Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 7:23 - ພຣະຄຳພີສັກສິ

23 ແຕ່​ໄດ້​ສັ່ງ​ພວກເຂົາ​ໃຫ້​ເຊື່ອຟັງ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ. ແລະ​ເຮົາ​ກໍໄດ້​ບອກ​ພວກເຂົາ​ໃຫ້​ດຳເນີນ​ຊີວິດ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ນັ້ນ ເພື່ອ​ພວກເຂົາ​ຈະ​ໄດ້​ຢູ່ເຢັນ​ເປັນສຸກ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 7:23
38 Jak'a apnaqawi uñst'ayäwi  

ຖ້າ​ພວກເຂົາ​ເຊື່ອຟັງ​ພຣະເຈົ້າ ແລະ​ຮັບໃຊ້​ພຣະອົງ ພວກເຂົາ​ກໍ​ໃຊ້​ຊີວິດ​ຢ່າງ​ສະຫງົບສຸກ ແລະ​ຮຸ່ງເຮືອງ​ໄດ້.


ພວກເຂົາ​ບໍ່ເຄີຍ​ປະພຶດ​ຜິດພາດ​ຈັກເທື່ອ​ເລີຍ ແຕ່​ເດີນ​ຕາມ​ທາງ​ຂອງ​ພຣະອົງ.


ການ​ບູຊາ​ກັບ​ເຄື່ອງ​ຖວາຍ​ນັ້ນ ພຣະອົງ​ບໍ່​ຕ້ອງການ ພຣະອົງ​ບໍ່ໄດ້​ຂໍ​ໃຫ້​ເຜົາ​ສັດ​ທັງ​ໂຕ​ຖວາຍບູຊາ ຫລື​ຖາມ​ຫາ​ເຄື່ອງ​ບູຊາ​ລືບລ້າງ​ບາບ​ທັງຫລາຍ ແຕ່​ໃຫ້​ຂ້ານ້ອຍ​ມີ​ຫູ​ເພື່ອ​ຟັງ​ສຽງ​ຂອງ​ພຣະເຈົ້າ.


ເຮົາ​ຢາກ​ໃຫ້​ປະຊາຊົນ​ຂອງເຮົາ​ຍອມ​ເຊື່ອຟັງ​ເຮົາ ຄື​ຢາກ​ໃຫ້​ເຊື່ອຟັງ​ຖ້ອຍຄຳ​ທີ່​ເຮົາ​ເວົ້າ


ພຣະອົງ​ໄດ້​ບອກ​ວ່າ, “ຖ້າ​ພວກເຈົ້າ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງພວກເຈົ້າ​ໂດຍ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຕໍ່​ສາຍຕາ​ຂອງ​ພຣະອົງ ແລະ​ເຮັດ​ຕາມ​ຂໍ້ຄຳສັ່ງ​ທຸກຂໍ້​ຂອງ​ພຣະອົງ ເຮົາ​ກໍ​ຈະ​ບໍ່​ລົງໂທດ​ພວກເຈົ້າ​ດ້ວຍ​ໂຣກໄພໄຂ້ເຈັບ ດັ່ງ​ທີ່​ໄດ້​ນຳ​ມາ​ທຳລາຍ​ຊາວ​ເອຢິບ. ເຮົາ​ແມ່ນ​ພຣະເຈົ້າຢາເວ​ຜູ້​ທີ່​ປິ່ນປົວ​ຮັກສາ​ເຈົ້າ​ໃຫ້​ດີ.”


ໂມເຊ​ກ່າວ​ວ່າ, “ພຣະເຈົ້າຢາເວ​ສັ່ງ​ພວກເຮົາ​ຮັກສາ​ມານາ​ບາງສ່ວນ​ໄວ້ ໃຫ້​ເຊື້ອສາຍ​ຂອງ​ພວກເຮົາ​ເບິ່ງ ເພື່ອ​ພວກເຂົາ​ຈະ​ໄດ້​ເຫັນ​ອາຫານ ທີ່​ພຣະອົງ​ໄດ້​ໃຫ້​ພວກເຮົາ​ກິນ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຄາວ​ເມື່ອ​ພຣະອົງ​ໄດ້​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ.”


