ​ຄວາມ​ໂກດເຄືອງ​ຂອງເຮົາ ໃສ່​ເມືອງ​ຂອງ​ຢູດາຍ ແລະ​ໃສ່​ຕາມ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ ແລະ​ເຮົາ​ກໍ​ຈູດ​ເມືອງ​ເຫຼົ່ານີ້​ຖິ້ມ​ໝົດ. ເມືອງ​ເຫຼົ່ານັ້ນ​ໄດ້​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ ແລະ​ກາຍເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ ດັ່ງ​ທີ່​ເປັນ​ຢູ່​ໃນ​ທຸກ​ວັນ​ນີ້.


ພວກ​ເຖົ້າແກ່​ກໍ​ບໍ່ໄດ້​ນັ່ງ​ທີ່​ປະຕູ​ເມືອງ​ຕໍ່ໄປ ພວກ​ຄົນ​ໜຸ່ມ​ກໍ​ບໍ່ໄດ້​ຫລິ້ນ​ດົນຕຼີ​ອີກ​ດ້ວຍ.


ເຮົາ​ຈະ​ໃຫ້​ສຽງ​ເພງ​ສຸດສິ້ນ​ລົງ ແລະ​ຈະ​ໃຫ້​ສຽງ​ພິນ​ມິດງຽບ​ຫາຍໄປ.


ຄວາມ​ຮຸນແຮງ​ຂະຫຍາຍ​ຕົວ​ເປັນ​ອາວຸດ​ຂອງ​ຄວາມ​ຊົ່ວຮ້າຍ. ບໍ່ມີ​ສິ່ງໃດ​ທີ່​ເປັນ​ຂອງ​ພວກເຂົາ​ຈະ​ເຫຼືອ​ຢູ່​ເຊັ່ນ: ຊັບສົມບັດ, ຄວາມ​ສະຫງ່າງາມ ຫລື​ສະຫງ່າຣາສີ.


ເຮົາ​ຈະ​ເຮັດ​ໃຫ້​ຄວາມ​ມ່ວນຊື່ນ​ທັງໝົດ​ສິ້ນສຸດ​ລົງ ເຊັ່ນ: ບຸນ​ປະຈຳເດືອນ, ປະຈຳ​ອາທິດ ແລະ​ການ​ຊຸມນຸມ​ໃນ​ເທດສະການ​ຕ່າງໆ.


ເຮົາ​ຈະ​ລົງໂທດ​ນາງ​ສຳລັບ​ເວລາ​ທີ່​ນາງ​ໄດ້​ລືມໄລ​ເຮົາ ຄື​ເມື່ອ​ນາງ​ເຜົາ​ເຄື່ອງຫອມ​ບູຊາ​ໃຫ້​ແກ່​ພະບາອານ ແລະ​ໃສ່​ເຄື່ອງ​ເພັດພອຍ​ໜີ​ຕາມ​ຄົນຮັກ​ໄປ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ຈະ​ເອົາ​ການ​ລົບລາ​ຂ້າຟັນ​ກັນ​ມາ​ສູ່​ພວກເຈົ້າ ແລະ​ເຮັດ​ໃຫ້​ພວກເຈົ້າ​ແຕກ​ກະຈັດ​ກະຈາຍ​ໄປ​ຢູ່​ໃນ​ປະເທດ​ຕ່າງໆ. ດິນແດນ​ຂອງ​ພວກເຈົ້າ​ຈະ​ຮົກຮ້າງ​ວ່າງເປົ່າ ແລະ​ຕົວເມືອງ​ທັງຫລາຍ​ຂອງ​ພວກເຈົ້າ​ກໍ​ຈະ​ຖືກ​ປະ​ໃຫ້​ເປັນ​ເມືອງ​ຮ້າງ.


ແຕ່​ແຜ່ນດິນ​ໂລກ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ຍ້ອນ​ຄວາມຊົ່ວ​ຂອງ​ຄົນ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ.


ຈະ​ບໍ່ມີ​ແສງ​ໂຄມ​ສ່ອງ​ສະຫວ່າງ​ໃນ​ເຈົ້າ​ຕໍ່ໄປ​ອີກ, ຈະ​ບໍ່ມີ​ຜູ້ໃດ​ໄດ້ຍິນ​ສຽງ​ເຈົ້າບ່າວ ເຈົ້າສາວ​ໃນ​ເຈົ້າ​ຕໍ່ໄປ​ອີກ​ຈັກເທື່ອ, ເພາະວ່າ​ບັນດາ​ພໍ່ຄ້າ​ຂອງ​ເຈົ້າ ໄດ້​ເປັນ​ເຈົ້ານາຍ​ແຫ່ງ​ແຜ່ນດິນ​ໂລກ ແລະ​ບັນດາ​ປະຊາຊາດ​ໄດ້​ຖືກ​ຫລອກລວງ ດ້ວຍ​ເວດມົນ​ຄາຖາ​ຂອງ​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka