ເຢເຣມີຢາ 7:29 - ພຣະຄຳພີສັກສິ29 ພຣະເຈົ້າຢາເວກ່າວວ່າ, “ຊາວນະຄອນເຢຣູຊາເລັມເອີຍ ຈົ່ງໄວ້ທຸກສາເຖີດ ຈົ່ງແຖຜົມພວກເຈົ້າອອກ ແລະໂຍນມັນຖິ້ມສາ ຈົ່ງຮ້ອງເພງອາໄລອາວອນທີ່ເທິງຈອມພູພຸ້ນ ເພາະອົງພຣະຜູ້ເປັນເຈົ້າໂກດຮ້າຍໃດ ແລະປະຖິ້ມປະຊາຊົນຂອງເຮົາສາແລ້ວ.” Uka jalj uñjjattʼäta |
ພຣະອົງໄດ້ປະຖິ້ມຢູດາເດັດຂາດແລ້ວບໍ? ພຣະອົງກຽດຊັງປະຊາຊົນໃນນະຄອນຊີໂອນຫລືນີ້? ເປັນຫຍັງຈຶ່ງທຳຮ້າຍພວກຂ້ານ້ອຍໜັກຫລາຍ? ຈົນບໍ່ຮັກສາພວກຂ້ານ້ອຍໃຫ້ດີໄດ້? ສັນຕິສຸກຄືສິ່ງທີ່ພວກຂ້ານ້ອຍຊອກຫາ ແຕ່ກໍບໍ່ເຫັນສິ່ງທີ່ດີເກີດຂຶ້ນມາຈັກເທື່ອ; ພວກຂ້ານ້ອຍຫວັງຈະໄດ້ຮັບການຮັກສາໃຫ້ດີ ແຕ່ຄວາມຢ້ານກົວໃຫຍ່ກໍມາແທນທີ່.