ຝ່າຍ​ຄົນ​ຊອບທຳ​ຈະ​ມີ​ຄວາມສຸກ ແລະ​ສິ່ງ​ທັງຫລາຍ​ຈະ​ເປັນ​ໄປ​ໂດຍ​ດີ​ສຳລັບ​ພວກເຂົາ. ພວກເຂົາ​ສາມາດ​ທີ່​ຈະ​ສະໜຸກ​ຢູ່​ກັບ​ສິ່ງ​ທີ່​ຫາ​ມາ​ໄດ້.


ມັນ​ແມ່ນ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ ສະໄໝ​ທີ່​ເຮົາ​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ຄື​ດິນແດນ ຊຶ່ງ​ເປັນ​ດັ່ງ​ເຕົາຫລອມ​ເຫຼັກ​ສຳລັບ​ພວກເຂົາ. ເຮົາ​ໄດ້​ບອກ​ພວກເຂົາ​ໃຫ້​ເຊື່ອຟັງ​ເຮົາ ແລະ​ໃຫ້​ກະທຳ​ທຸກຢ່າງ​ທີ່​ເຮົາ​ໄດ້​ສັ່ງ. ເຮົາ​ໄດ້​ບອກ​ພວກເຂົາ​ວ່າ​ຖ້າ​ພວກເຂົາ​ເຊື່ອຟັງ ພວກເຂົາ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


ເມື່ອ​ເຮົາ​ໄດ້​ນຳ​ບັນພະບຸລຸດ​ຂອງ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ເຮົາ​ໄດ້​ເຕືອນ​ພວກເຂົາ​ຢ່າງ​ເດັດຂາດ​ໃຫ້​ເຊື່ອຟັງ​ເຮົາ ແລະ​ເຮົາ​ໄດ້​ສືບຕໍ່​ເຕືອນ​ພວກເຂົາ​ຈົນເຖິງ​ທຸກ​ວັນນີ້.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເສື້ອຊ້ອນ​ຮັດ​ກາຍ​ດີ​ສັນໃດ ເຮົາ​ກໍ​ຢາກ​ໃຫ້​ປະຊາຊົນ​ອິດສະຣາເອນ​ແລະ​ຢູດາ​ທັງໝົດ​ເຂົ້າ​ສະໜິດ​ກັບ​ເຮົາ​ດີ​ສັນນັ້ນ. ເຮົາ​ໄດ້​ເຮັດ​ເຊັ່ນນີ້​ເພື່ອ​ພວກເຂົາ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ ຄື​ຜູ້​ທີ່​ໃຫ້​ຄຳ​ຍ້ອງຍໍ​ສັນລະເສີນ ແລະ​ນຳ​ກຽດສັກສີ​ມາ​ສູ່​ນາມ​ຂອງເຮົາ; ແຕ່​ພວກເຂົາ​ບໍ່​ເຊື່ອຟັງ​ເຮົາ.”


ພຣະອົງ​ໄດ້​ກ່າວ​ຕໍ່​ພວກເຈົ້າ ເມື່ອ​ຈະເລີນ​ຮຸ່ງເຮືອງ ແຕ່​ພວກເຈົ້າ​ບໍ່​ເຊື່ອຟັງ​ແລະ​ປະຕິເສດ​ມາ​ຕະຫລອດ. ນີ້​ຄື​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ​ໃນ​ຊີວິດ​ຕະຫລອດ​ມາ ພວກເຈົ້າ​ບໍ່ເຄີຍ​ເຊື່ອຟັງ​ພຣະອົງ.


“ເຮົາ​ຄື​ພຣະເຈົ້າຢາເວ​ສັ່ງ​ພວກເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ທ່ຽງທຳ. ຈົ່ງ​ປົກປ້ອງ​ຜູ້​ທີ່​ຖືກ​ຄົນ​ສໍ້ໂກງ​ຕົວະຍົວະ. ຢ່າ​ກົດຂີ່ ຫລື​ຂົ່ມເຫັງ​ຄົນ​ຕ່າງດ້າວ, ເດັກ​ກຳພ້າ ຫລື​ແມ່ໝ້າຍ ແລະ​ຢ່າ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ໃນ​ບ່ອນ​ນີ້.


ເຮົາ​ຈະ​ໃຫ້​ພວກເຂົາ​ມີ​ຄວາມ​ປາຖະໜາ​ຢາກ​ຮູ້ຈັກ​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ. ແລ້ວ​ພວກເຂົາ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ; ເພາະ​ພວກເຂົາ​ຈະ​ກັບຄືນ​ມາ​ຫາ​ເຮົາ​ຢ່າງ​ໝົດຈິດ​ໝົດໃຈ.


ພຣະເຈົ້າຢາເວ​ກ່າວ​ວ່າ, ພັນທະສັນຍາ​ໃໝ່​ທີ່​ເຮົາ​ຈະ​ເຮັດ​ກັບ​ປະຊາຊົນ​ອິດສະຣາເອນ ຈະ​ເປັນ​ດັ່ງນີ້: ເຮົາ​ຈະ​ຕັ້ງ​ກົດບັນຍັດ​ຂອງເຮົາ​ໄວ້​ພາຍໃນ​ພວກເຂົາ ແລະ​ຂຽນ​ກົດບັນຍັດ​ນັ້ນ​ໄວ້​ທີ່​ຫົວໃຈ​ຂອງ​ພວກເຂົາ. ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ.


ແຕ່​ພໍ​ພວກເຂົາ​ໄດ້​ເຂົ້າ​ຄອບຄອງ​ດິນແດນ​ນີ້​ແລ້ວ ກໍ​ບໍ່ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຫລື​ດຳເນີນ​ຊີວິດ​ຕາມ​ຄຳສັ່ງສອນ​ຂອງ​ພຣະອົງ; ພວກເຂົາ​ບໍ່ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພຣະອົງ​ໄດ້​ສັ່ງ​ໃຫ້​ເຮັດ. ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ນຳ​ໄພພິບັດ​ນີ້​ມາ​ສູ່​ພວກເຂົາ.


ຂ້າພະເຈົ້າ​ຕອບ​ວ່າ, “ທ່ານ​ຈະ​ບໍ່​ຖືກ​ມອບ​ໃຫ້​ພວກເຂົາ. ຂ້ານ້ອຍ​ຮ້ອງຂໍ​ທ່ານ​ໃຫ້​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແລ້ວ​ທຸກສິ່ງ​ຈະ​ເປັນ​ໄປ​ໂດຍ​ດີ​ສຳລັບ​ທ່ານ ແລະ​ຊີວິດ​ຂອງທ່ານ​ກໍ​ຈະ​ປອດໄພ.


ເຖິງ​ແມ່ນ​ວ່າ​ຂໍ້ຄຳສັ່ງ​ນັ້ນ​ຈະ​ພໍໃຈ​ພວກເຮົາ ຫລື​ບໍ່​ກໍຕາມ ພວກເຮົາ​ກໍ​ຈະ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ຄື​ອົງ​ທີ່​ພວກເຮົາ​ກຳລັງ​ຂໍຮ້ອງ​ທ່ານ​ໃຫ້​ພາວັນນາ​ອະທິຖານ​ຫາ​ນັ້ນ. ທຸກສິ່ງ​ຈະ​ເປັນ​ໄປ​ໂດຍ​ດີ​ສຳລັບ​ພວກເຮົາ ຖ້າ​ພວກເຮົາ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ.”


ເມືອງ​ນີ້​ບໍ່​ຍອມ​ຮັບ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ ຫລື​ບໍ່​ຍອມ​ຮັບ​ເອົາ​ການ​ແອບສອນ​ຂອງ​ພຣະອົງ. ເປັນ​ເມືອງ​ທີ່​ບໍ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ຫລື​ບໍ່​ຍອມ​ຂໍ​ໃຫ້​ພຣະອົງ​ຊ່ວຍເຫລືອ.


ຜູ້​ທີ່​ຢູ່​ຫ່າງໄກ​ກໍ​ຈະ​ມາ​ຊ່ວຍ​ສ້າງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ຂຶ້ນ​ໃໝ່. ແລະ​ເມື່ອ​ສ້າງ​ຂຶ້ນ​ໃໝ່​ແລ້ວ ພວກເຈົ້າ​ຈະ​ຮູ້ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ໃຊ້​ຂ້າພະເຈົ້າ​ມາ​ຫາ​ພວກເຈົ້າ. ເຫດການ​ທັງໝົດ​ນີ້​ຈະ​ເກີດຂຶ້ນ​ແທ້ ຖ້າ​ພວກເຈົ້າ​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຢ່າງ​ຄົບຖ້ວນ.


ອັນນີ້ ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ຜ່ານ ທາງ​ຜູ້ທຳນວາຍ​ໃນ​ສະໄໝ​ກ່ອນ; ຄື​ສະໄໝ​ທີ່​ນະຄອນ​ເຢຣູຊາເລັມ​ໄດ້​ຈະເລີນ​ຮຸ່ງເຮືອງ​ແລະ​ເຕັມ​ໄປ​ດ້ວຍ​ຜູ້​ຄົນ ແລະ​ໃນ​ສະໄໝ​ທີ່​ຫລາຍ​ຄົນ​ໄດ້​ອາໄສ​ຢູ່ ບໍ່ແມ່ນແຕ່​ໃນ​ເມືອງ​ທີ່​ອ້ອມແອ້ມ​ເທົ່ານັ້ນ ແຕ່​ໃນ​ຂົງເຂດ​ທາງໃຕ້​ແລະ​ຕາມ​ຕີນ​ພູ​ທາງ​ພາກ​ຕາເວັນຕົກ​ດ້ວຍ.


ແຕ່​ດຽວນີ້ ກໍໄດ້​ເປີດເຜີຍ​ໃຫ້​ເຫັນ​ແລ້ວ ຕາມ​ທີ່​ພວກ​ຜູ້ທຳນວາຍ​ໄດ້​ຂຽນ​ໄວ້ ແລະ​ໂດຍ​ຄຳສັ່ງ​ຂອງ​ພຣະເຈົ້າ ອົງ​ດຳລົງ​ຢູ່​ຖາວອນ​ກໍໄດ້​ເປີດເຜີຍ​ໃຫ້​ປະຊາຊາດ​ທັງປວງ​ເຫັນແຈ້ງ ເພື່ອ​ວ່າ ພວກເຂົາ​ທຸກຄົນ​ຈະ​ໄດ້​ເຊື່ອຟັງ​ແລະ​ປະຕິບັດ​ຕາມ.


ແລະ​ຄວາມ​ດື້ດຶງ​ທຸກປະການ ທີ່​ຕັ້ງຕົວ​ຂຶ້ນ​ຂັດຂວາງ​ຄວາມ​ຮູ້ຈັກ​ພຣະເຈົ້າ ແລະ​ປາບ​ຄວາມ​ຄິດ​ທຸກປະການ​ລົງ​ໃຫ້​ຢູ່​ໃຕ້​ບັງຄັບ ຈົນເຖິງ​ນ້ອມ​ຟັງ​ພຣະຄຣິດ.


ຖ້າ​ພວກເຈົ້າ​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ທີ່​ຂ້າພະເຈົ້າ​ກຳລັງ​ໃຫ້​ພວກເຈົ້າ​ໃນວັນນີ້ ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ຄຳອວຍພອນ,


ຈົ່ງ​ຕິດຕາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ແລະ​ຍ້ອງຍໍ​ສັນລະເສີນ​ໃຫ້ກຽດ​ພຣະອົງ ຈົ່ງ​ເຊື່ອຟັງ​ພຣະອົງ​ແລະ​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຈົ່ງ​ນະມັດສະການ​ພຣະອົງ​ແລະ​ຈົ່ງ​ສັດຊື່​ຕໍ່​ພຣະອົງ.


ແຕ່​ຜູ້​ທີ່​ແກ້​ຄວາມຝັນ​ຫລື​ຜູ້ທຳນວາຍ ທີ່​ບອກ​ພວກເຈົ້າ​ໃຫ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ອົງ​ທີ່​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດ. ຄົນຊົ່ວຮ້າຍ​ຢ່າງ​ນີ້​ຊັກຊວນ​ພວກເຈົ້າ​ໃຫ້​ໜີ​ຈາກ​ທາງ​ດຳເນີນ​ຊີວິດ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັ່ງ​ໄວ້​ໃຫ້​ເດີນ​ຕາມ. ຈົ່ງ​ກຳຈັດ​ຄວາມ​ຊົ່ວຮ້າຍ​ນີ້​ໃຫ້​ດັບ​ສິ້ນ​ໄປ​ຈາກ​ທ່າມກາງ​ພວກເຈົ້າ ພວກເຂົາ​ຕ້ອງ​ຖືກ​ລົງໂທດ​ເຖິງ​ຕາຍ.


ຖ້າ​ພວກເຈົ້າ​ແລະ​ລູກຫລານ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ເຊື່ອຟັງ​ດ້ວຍ​ສຸດໃຈ​ພຣະ​ຂໍ້ຄຳສັ່ງ​ທີ່​ຂ້າພະເຈົ້າ​ກຳລັງ​ໃຫ້​ພວກເຈົ້າ​ໃນວັນນີ້;


ຈົ່ງ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຈົ່ງ​ເຊື່ອຟັງ​ພຣະອົງ​ແລະ​ສັດຊື່​ຕໍ່​ພຣະອົງ ແລ້ວ​ພວກເຈົ້າ​ແລະ​ລູກຫລານ​ກໍ​ຈະ​ມີ​ຊີວິດ​ຍືນຍາວ ຢູ່​ໃນ​ດິນແດນ​ທີ່​ພຣະອົງ​ໄດ້​ສັນຍາ​ແກ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ຄື: ອັບຣາຮາມ, ອີຊາກ ແລະ​ຢາໂຄບ.”


ແລະ​ພວກເຈົ້າ​ກໍ​ຈະ​ເຊື່ອຟັງ​ພຣະເຈົ້າຢາເວ​ອີກ​ທັງ​ຖື​ຮັກສາ​ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະອົງ ທີ່​ຂ້າພະເຈົ້າ​ກຳລັງ​ໃຫ້​ພວກເຈົ້າ​ໃນວັນນີ້.


ມື້​ທີ່​ພວກເຈົ້າ​ໄດ້​ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ທີ່​ພູເຂົາ​ຊີນາຍ ເມື່ອ​ພຣະເຈົ້າຢາເວ​ໄດ້​ສັ່ງ​ຂ້າພະເຈົ້າ​ວ່າ ‘ຈົ່ງ​ເຕົ້າໂຮມ​ປະຊາຊົນ ເຮົາ​ຕ້ອງການ​ໃຫ້​ພວກເຂົາ​ໄດ້ຍິນ​ສິ່ງ​ທີ່​ເຮົາ​ຕ້ອງ​ກ່າວ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮຽນ​ຮູ້​ເຊື່ອຟັງ​ເຮົາ​ຊົ່ວຊີວິດ​ຂອງ​ພວກເຂົາ ແລະ​ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ສັ່ງສອນ​ລູກຫລານ​ຂອງ​ພວກເຂົາ​ໃຫ້​ເຮັດ​ຢ່າງ​ດຽວກັນ.’


ຈົ່ງ​ປະຕິບັດ​ຕາມ​ກົດບັນຍັດ​ແລະ​ຂໍ້​ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະອົງ ທີ່​ຂ້າພະເຈົ້າ​ໄດ້​ໃຫ້​ພວກເຈົ້າ​ໃນວັນນີ້ ແລະ​ພວກເຈົ້າ​ພ້ອມ​ລູກຫລານ​ກໍ​ຈະ​ຢູ່ເຢັນ​ເປັນ​ສຸກ. ພວກເຈົ້າ​ຈະ​ສືບຕໍ່​ອາໄສ​ຢູ່​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ​ນີ້​ຕະຫລອດໄປ.”


ຈົ່ງ​ນັບຖື​ພໍ່​ແມ່​ຂອງ​ພວກເຈົ້າ ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັ່ງ​ໄວ້ ເພື່ອ​ວ່າ​ພວກເຈົ້າ​ຈະ​ຢູ່ເຢັນ​ເປັນ​ສຸກ ແລະ​ພວກເຈົ້າ​ຈະ​ມີ​ອາຍຸ​ໝັ້ນຍືນ​ຢູ່​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້​ພວກເຈົ້າ​ນັ້ນ.


ຖ້າ​ພວກເຂົາ​ພ້ອມ​ທີ່​ຈະ​ຍ້ອງຍໍ​ສັນລະເສີນ​ໃຫ້ກຽດ​ແກ່​ເຮົາ ແລະ​ເຊື່ອຟັງ​ຄຳສັ່ງ​ທຸກ​ຂໍ້​ຂອງເຮົາ​ສະເໝີ ພວກເຂົາ​ແລະ​ລູກຫລານ​ຂອງ​ພວກເຂົາ​ກໍ​ຈະ​ຢູ່ເຢັນ​ເປັນ​ສຸກ​ຈະເລີນ​ຮຸ່ງເຮືອງ​ຕະຫລອດໄປ.


ຈົ່ງ​ດຳເນີນ​ຕາມ​ວິຖີ​ທາງ​ທັງໝົດ ຊຶ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັ່ງ​ພວກເຈົ້າ​ໄວ້ ເພື່ອ​ວ່າ​ພວກເຈົ້າ​ຈະ​ຢູ່ເຢັນ​ເປັນສຸກ​ຈະເລີນ​ຮຸ່ງເຮືອງ ແລະ​ມີ​ຊີວິດ​ຍືນຍາວ​ໃນ​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຄອບຄອງ​ນັ້ນ.”


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ເຊື່ອຟັງ​ແລະ​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລ້ວ​ພວກເຈົ້າ​ກໍ​ຈະ​ຢູ່ເຢັນ​ເປັນສຸກ ແລະ​ກາຍເປັນ​ຊົນຊາດ​ໜຶ່ງ​ທີ່​ມີ​ອຳນາດ ພວກເຈົ້າ​ຈະ​ມີ​ຊີວິດ​ຢູ່​ໃນ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ ຕາມ​ທີ່​ພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ສັນຍາ​ໄວ້.


ເມື່ອ​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະບຸດ ເຖິງ​ທີ່​ສຳເລັດ​ແລ້ວ ພຣະບຸດ​ນັ້ນ ຈຶ່ງ​ໄດ້​ເກີດ​ເປັນ​ຕົ້ນ​ກຳເນີດ​ແຫ່ງ​ຄວາມ​ລອດພົ້ນ​ອັນ​ຕະຫລອດໄປ​ເປັນນິດ ແກ່​ຄົນ​ທັງປວງ​ທີ່​ເຊື່ອຟັງ​ພຣະອົງ,


ຊາມູເອນ​ກ່າວ​ວ່າ, “ແມ່ນ​ສິ່ງໃດ​ທີ່​ພຣະເຈົ້າຢາເວ​ຕ້ອງການ​ຫລາຍກວ່າ: ການ​ເຊື່ອຟັງ ຫລື​ຂອງ​ຖວາຍ ແລະ​ເຄື່ອງ​ບູຊາ? ການ​ເຊື່ອຟັງ​ພຣະເຈົ້າຢາເວ ກໍ​ດີກວ່າ​ຖວາຍ​ແກະ​ໂຕ​ດີທີ່ສຸດ​ເປັນ​ເຄື່ອງ​ບູຊາ​ແກ່​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka