ເຢເຣມີຢາ 7:26 - ພຣະຄຳພີສັກສິ26 ພວກເຈົ້າບໍ່ໄດ້ເຊື່ອຟັງ ຫລືເອົາໃຈໃສ່ເລີຍ, ແຕ່ພວກເຈົ້າແຮ່ງເປັນຄົນຫົວດື້ດ້ານ ແລະກະບົດຫລາຍກວ່າບັນພະບຸລຸດຂອງພວກເຈົ້າອີກ. Uka jalj uñjjattʼäta |
ພວກເຂົາບໍ່ເຊື່ອຟັງຄຳແນະນຳຂອງພຣະອົງ, ພວກເຂົາບໍ່ຖືຮັກສາພັນທະສັນຍາ ທີ່ພຣະອົງເຮັດໄວ້ກັບພວກປູ່ຍ່າຕາຍາຍຂອງພວກເຂົາ ແລະພວກເຂົາບໍ່ເອົາໃຈໃສ່ຕໍ່ຄຳຕັກເຕືອນຂອງພຣະອົງ. ພວກເຂົາຂາບໄຫວ້ບັນດາຮູບເຄົາຣົບທີ່ໄຮ້ຄ່າຈົນກາຍເປັນຄົນໄຮ້ຄ່າເອງ ແລະພວກເຂົາໄດ້ເຮັດຕາມທຳນຽມຂອງຊົນຊາດທີ່ຢູ່ອ້ອມຮອບພວກເຂົາ ໂດຍບໍ່ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ ທີ່ບໍ່ໃຫ້ເອົາແບບຢ່າງຂອງຊົນຊາດເຫຼົ່ານັ້ນ.
ເຮົາໄດ້ສືບຕໍ່ສົ່ງຜູ້ທຳນວາຍທຸກຄົນ ຜູ້ຮັບໃຊ້ຂອງເຮົາມາຫາພວກເຈົ້າ ແລະບອກພວກເຈົ້າໃຫ້ຫັນໜີຈາກວິທີດຳເນີນຊີວິດອັນຊົ່ວຊ້າ ແລະມາເຮັດໃນສິ່ງທີ່ຖືກຕ້ອງ. ພວກເຂົາໄດ້ເຕືອນພວກເຈົ້າບໍ່ໃຫ້ຂາບໄຫວ້ ແລະຮັບໃຊ້ບັນດາພະອື່ນ ເພື່ອພວກເຈົ້າຈະໄດ້ອາໄສຢູ່ໃນດິນແດນ ທີ່ເຮົາໄດ້ມອບໃຫ້ພວກເຈົ້າ ແລະບັນພະບຸລຸດຂອງພວກເຈົ້ານັ້ນ. ແຕ່ພວກເຈົ້າບໍ່ຟັງເຮົາກ່າວຫລືເອົາໃຈໃສ່ຕໍ່ເຮົາ.
ສະນັ້ນ ບັດນີ້ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນຈຶ່ງກ່າວວ່າ, ‘ເຮົາຈະນຳເອົາການທຳລາຍທັງໝົດ ທີ່ເຮົາໄດ້ສັນຍາໄວ້ນັ້ນ ມາສູ່ປະຊາຊົນຢູດາຍ ແລະຊາວນະຄອນເຢຣູຊາເລັມ. ເຮົາຈະເຮັດເຊັ່ນນີ້ເພາະພວກເຈົ້າບໍ່ໄດ້ເຊື່ອຟັງ ເມື່ອເຮົາໄດ້ກ່າວແກ່ພວກເຈົ້າ ແລະພວກເຈົ້າບໍ່ໄດ້ຂານຕອບເມື່ອເຮົາໄດ້ເອີ້ນຫາພວກເຈົ້າ.”’
ພວກເຈົ້າໄດ້ຫັນໜີຈາກກົດບັນຍັດທັງຫລາຍຂອງເຮົາ ແລະບໍ່ໄດ້ປະຕິບັດຕາມກົດບັນຍັດນັ້ນ ເໝືອນດັ່ງປູ່ຍ່າຕາຍາຍຂອງພວກເຈົ້າ. ຈົ່ງກັບຄືນມາຫາເຮົາເຖີດ ແລະເຮົາຈະກັບຄືນໄປຫາພວກເຈົ້າ. ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ. ແຕ່ພວກເຈົ້າຊໍ້າພັດຖາມວ່າ, ‘ພວກຂ້ານ້ອຍຕ້ອງເຮັດຢ່າງໃດຈຶ່ງຈະກັບຄືນໄປຫາພຣະອົງໄດ້?’