Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 7:33 - ພຣະຄຳພີສັກສິ

33 ຊາກສົບ​ຕ່າງໆ​ຈະ​ກາຍເປັນ​ອາຫານ​ຂອງ​ຝູງນົກ ແລະ​ສັດປ່າ​ທັງຫລາຍ ແລະ​ຈະ​ບໍ່ມີ​ຜູ້ໃດ​ໄລ່​ມັນ​ໜີໄປ​ຈາກ​ທີ່ນັ້ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 7:33
19 Jak'a apnaqawi uñst'ayäwi  

ຊາກສົບ​ທະຫານ​ຂອງ​ພວກເຂົາ​ຈະ​ຖືກ​ປະປ່ອຍ​ໄວ້​ໃຫ້​ຝູງນົກ​ແລະ​ສັດປ່າ. ໃນ​ລະດູຮ້ອນ​ໂຕ​ນົກ​ຈະ​ມາ​ເຈາະ ແລະ​ໃນ​ລະດູໜາວ​ສັດປ່າ​ຈະ​ມາ​ກິນ.”


ປະຊາຊົນ​ທີ່​ເຮົາ​ໄດ້​ເລືອກ​ນັ້ນ​ຄື​ນົກ​ໂຕໜຶ່ງ ຖືກ​ຝູງ​ແຫລວ​ຫຸ້ມລ້ອມ​ໂຈມຕີ​ທຸກ​ດ້ານ​ທຸກ​ແຈ. ຈົ່ງ​ໃຫ້​ຄົນ​ເອີ້ນ​ເອົາ​ສັດປ່າ​ທັງຫລາຍ​ມາ ຮ່ວມ​ສັງສັນ​ໃນ​ງານກິນລ້ຽງ​ເທາະ


ປະຊາຊົນ​ຜູ້ໃດ​ທີ່​ຟັງ​ພວກເຂົາ​ເວົ້າ​ໃນ​ສິ່ງ​ເຫຼົ່ານີ້ ກໍ​ຈະ​ຖືກ​ຂ້າ​ໂດຍ​ວິທີ​ດຽວກັນ​ນີ້. ຊາກສົບ​ຂອງ​ພວກເຂົາ​ຈະ​ຖືກ​ໂຍນ​ຖິ້ມ ຕາມ​ທ້ອງ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ ແລະ​ຈະ​ບໍ່ມີ​ຜູ້ໃດ​ຝັງ​ຊາກສົບ​ຂອງ​ພວກເຂົາ. ເຫດການ​ນີ້​ຈະ​ເກີດຂຶ້ນ​ກັບ​ພວກເຂົາ​ທຸກຄົນ ລວມ​ທັງ​ເມຍ, ລູກຊາຍ ແລະ​ລູກສາວ​ຂອງ​ພວກເຂົາ​ດ້ວຍ. ເຮົາ​ຈະ​ໃຫ້​ພວກເຂົາ​ໄດ້​ຮັບ​ໂທດກຳ ຍ້ອນ​ພວກເຂົາ​ເອງ​ໄດ້​ເຮັດ​ຊົ່ວ.”


ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ຕັດສິນໃຈ​ແລ້ວ​ວ່າ ຈະ​ໃຫ້​ສິ່ງ​ທີ່​ໜ້າຢ້ານ​ສີ່​ປະການ​ນີ້​ເກີດຂຶ້ນ​ກັບ​ພວກເຂົາ​ເຊັ່ນ: ພວກເຂົາ​ຈະ​ຖືກ​ຂ້າ​ໃນ​ເສິກ​ສົງຄາມ; ຝູງ​ໝາ​ຈະ​ລາກ​ຊາກສົບ​ຂອງ​ພວກເຂົາ​ໄປ​ກິນ; ຝູງນົກ​ຈະ​ສັບຕອດ​ກິນ​ຊາກສົບ​ເຫຼົ່ານັ້ນ ແລະ​ອັນ​ທີ່​ເຫຼືອ​ນັ້ນ​ສັດປ່າ​ຈະ​ກິນ​ໃຫ້​ກ້ຽງ.


ພວກເຂົາ​ຈະ​ຕາຍ​ດ້ວຍ​ການ​ເຈັບໄຂ້​ໄດ້ປ່ວຍ​ໜັກ ແລະ​ຈະ​ບໍ່ມີ​ຜູ້ໃດ​ໄວ້ທຸກ​ໃຫ້​ພວກເຂົາ ແລະ​ຝັງ​ພວກເຂົາ​ໄວ້. ຊາກສົບ​ຂອງ​ພວກເຂົາ​ຈະ​ຢຽດຢາຍ​ດັ່ງ​ກອງຝຸ່ນ​ຢູ່​ຕາມ​ເທິງ​ໜ້າດິນ. ພວກເຂົາ​ຈະ​ຖືກ​ຂ້າ​ໃນ​ສົງຄາມ ຫລື​ຕາຍອຶດ​ຕາຍຢາກ ແລະ​ຊາກສົບ​ຂອງ​ພວກເຂົາ​ຈະ​ເປັນ​ອາຫານ​ສຳລັບ​ຝູງນົກ ແລະ​ຝູງ​ສັດປ່າ.”


ເພາະ​ໃນ​ບ່ອນ​ນີ້​ເຮົາ​ຈະ​ທຳລາຍ​ແຜນການ​ທັງປວງ​ຂອງ​ຊາວ​ຢູດາ​ແລະ​ຊາວ​ນະຄອນ​ເຢຣູຊາເລັມ. ເຮົາ​ຈະ​ໃຫ້​ເຫຼົ່າ​ສັດຕູ​ຊະນະ​ພວກເຂົາ ແລະ​ສັງຫານ​ພວກເຂົາ​ໃນ​ສະໜາມຮົບ. ເຮົາ​ຈະ​ໃຫ້​ຝູງນົກ​ແລະ​ຝູງ​ສັດປ່າ​ໄດ້​ກິນ​ຊາກສົບ​ຂອງ​ພວກເຂົາ​ເປັນ​ອາຫານ.


ພວກເຂົາ​ຈະ​ໃຫ້ກຽດ​ຝັງສົບ​ລາວ​ໄວ້​ດັ່ງ​ຝັງ​ໂຕ​ລາ ໂດຍ​ຈະ​ລາກ​ໂຍນ​ຖິ້ມ​ໄປ​ນອກ​ປະຕູ​ນະຄອນ​ພຸ້ນ.”


ໃນ​ວັນ​ນັ້ນ ຊາກສົບ​ທັງຫລາຍ​ຂອງ​ຄົນ​ທີ່​ພຣະເຈົ້າຢາເວ​ໄດ້​ຂ້າ​ຖິ້ມ ຈະ​ກະຈັດ​ກະຈາຍ​ກັນ​ຢູ່ ແຕ່​ສົ້ນໜຶ່ງ​ຫາ​ອີກ​ສົ້ນໜຶ່ງ​ຂອງ​ແຜ່ນດິນ​ໂລກ. ຈະ​ບໍ່ມີ​ຜູ້ໃດ​ເລີຍ​ໄວ້ທຸກ​ໃຫ້​ພວກເຂົາ ແລະ​ທັງ​ຈະ​ບໍ່ມີ​ຜູ້ໃດ​ເອົາ​ຊາກສົບ​ໄປ​ຝັງ​ໄວ້. ມັນ​ຈະ​ກອງ​ກັນ​ຢູ່​ເທິງ​ພື້ນດິນ​ດັ່ງ​ກອງຝຸ່ນ​ກອງ​ປຸຍ.


ເຮົາ​ຈະ​ມອບ​ພວກເຂົາ​ໃຫ້​ເຫຼົ່າ​ສັດຕູ​ຜູ້​ທີ່​ຢາກ​ສັງຫານ​ພວກເຂົາ ແລະ​ຊາກສົບ​ຂອງ​ພວກເຂົາ​ຈະ​ຖືກ​ຝູງນົກ​ເຈາະ​ແລະ​ຖືກ​ສັດປ່າ​ກັດກິນ.


ທາງ​ປ່ອງຢ້ຽມ​ນັ້ນ​ຄວາມຕາຍ​ໄດ້​ຜ່ານ​ເຂົ້າມາ ເຂົ້າມາ​ເຖິງ​ຣາຊວັງ​ດ້ວຍ; ມັນ​ຟັນ​ພວກ​ເດັກນ້ອຍ​ຕາມ​ທ້ອງ​ຖະໜົນ​ຫົນທາງ ຟັນ​ຊາວ​ໜຸ່ມ​ທັງຫລາຍ​ຕາມ​ທ້ອງ​ຕະຫລາດ.


ຊາກສົບ​ຄົນຕາຍ​ເດຍລະດາດ​ຢູ່​ທຸກບ່ອນ ດັ່ງ​ກອງ​ຝຸ່ນ​ຖືກ​ປະ​ໄວ້​ຕາມ​ທ້ອງ​ທົ່ງນາ​ນັ້ນ ດັ່ງ​ຟ່ອນເຂົ້າ​ຖືກ​ຕັດ​ປະ​ໄວ້​ທາງ​ຫລັງ​ຄົນ​ເກັບກ່ຽວ ຊຶ່ງ​ບໍ່ມີ​ຜູ້ໃດ​ຮິບໂຮມ​ຟ່ອນເຂົ້າ​ເຫຼົ່ານັ້ນ​ໄວ້​ເລີຍ. ສິ່ງ​ນີ້ແຫລະ ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໃຫ້​ຂ້ານ້ອຍ​ຟັງ ເພື່ອ​ສັ່ງ​ຂ້ານ້ອຍ​ໄປ​ເວົ້າ​ໃຫ້​ຄົນອື່ນ​ຟັງ​ຕໍ່.”


ເຮົາ​ຈະ​ລາກ​ເຈົ້າ​ພ້ອມ​ກັບ​ປາ​ທັງໝົດ​ຂຶ້ນ​ໄປ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ. ຮ່າງ​ຂອງ​ເຈົ້າ​ຈະ​ຕົກລົງ​ກັບ​ພື້ນດິນ​ແລະ​ຖືກ​ປະ​ໄວ້​ໂດຍ​ບໍ່ມີ​ຜູ້ໃດ​ຝັງ. ເຮົາ​ຈະ​ເອົາ​ຮ່າງ​ນັ້ນ​ໃຫ້​ຝູງນົກ​ແລະ​ຝູງ​ສັດປ່າ​ກິນ​ເປັນ​ອາຫານ.


ເຈົ້າ​ກັບ​ກອງທັບ​ພ້ອມ​ທັງ​ພັນທະມິດ​ຂອງເຈົ້າ ຈະ​ລົ້ມລົງ​ຕາຍ​ເທິງ​ພູເຂົາ​ຕ່າງໆ​ຂອງ​ອິດສະຣາເອນ ແລະ​ເຮົາ​ຈະ​ປະ​ຊາກສົບ​ຂອງ​ເຈົ້າ ໃຫ້​ເປັນ​ອາຫານ​ຂອງ​ຝູງນົກ​ກັບ​ສັດປ່າ​ທັງຫລາຍ.


ເມື່ອ​ພວກເຈົ້າ​ຕາຍໄປ ແຮ້ງ​ແລະ​ສັດປ່າ​ຈະ​ມາ​ກິນ​ຊາກສົບ ແລະ​ຈະ​ບໍ່ມີ​ໃຜ​ໄລ່​ພວກ​ມັນ​ໜີໄປ.


ເໝືອນ​ດັ່ງ​ທີ່​ພຣະເຈົ້າຢາເວ​ທຳລາຍ​ຊົນຊາດ​ທັງຫລາຍ​ຕໍ່ໜ້າ​ພວກເຈົ້າ​ຢ່າງໃດ ພວກເຈົ້າ​ກໍ​ຈະ​ຖືກ​ທຳລາຍ​ຍ້ອນ​ບໍ່ໄດ້​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຢ່າງນັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka