ເຢເຣມີຢາ 7:25 - ພຣະຄຳພີສັກສິ25 ຕັ້ງແຕ່ມື້ທີ່ບັນພະບຸລຸດຂອງພວກເຈົ້າໄດ້ອອກຈາກປະເທດເອຢິບ ມາຈົນເຖິງທຸກວັນນີ້; ເຮົາກໍໄດ້ໃຊ້ບັນດາຜູ້ທຳນວາຍ ຜູ້ຮັບໃຊ້ຂອງເຮົາໄປຫາພວກເຈົ້າສະເໝີ. Uka jalj uñjjattʼäta |
ພວກຂ້ານ້ອຍທີ່ເປັນປະຊາຊົນຂອງພຣະອົງໄດ້ເຮັດບາບຢ່າງໃຫຍ່ຫລວງ ຕັ້ງແຕ່ສະໄໝປູ່ຍ່າຕາຍາຍຂອງພວກຂ້ານ້ອຍຈົນມາເຖິງປັດຈຸບັນນີ້. ຍ້ອນບາບຂອງພວກຂ້ານ້ອຍ, ບັນດາກະສັດແລະບັນດາປະໂຣຫິດຂອງພວກຂ້ານ້ອຍ ຈຶ່ງໄດ້ຕົກຢູ່ໃນອຳນາດຂອງກະສັດຕ່າງຊາດ. ດັ່ງນັ້ນ ພວກຂ້ານ້ອຍຈຶ່ງຖືກຂ້າ, ຖືກປຸ້ນ ແລະຖືກຈັບໄປເປັນຊະເລີຍ. ພວກຂ້ານ້ອຍໄດ້ຮັບຄວາມອັບອາຍຂາຍໜ້າທີ່ສຸດ ແລະກໍຍັງອັບອາຍຢູ່ເທົ່າທຸກວັນນີ້.
ເຮົາໄດ້ສືບຕໍ່ສົ່ງຜູ້ທຳນວາຍທຸກຄົນ ຜູ້ຮັບໃຊ້ຂອງເຮົາມາຫາພວກເຈົ້າ ແລະບອກພວກເຈົ້າໃຫ້ຫັນໜີຈາກວິທີດຳເນີນຊີວິດອັນຊົ່ວຊ້າ ແລະມາເຮັດໃນສິ່ງທີ່ຖືກຕ້ອງ. ພວກເຂົາໄດ້ເຕືອນພວກເຈົ້າບໍ່ໃຫ້ຂາບໄຫວ້ ແລະຮັບໃຊ້ບັນດາພະອື່ນ ເພື່ອພວກເຈົ້າຈະໄດ້ອາໄສຢູ່ໃນດິນແດນ ທີ່ເຮົາໄດ້ມອບໃຫ້ພວກເຈົ້າ ແລະບັນພະບຸລຸດຂອງພວກເຈົ້ານັ້ນ. ແຕ່ພວກເຈົ້າບໍ່ຟັງເຮົາກ່າວຫລືເອົາໃຈໃສ່ຕໍ່ເຮົາ.
ພວກເຈົ້າໄດ້ຫັນໜີຈາກກົດບັນຍັດທັງຫລາຍຂອງເຮົາ ແລະບໍ່ໄດ້ປະຕິບັດຕາມກົດບັນຍັດນັ້ນ ເໝືອນດັ່ງປູ່ຍ່າຕາຍາຍຂອງພວກເຈົ້າ. ຈົ່ງກັບຄືນມາຫາເຮົາເຖີດ ແລະເຮົາຈະກັບຄືນໄປຫາພວກເຈົ້າ. ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ. ແຕ່ພວກເຈົ້າຊໍ້າພັດຖາມວ່າ, ‘ພວກຂ້ານ້ອຍຕ້ອງເຮັດຢ່າງໃດຈຶ່ງຈະກັບຄືນໄປຫາພຣະອົງໄດ້?’