ເຢເຣມີຢາ 7:2 - ພຣະຄຳພີສັກສິ2 ພຣະອົງໄດ້ບອກຂ້າພະເຈົ້າໃຫ້ຢືນຢູ່ທີ່ປະຕູວິຫານຂອງພຣະເຈົ້າຢາເວ ແລະທີ່ນັ້ນໃຫ້ປະກາດວ່າ, “ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ ພວກເຈົ້າຊາວຢູດາທັງໝົດທີ່ເຂົ້າມາທາງປະຕູນີ້ເພື່ອນະມັດສະການພຣະເຈົ້າຢາເວ Uka jalj uñjjattʼäta |
ແລ້ວບາຣຸກກໍໄດ້ອ່ານທຸກຖ້ອຍຄຳທີ່ຂ້າພະເຈົ້າໄດ້ກ່າວນັ້ນ ໃນຂະນະທີ່ທຸກຄົນກຳລັງຟັງຢູ່. ລາວໄດ້ອ່ານໜັງສືມ້ວນນີ້ຢູ່ໃນວິຫານຂອງພຣະເຈົ້າຢາເວ ຈາກຫ້ອງຂອງເກມາຣິຢາລູກຊາຍຂອງຊາຟານ ເລຂາທິການປະຈຳຣາຊວັງ. ສ່ວນຫ້ອງຂອງເກມາຣິຢານັ້ນຢູ່ທີ່ເດີ່ນທາງເທິງ ໃກ້ທາງເຂົ້າປະຕູໃໝ່ຂອງວິຫານຂອງພຣະເຈົ້າຢາເວ.
ແຕ່ເມື່ອປະຊາຊົນຖືສິນອົດອາຫານ ຂ້ອຍຢາກໃຫ້ເຈົ້າໄປທີ່ວິຫານຂອງພຣະເຈົ້າຢາເວ. ເຈົ້າຕ້ອງອ່ານໜັງສືມ້ວນນີ້ດ້ວຍສຽງອັນດັງ ເພື່ອພວກເຂົາຈະໄດ້ຍິນທຸກໆຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວແກ່ຂ້ອຍ ແລະຂ້ອຍກໍໄດ້ບອກໃຫ້ເຈົ້າຂຽນຕາມນັ້ນ. ຈົ່ງອ່ານໜັງສືນີ້ໃນບ່ອນທີ່ທຸກໆຄົນໄດ້ຍິນເຈົ້າ ລວມທັງປະຊາຊົນຢູດາທີ່ມາຈາກເມືອງຕ່າງໆ.
ຂ້າພະເຈົ້າໄດ້ບອກປະຊາຊົນທຸກຄົນ ໂດຍສະເພາະແລ້ວແມ່ນບັນດາພວກແມ່ຍິງ ຖ້ອຍຄຳທີ່ພຣະເຈົ້າຢາເວກ່າວແກ່ປະຊາຊົນຢູດາທີ່ອາໄສຢູ່ໃນປະເທດເອຢິບວ່າ, “ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ: ພວກເຈົ້າ ແລະເມຍຂອງພວກເຈົ້າໄດ້ເຮັດພັນທະສັນຍາອັນໜັກແໜ້ນ ຕໍ່ເຈົ້າແມ່ແຫ່ງສະຫວັນ. ພວກເຈົ້າໄດ້ສັນຍາວ່າ ຈະຖວາຍບູຊາແລະຖອກເຫຼົ້າອະງຸ່ນຖວາຍແກ່ນາງ ແລະຕ້ອງສືບຕໍ່ຮັກສາຄຳສັນຍາທັງຫລາຍຂອງພວກເຈົ້າ. ຖ້າດັ່ງນັ້ນກໍດີຫລາຍແລ້ວ ຈົ່ງຮັກສາພັນທະສັນຍາຂອງພວກເຈົ້າສາ ຈົ່ງເຮັດຕາມທີ່ພວກເຈົ້າໄດ້ບະບົນໄວ້ສາ
“ພວກເຈົ້າຜູ້ເປັນປະໂຣຫິດ ຈົ່ງຟັງເລື່ອງນີ້ ປະຊາຊົນອິດສະຣາເອນ ຈົ່ງລະມັດລະວັງເດີ ພວກເຈົ້າຜູ້ເປັນເຊື້ອວົງຂອງກະສັດ ຈົ່ງຟັງເທີ້ນ ພວກເຈົ້າຄວນຈະຕັດສິນຢ່າງຍຸດຕິທຳ ບໍ່ດັ່ງນັ້ນແລ້ວ ການຕັດສິນກໍຈະຕົກຖືກພວກເຈົ້າ. ພວກເຈົ້າໄດ້ກາຍເປັນດັ່ງແຮ້ວທີ່ເມືອງມີຊະປາ ເປັນດັ່ງຕະຂ່າຍທີ່ກາງຢູ່ເທິງພູຕາໂບ