Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 7:32 - ພຣະຄຳພີສັກສິ

32 ພຣະເຈົ້າຢາເວ​ກ່າວ​ວ່າ, “ດ້ວຍເຫດນີ້ ເວລາ​ຈະ​ຕ້ອງ​ມາເຖິງ​ຢ່າງ​ແນ່ນອນ ແລະ​ເມື່ອນັ້ນ​ຄົນ​ຈະ​ບໍ່​ເອີ້ນ​ໂຕເຟັດ ຫລື​ຮ່ອມພູ​ຮິນໂນມ​ອີກ​ຕໍ່ໄປ ແຕ່​ຄົນ​ຈະ​ພາກັນ​ເອີ້ນ​ວ່າ​ຮ່ອມພູ​ແຫ່ງ​ການ​ຂ້າຟັນກັນ. ພວກເຂົາ​ຈະ​ຝັງ​ຄົນ​ໃນ​ທີ່ນັ້ນ​ຍ້ອນ​ບໍ່ມີ​ບ່ອນ​ຝັງ​ໃນ​ທີ່ອື່ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 7:32
10 Jak'a apnaqawi uñst'ayäwi  

ກະສັດ​ໂຢສີຢາ​ຍັງ​ໄດ້​ທຳລາຍ​ໂຕເຟັດ ບ່ອນ​ຂາບໄຫວ້​ຮູບ​ພະຕ່າງໆ​ຂອງ​ຊາວ​ຕ່າງຊາດ​ທີ່​ຮ່ອມພູ​ຮິນໂນມ ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ເອົາ​ລູກຊາຍ ຫລື​ລູກສາວ​ຂອງຕົນ​ໄປ​ເຜົາ​ຖວາຍບູຊາ​ໃຫ້​ພະ​ໂມເລັກ.


ໂດຍ​ໃຫ້​ບອກ​ວ່າ, “ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້: ເຮົາ​ຈະ​ທຸບ​ຕີ​ປະຊາຊົນ​ພ້ອມ​ນະຄອນ​ນີ້​ໃຫ້​ແຕກ ດັ່ງ​ໄດ້​ທຸບ​ໝໍ້ດິນ​ໜ່ວຍ​ນີ້​ທີ່​ຈອດ​ເຂົ້າກັນ​ບໍ່ໄດ້​ອີກ. ປະຊາຊົນ​ຈະ​ຝັງ​ຊາກສົບ​ຂອງ​ຄົນຕາຍ​ໄວ້ ແມ່ນແຕ່​ໃນ​ໂຕເຟັດ​ຍ້ອນ​ໃນ​ທີ່​ອື່ນ​ບໍ່ມີ​ບ່ອນ​ຝັງ.


ເຮືອນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ, ຫໍໂຮງ​ຕ່າງໆ​ຂອງ​ກະສັດ​ແຫ່ງ​ຢູດາຍ ແລະ​ບ້ານເຮືອນ​ຂອງ​ທຸກຄົນ​ທີ່​ເຜົາ​ເຄື່ອງຫອມ​ບູຊາ​ຕາເວັນ, ເດືອນ, ດວງດາວ ແລະ​ຖອກ​ເຫຼົ້າ​ອະງຸ່ນ​ຖວາຍ​ໃຫ້​ບັນດາ​ພະອື່ນ ຈະ​ເປັນ​ມົນທິນ​ດັ່ງ​ໂຕເຟັດ.”


ອອກ​ໄປ​ທາງ​ປະຕູ​ເມືອງ​ທີ່​ຊື່​ວ່າ ກອງ​ເສດເຫລືອ​ໝໍ້​ທີ່​ຮ່ອມ​ພູ​ຮິນໂນມ. ໃນ​ທີ່ນັ້ນ ຂ້າພະເຈົ້າ​ຕ້ອງ​ປະກາດ​ພຣະທຳ​ທີ່​ພຣະອົງ​ຈະ​ໄດ້​ມອບ​ໃຫ້​ຂ້າພະເຈົ້າ.


ພຣະເຈົ້າຢາເວ​ກ່າວວ່າ ສະນັ້ນ ເມື່ອ​ເວລາ​ມາ​ເຖິງ​ບ່ອນ​ນີ້​ຈະ​ບໍ່ມີ​ຜູ້ໃດ​ເອີ້ນ​ວ່າ​ໂຕເຟັດ ຫລື​ຮ່ອມພູ​ຮິນໂນມ​ອີກ​ຕໍ່ໄປ, ແຕ່​ຄົນ​ຈະ​ເອີ້ນ​ບ່ອນ​ນັ້ນ​ວ່າ ຮ່ອມພູ​ແຫ່ງ​ການ​ຂ້າຟັນກັນ.


ຢູ່​ທົ່ວ​ຮ່ອມພູ​ບ່ອນ​ຝັງ​ຊາກສົບ​ແລະ​ບ່ອນ​ຖິ້ມ​ຂີ້ເຫຍື້ອ ແລະ​ທົ່ງນາ​ທັງໝົດ​ຕາມ​ລຳນໍ້າ​ກິດໂຣນ ຈົນເຖິງ​ປະຕູ​ຄອກມ້າ​ທີ່​ທາງທິດ​ຕາເວັນອອກ ຈະ​ເປັນ​ບ່ອນ​ສັກສິດ​ສຳລັບ​ພຣະເຈົ້າຢາເວ. ເມືອງນີ້​ຈະ​ບໍ່​ຖືກ​ຖອນຮາກ​ຫລື​ທຳລາຍ​ອີກ​ຕໍ່ໄປ.”


ໃນ​ຮ່ອມພູ​ຮິນໂນມ ພວກເຂົາ​ໄດ້​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ​ທີ່​ຄົນ​ເອີ້ນ​ວ່າ​ໂຕເຟັດ ເພື່ອ​ວ່າ​ພວກເຂົາ​ຈະ​ເອົາ​ລູກ​ຊາຍ​ຍິງ​ຂອງ​ພວກເຂົາ​ມາ​ເຜົາບູຊາ. ເຮົາ​ບໍ່ໄດ້​ສັ່ງ​ພວກເຂົາ​ໃຫ້​ເຮັດ​ເຊັ່ນນີ້. ແມ່ນແຕ່​ໃນ​ຄວາມຄິດ​ຂອງເຮົາ​ກໍ​ບໍ່ເຄີຍ​ມີ​ເຊັ່ນນັ້ນ​ເລີຍ.”


ແທ່ນບູຊາ​ທັງຫລາຍ​ຈະ​ຖືກ​ຮື້​ຖິ້ມ ແລະ​ແທ່ນເຜົາ​ເຄື່ອງຫອມ​ກໍ​ຈະ​ຖືກ​ທຳລາຍ. ປະຊາຊົນ​ທັງໝົດ​ໃນ​ທີ່ນັ້ນ​ຈະ​ຖືກ​ຂ້າ​ຕໍ່ໜ້າ​ຮູບເຄົາຣົບ​ຂອງ​ພວກເຂົາ.


ເຮົາ​ຈະ​ທຳລາຍ​ສະຖານທີ່​ນະມັດສະການ​ຂອງ​ພວກເຈົ້າ​ທີ່​ເທິງ​ພູ ມ້າງ​ແລະ​ຮື້​ແທ່ນບູຊາ​ເຄື່ອງຫອມ​ລົງ​ໝົດ ແລະ​ໂຍນ​ສົບ​ພວກເຈົ້າ​ຖິ້ມ​ໃສ່​ເທິງ​ຮູບເຄົາຣົບ​ຂອງ​ພວກເຈົ້າ​ທີ່​ຫັກ​ເພພັງ. ຍ້ອນ​ເຮົາ​ເບື່ອໜ່າຍ​ພວກເຈົ້າ​ຫລາຍ​ທີ່ສຸດ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka