ເຢເຣມີຢາ 7:30 - ພຣະຄຳພີສັກສິ30 ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຢູດາໄດ້ເຮັດສິ່ງທີ່ຊົ່ວຮ້າຍ. ພວກເຂົາໄດ້ເອົາຮູບພະຂອງພວກເຂົາທີ່ໜ້າກຽດຊັງນັ້ນ ມາວາງໄວ້ໃນວິຫານທີ່ມີຊື່ຕາມນາມຊື່ຂອງເຮົາ ແລະເຮັດໃຫ້ວິຫານນັ້ນເສື່ອມເສຍກຽດ. Uka jalj uñjjattʼäta |
ເພິ່ນຕັ້ງຮູບເຈົ້າແມ່ອາເຊຣາໄວ້ຢູ່ໃນວິຫານ ຊຶ່ງເປັນບ່ອນທີ່ພຣະເຈົ້າຢາເວໄດ້ກ່າວໄວ້ກັບກະສັດດາວິດ ແລະກະສັດໂຊໂລໂມນລູກຊາຍຂອງເພິ່ນວ່າ, “ໃນນະຄອນເຢຣູຊາເລັມນີ້ ຄືທີ່ວິຫານນີ້ ເປັນບ່ອນທີ່ເຮົາໄດ້ເລືອກເອົາຈາກເຂດແດນທັງໝົດຂອງຊາວອິດສະຣາເອນສິບສອງເຜົ່າ ເພື່ອໃຫ້ນາມຊື່ຂອງເຮົາສະຖິດຢູ່ຕະຫຼອດໄປ.
ເພິ່ນຍັງເອົາເທວະຮູບມາໄວ້ໃນວິຫານຂອງພຣະເຈົ້າ ບ່ອນທີ່ພຣະເຈົ້າໄດ້ກ່າວແກ່ດາວິດແລະໂຊໂລໂມນລູກຊາຍຂອງເພິ່ນວ່າ, “ໃນນະຄອນເຢຣູຊາເລັມ ຄືໃນວິຫານນີ້ ແມ່ນບ່ອນທີ່ເຮົາໄດ້ເລືອກເອົາໃນທ່າມກາງເຂດແດນທັງໝົດ ໃນສິບສອງເຜົ່າຂອງຊາດອິດສະຣາເອນ ໃຫ້ເປັນບ່ອນທີ່ນາມຊື່ຂອງເຮົາຈະຕັ້ງຢູ່ຕະຫລອດໄປ.
ທ່ານໄດ້ເດ່ສ່ວນທີ່ເບິ່ງຄືມືນັ້ນອອກມາຈັບຜົມຂ້າພະເຈົ້າ. ແລ້ວໃນນິມິດນີ້ ພຣະວິນຍານຂອງພຣະເຈົ້າກໍຍົກຂ້າພະເຈົ້າຂຶ້ນສູ່ອາກາດ ແລະນຳຂ້າພະເຈົ້າໄປທີ່ນະຄອນເຢຣູຊາເລັມ. ພຣະອົງໄດ້ນຳຂ້າພະເຈົ້າເຂົ້າໄປຂ້າງໃນເດີ່ນປະຕູທາງທິດເໜືອຂອງພຣະວິຫານ ບ່ອນທີ່ມີຮູບເຄົາຣົບຂອງຄວາມຫວງແຫນ ຊຶ່ງກະທຳໃຫ້ເກີດຄວາມຫວງແຫນ.
ຜູ້ປົກຄອງຄົນນັ້ນຈະມີຂໍ້ຕົກລົງຢ່າງໜັກແໜ້ນ ກັບຄົນຈຳນວນຫລາຍເປັນເວລາເຈັດປີ; ພໍເມື່ອສາມປີເຄິ່ງຜ່ານໄປ ລາວຈະສັ່ງເລີກບໍ່ໃຫ້ມີເຄື່ອງເຜົາບູຊາ ແລະເຄື່ອງບູຊາ. ເທິງທີ່ສູງສຸດຂອງພຣະວິຫານນັ້ນ ຈະມີສິ່ງແປກປະຫລາດອັນໜ້າຢ້ານ ຕັ້ງຢູ່ ແລະມັນຈະຕັ້ງຢູ່ທີ່ນັ້ນຈົນເຖິງເວລາທີ່ພຣະເຈົ້າ ເຮັດໃຫ້ຜູ້ທີ່ຕັ້ງມັນໄວ້ນັ້ນໄດ້ພົບຈຸດຈົບ.”