Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 7:31 - ພຣະຄຳພີສັກສິ

31 ໃນ​ຮ່ອມພູ​ຮິນໂນມ ພວກເຂົາ​ໄດ້​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ​ທີ່​ຄົນ​ເອີ້ນ​ວ່າ​ໂຕເຟັດ ເພື່ອ​ວ່າ​ພວກເຂົາ​ຈະ​ເອົາ​ລູກ​ຊາຍ​ຍິງ​ຂອງ​ພວກເຂົາ​ມາ​ເຜົາບູຊາ. ເຮົາ​ບໍ່ໄດ້​ສັ່ງ​ພວກເຂົາ​ໃຫ້​ເຮັດ​ເຊັ່ນນີ້. ແມ່ນແຕ່​ໃນ​ຄວາມຄິດ​ຂອງເຮົາ​ກໍ​ບໍ່ເຄີຍ​ມີ​ເຊັ່ນນັ້ນ​ເລີຍ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 7:31
23 Jak'a apnaqawi uñst'ayäwi  

ພວກເຂົາ​ໄດ້​ເອົາ​ລູກຊາຍ​ແລະ​ລູກສາວ​ຂອງ​ພວກເຂົາ ເຜົາ​ເປັນ​ເຄື່ອງ​ບູຊາ​ຖວາຍ​ແກ່​ພະ​ຂອງ​ຊາວ​ຕ່າງຊາດ; ພວກເຂົາ​ປຶກສາ​ໝໍ​ຜີ​ແລະ​ໝໍ​ມໍ; ພວກເຂົາ​ຕັ້ງໜ້າ​ຕັ້ງຕາ​ເຮັດ​ສິ່ງ​ທີ່​ຊົ່ວຊ້າ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າຢາເວ ຊຶ່ງ​ເປັນ​ການ​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ​ໃຫຍ່.


ກະສັດ​ໂຢສີຢາ​ຍັງ​ໄດ້​ທຳລາຍ​ໂຕເຟັດ ບ່ອນ​ຂາບໄຫວ້​ຮູບ​ພະຕ່າງໆ​ຂອງ​ຊາວ​ຕ່າງຊາດ​ທີ່​ຮ່ອມພູ​ຮິນໂນມ ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ເອົາ​ລູກຊາຍ ຫລື​ລູກສາວ​ຂອງຕົນ​ໄປ​ເຜົາ​ຖວາຍບູຊາ​ໃຫ້​ພະ​ໂມເລັກ.


ເພິ່ນ​ໄດ້​ຂ້າ​ປະໂຣຫິດ​ທຸກຄົນ​ຂອງ​ຊາວ​ຕ່າງຊາດ​ເທິງ​ແທ່ນບູຊາ ບ່ອນ​ທີ່​ພວກເຂົາ​ຮັບໃຊ້​ນັ້ນ ແລະ​ເພິ່ນ​ຍັງ​ໄດ້​ເຜົາ​ກະດູກ​ຄົນ​ໃສ່​ເທິງ​ແທ່ນບູຊາ​ທຸກບ່ອນ. ແລ້ວ​ເພິ່ນ​ກໍໄດ້​ກັບຄືນ​ສູ່​ນະຄອນ​ເຢຣູຊາເລັມ.


ເຜົາ​ເຄື່ອງຫອມ​ບູຊາ​ຢູ່​ໃນ​ຮ່ອມພູ​ຮິນໂນມ ແລະ​ເຜົາ​ແມ່ນແຕ່​ລູກຊາຍ​ຂອງ​ຕົນເອງ​ເປັນ​ເຄື່ອງ​ບູຊາ​ໃຫ້​ຮູບເຄົາຣົບ ຕາມ​ຮີດຄອງ​ອັນ​ໜ້າລັງກຽດ​ຂອງ​ຊາວ​ຕ່າງຊາດ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ຂັບໄລ່​ອອກ​ໄປ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ.


ເພິ່ນ​ຍັງ​ເຜົາ​ລູກຊາຍ​ຂອງ​ຕົນ​ເປັນ​ເຄື່ອງ​ບູຊາ​ຢູ່​ໃນ​ຮ່ອມພູ​ຮິນໂນມ. ເພິ່ນ​ໄດ້​ຝຶກ​ເວດມົນ​ຄາຖາ ແລະ​ປຶກສາ​ໝໍ​ມໍ. ເພິ່ນ​ໄດ້​ເຮັດ​ບາບ​ຢ່າງ​ໃຫຍ່ຫລວງ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ.


ພວກເຂົາ​ຈັດຕຽມ​ບ່ອນ​ເຜົາ​ຈັກກະພັດ​ອັດຊີເຣຍ ດ້ວຍ​ກອງ​ໄຟ​ອັນ​ໃຫຍ່​ມາ​ດົນ​ແລ້ວ. ບ່ອນ​ນັ້ນ​ທັງເລິກ​ທັງກວ້າງ​ແລະ​ທັງ​ມີ​ກອງ​ຟືນ​ສູງ. ພຣະເຈົ້າຢາເວ​ຈະ​ຫາຍໃຈ​ເປັນ​ແປວໄຟ ເພື່ອ​ໄໝ້​ເຜົາຜານ​ບ່ອນນັ້ນ.


ພວກເຈົ້າ​ຂາບໄຫວ້​ບັນດາ​ພະ​ແຫ່ງ​ຄວາມ​ອຸດົມ​ສົມບູນ ໂດຍ​ສົມສູ່​ກັນ​ທາງເພດ​ຢູ່​ລຸ່ມ​ຕົ້ນໄມ້​ສັກສິດ​ຂອງ​ພວກເຈົ້າ. ພວກເຈົ້າ​ຖວາຍ​ລູກ​ຂອງ​ພວກເຈົ້າ​ເປັນ​ເຄື່ອງບູຊາ​ຢູ່​ໃນ​ຖໍ້າ​ຫີນ​ຂ້າງ​ຫ້ວຍນໍ້າ.


ອອກ​ໄປ​ທາງ​ປະຕູ​ເມືອງ​ທີ່​ຊື່​ວ່າ ກອງ​ເສດເຫລືອ​ໝໍ້​ທີ່​ຮ່ອມ​ພູ​ຮິນໂນມ. ໃນ​ທີ່ນັ້ນ ຂ້າພະເຈົ້າ​ຕ້ອງ​ປະກາດ​ພຣະທຳ​ທີ່​ພຣະອົງ​ຈະ​ໄດ້​ມອບ​ໃຫ້​ຂ້າພະເຈົ້າ.


ເຈົ້າ​ເວົ້າ​ໄດ້​ຢ່າງໃດ​ວ່າ​ບໍ່ໄດ້​ດູໝິ່ນ​ຕົນເອງ ວ່າ​ເຈົ້າ​ບໍ່ເຄີຍ​ຂາບໄຫວ້​ພະບາອານ​ຈັກເທື່ອ? ເຫັນ​ແລ້ວ​ຫລື​ຍັງ ບາບ​ທີ່​ເຈົ້າ​ໄດ້​ເຮັດ​ໃນ​ຮ່ອມພູ? ເຈົ້າ​ເປັນ​ດັ່ງ​ອູດ​ປ່າ​ທີ່​ກຳລັງ​ໄວ​ຄະນອງ​ແທ້ໆ


ພວກເຂົາ​ເອົາ​ແມ່ນແຕ່​ຮູບເຄົາຣົບ​ອັນ​ໜ້າລັງກຽດ​ມາ​ວາງ​ໄວ້​ໃນ​ພຣະວິຫານ ທີ່​ໄດ້​ຖືກ​ສ້າງ​ໄວ້​ເພື່ອ​ນະມັດສະການ​ເຮົາ ໂດຍ​ໄດ້​ເຮັດ​ໃຫ້​ພຣະວິຫານ​ນັ້ນ​ເປັນ​ມົນທິນ.


ພວກເຂົາ​ໄດ້​ສ້າງ​ແທ່ນບູຊາ​ໃຫ້​ພະບາອານ​ໃນ​ຮ່ອມພູ​ຮິນໂນມ ເພື່ອ​ຖວາຍບູຊາ​ລູກຊາຍ​ແລະ​ລູກສາວ​ຂອງ​ພວກເຂົາ​ໃຫ້​ພະ​ໂມເລັກ. ເຮົາ​ບໍ່ໄດ້​ສັ່ງ​ພວກເຂົາ​ໃຫ້​ເຮັດ​ສິ່ງນີ້ ແລະ​ແມ່ນແຕ່​ໃນ​ຄວາມ​ນຶກຄິດ​ຂອງເຮົາ​ກໍ​ບໍ່ມີ​ສິ່ງນີ້​ເລີຍ. ການກະທຳ​ອັນ​ໜ້າລັງກຽດ​ຂອງ​ພວກເຂົາ​ນີ້​ຈະ​ພາ​ໃຫ້​ຊາວ​ຢູດາ​ເຮັດ​ບາບ.”


ແລ້ວ​ເຈົ້າ​ກໍ​ເອົາ​ບັນດາ​ລູກຊາຍ​ແລະ​ລູກສາວ​ທີ່​ເກີດ​ໃຫ້​ເຮົາ​ນັ້ນ ໄປ​ຖວາຍ​ແກ່​ບັນດາ​ຮູບເຄົາຣົບ​ເພື່ອ​ເປັນ​ເຄື່ອງບູຊາ. ການ​ທີ່​ເຈົ້າ​ບໍ່​ສັດຊື່​ຕໍ່​ເຮົາ​ນັ້ນ​ຍັງ​ບໍ່​ເປັນ​ການ​ພຽງພໍ​ບໍ?


ເຮົາ​ໄດ້​ປ່ອຍ​ໃຫ້​ພວກເຂົາ​ເປັນ​ມົນທິນ​ກັບ​ເຄື່ອງຖວາຍ​ຕ່າງໆ​ຂອງ​ພວກເຂົາ​ເອງ; ແລະ​ເຮົາ​ໄດ້​ປ່ອຍ​ໃຫ້​ພວກເຂົາ​ຖວາຍບູຊາ​ລູກຊາຍກົກ​ຂອງ​ພວກເຂົາ. ອັນນີ້​ແມ່ນ​ເພື່ອ​ລົງໂທດ​ພວກເຂົາ ແລະ​ສະແດງ​ໃຫ້​ພວກເຂົາ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.


ແມ່ນແຕ່​ທຸກ​ວັນ​ນີ້ ພວກເຈົ້າ​ກໍ​ຍັງ​ໄດ້​ຖວາຍ​ເຄື່ອງ​ບູຊາ​ແບບ​ດຽວ​ກັນ ແລະ​ພວກເຈົ້າ​ເອງ​ໄດ້​ເຮັດ​ໃຫ້​ຕົນເອງ​ເປັນ​ມົນທິນ ໂດຍ​ຖວາຍ​ລູກ​ຂອງ​ພວກເຈົ້າ​ເຜົາ​ໄຟ​ໃຫ້​ແກ່​ພວກ​ມັນ. ແຕ່​ບັດນີ້ ພວກເຈົ້າ​ຊາວ​ອິດສະຣາເອນ​ຍັງ​ຖາມ​ວ່າ ຄວາມປະສົງ​ຂອງເຮົາ​ແມ່ນ​ຫຍັງ? ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວວ່າ ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ເຮົາ​ຈະ​ບໍ່​ໃຫ້​ພວກເຈົ້າ​ຖາມ​ເຮົາ​ສິ່ງໃດໆ​ສັນນັ້ນ.


ຢ່າ​ຖວາຍ​ລູກ​ຂອງ​ພວກເຈົ້າ ເປັນ​ເຄື່ອງມື​ໃນ​ການ​ຂາບໄຫວ້​ພະ​ໂມເລັກ ເພາະ​ມັນ​ນຳ​ຄວາມ​ເສື່ອມເສຍ​ມາ​ໃຫ້​ນາມຊື່​ຂອງ​ພຣະເຈົ້າ​ຂອງ​ເຈົ້າ, ເຮົາ​ແມ່ນ​ພຣະເຈົ້າຢາເວ.


ພຣະເຈົ້າຢາເວ​ຈະ​ພໍໃຈ​ບໍ ຖ້າ​ຂ້າພະເຈົ້າ​ນຳ​ແກະ​ພັນ​ໂຕ ຫລື​ນໍ້າມັນ​ໝາກກອກເທດ​ອັນ​ບໍ່​ໝົດ​ເປັນ​ຈັກເທື່ອ ມາ​ຖວາຍ​ແກ່​ພຣະອົງ? ຂ້າພະເຈົ້າ​ຄວນ​ຈະ​ຖວາຍ​ລູກກົກ​ແກ່​ພຣະອົງ ເພື່ອ​ເປັນ​ຄ່າ​ໄຖ່​ການບາບ​ຂອງ​ຂ້າພະເຈົ້າ​ບໍ?


ຢ່າ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເໝືອນ​ດັ່ງ​ທີ່​ພວກເຂົາ​ຂາບໄຫວ້​ບັນດາ​ພະ​ຂອງ​ພວກເຂົາ ເພາະ​ໃນ​ການ​ຂາບໄຫວ້​ບັນດາ​ພະ​ຂອງ​ພວກເຂົາ​ນັ້ນ ພວກເຂົາ​ໄດ້​ເຮັດ​ສິ່ງ​ທີ່​ໜ້າລັງກຽດ​ທຸກຢ່າງ ຊຶ່ງ​ພຣະເຈົ້າຢາເວ​ກຽດຊັງ​ທີ່ສຸດ. ພວກເຂົາ​ເຜົາ​ແມ່ນແຕ່​ລູກຊາຍ ລູກສາວ​ຂອງ​ພວກເຂົາ​ເອງ​ເທິງ​ແທ່ນບູຊາ.


ໂດຍ​ຂາບໄຫວ້​ແລະ​ຮັບໃຊ້​ບັນດາ​ພະອື່ນ ຫລື​ຂາບໄຫວ້​ຕາເວັນ, ເດືອນ ແລະ​ດວງດາວ​ຕ່າງໆ ຊຶ່ງ​ເປັນ​ທີ່​ຕ້ອງ​ຫ້າມ


ຢ່າ​ເຜົາບູຊາ​ລູກຊາຍ ລູກສາວ​ຂອງ​ພວກເຈົ້າ​ເທິງ​ແທ່ນບູຊາ ແລະ​ຢ່າ​ໃຫ້​ປະຊາຊົນ​ໄປ​ຫາ​ໝໍ​ດູ, ໝໍ​ມໍ, ຫລື​ສ່ຽງໂຊກ ຫລື​ເສກ​ມົນຄາຖາ​ຫາ​ສະເໜ່​


ແລະ​ຜ່ານ​ຂຶ້ນ​ໄປ​ທາງ​ຮ່ອມພູ​ຮິນໂນມ​ທາງ​ເບື້ອງໃຕ້​ຂອງ​ເນີນພູ ບ່ອນ​ທີ່​ເຢຣູຊາເລັມ​ເມືອງ​ຂອງ​ຊາວ​ເຢບຸດ​ໄດ້​ຕັ້ງ​ຢູ່. ແລ້ວ​ຊາຍແດນ​ນີ້​ກໍ​ເລີຍ​ຂຶ້ນ​ໄປ​ຈົນເຖິງ​ຍອດພູ ທາງທິດ​ຕາເວັນຕົກ​ຂອງ​ຮ່ອມພູ​ຮິນໂນມ ທີ່​ສົ້ນ​ເໜືອ​ສຸດ​ຂອງ​ຮ່ອມພູ​ເຣຟາອິມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka