22 ເມື່ອເຮົາໄດ້ນຳບັນພະບຸລຸດຂອງພວກເຈົ້າອອກມາຈາກປະເທດເອຢິບນັ້ນ ເຮົາບໍ່ໄດ້ໃຫ້ຄຳສັ່ງກ່ຽວກັບເຄື່ອງເຜົາບູຊາ ຫລືເຄື່ອງບູຊາຊະນິດໃດໆແກ່ພວກເຂົາເລີຍ.
ການບູຊາກັບເຄື່ອງຖວາຍນັ້ນ ພຣະອົງບໍ່ຕ້ອງການ ພຣະອົງບໍ່ໄດ້ຂໍໃຫ້ເຜົາສັດທັງໂຕຖວາຍບູຊາ ຫລືຖາມຫາເຄື່ອງບູຊາລືບລ້າງບາບທັງຫລາຍ ແຕ່ໃຫ້ຂ້ານ້ອຍມີຫູເພື່ອຟັງສຽງຂອງພຣະເຈົ້າ.
ຕັ້ງແຕ່ເລີ່ມຕົ້ນປະຫວັດສາດຂອງພວກເຂົາມາ ປະຊາຊົນອິດສະຣາເອນ ແລະປະຊາຊົນຢູດາບໍ່ໄດ້ເຮັດໃຫ້ເຮົາພໍໃຈນຳເລີຍ; ມີແຕ່ເຮັດໃຫ້ເຮົາໂກດຮ້າຍເທົ່ານັ້ນໃນສິ່ງທີ່ພວກເຂົາໄດ້ກະທຳ. ພຣະເຈົ້າຢາເວກ່າວວ່າ,
ເຮົາຕ້ອງການໃຫ້ພວກເຈົ້າຮັກເຮົາຢ່າງຈິງໃຈ ບໍ່ແມ່ນນຳສັດມາຖວາຍບູຊາ. ເຮົາຢາກໃຫ້ປະຊາຊົນຂອງເຮົາຮັບຮູ້ພຣະເຈົ້າ ຫລາຍກວ່າທີ່ຈະເຜົາສັດຖວາຍບູຊາ.
ຈົ່ງໄປຄົ້ນເບິ່ງເລື່ອງນີ້ໝາຍເຖິງຫຍັງ ຕາມທີ່ພຣະຄຳພີມີກ່າວວ່າ, ‘ເຮົາປະສົງຄວາມເມດຕາ ແຕ່ບໍ່ແມ່ນເຄື່ອງບູຊາ.’ ເຮົາບໍ່ໄດ້ມາເພື່ອເອີ້ນເອົາຄົນສິນທຳ, ແຕ່ມາເອີ້ນເອົາຄົນບາບທັງຫລາຍ.”
ແລະ ທີ່ຈະຮັກພຣະເຈົ້າດ້ວຍສຸດໃຈ ດ້ວຍສຸດຈິດ ດ້ວຍສຸດຄວາມຄິດ ແລະດ້ວຍສຸດກຳລັງຂອງຕົນ ແລະຮັກເພື່ອນບ້ານເໝືອນຮັກຕົນເອງນັ້ນ ກໍປະເສີດຫລາຍກວ່າຂອງຖວາຍ ແລະເຄື່ອງເຜົາບູຊາທັງປວງ.”
ໂດຍຂາບໄຫວ້ແລະຮັບໃຊ້ບັນດາພະອື່ນ ຫລືຂາບໄຫວ້ຕາເວັນ, ເດືອນ ແລະດວງດາວຕ່າງໆ ຊຶ່ງເປັນທີ່ຕ້ອງຫ້າມ
ຊາມູເອນກ່າວວ່າ, “ແມ່ນສິ່ງໃດທີ່ພຣະເຈົ້າຢາເວຕ້ອງການຫລາຍກວ່າ: ການເຊື່ອຟັງ ຫລືຂອງຖວາຍ ແລະເຄື່ອງບູຊາ? ການເຊື່ອຟັງພຣະເຈົ້າຢາເວ ກໍດີກວ່າຖວາຍແກະໂຕດີທີ່ສຸດເປັນເຄື່ອງບູຊາແກ່ພຣະອົງ.