Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 7:19 - ພຣະຄຳພີສັກສິ

19 ແຕ່​ແມ່ນ​ເຮົາ​ແທ້​ບໍ ທີ່​ພວກເຂົາ​ກຳລັງ​ເຮັດ​ໃຫ້​ເຈັບຊໍ້າ​ໜຳໃຈ? ບໍ່ແມ່ນ​ເຮົາ​ດອກ ແຕ່​ແມ່ນ​ພວກເຂົາ​ເຮັດ​ໃຫ້​ພວກເຂົາ​ເອງ​ເຈັບຊໍ້າ​ໜຳໃຈ ແລະ​ນຳ​ເອົາ​ຄວາມ​ອັບອາຍ​ຂາຍໜ້າ​ມາ​ສູ່​ພວກເຂົາ​ເອງ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 7:19
21 Jak'a apnaqawi uñst'ayäwi  

ພວກ​ຂ້ານ້ອຍ​ທີ່​ເປັນ​ປະຊາຊົນ​ຂອງ​ພຣະອົງ​ໄດ້​ເຮັດ​ບາບ​ຢ່າງ​ໃຫຍ່ຫລວງ ຕັ້ງແຕ່​ສະໄໝ​ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ​ຈົນ​ມາເຖິງ​ປັດຈຸບັນ​ນີ້. ຍ້ອນ​ບາບ​ຂອງ​ພວກ​ຂ້ານ້ອຍ, ບັນດາ​ກະສັດ​ແລະ​ບັນດາ​ປະໂຣຫິດ​ຂອງ​ພວກ​ຂ້ານ້ອຍ ຈຶ່ງ​ໄດ້​ຕົກ​ຢູ່​ໃນ​ອຳນາດ​ຂອງ​ກະສັດ​ຕ່າງຊາດ. ດັ່ງນັ້ນ ພວກ​ຂ້ານ້ອຍ​ຈຶ່ງ​ຖືກ​ຂ້າ, ຖືກ​ປຸ້ນ ແລະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ. ພວກ​ຂ້ານ້ອຍ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ​ທີ່ສຸດ ແລະ​ກໍ​ຍັງ​ອັບອາຍ​ຢູ່​ເທົ່າທຸກ​ວັນນີ້.


ຖ້າ​ເຈົ້າ​ເຮັດ​ບາບ ກໍ​ບໍ່​ທຳຮ້າຍ​ພຣະເຈົ້າ​ຫຍັງ​ໝົດ ຖ້າ​ເຮັດ​ຜິດ​ຫລາຍ​ເທື່ອ ມັນ​ສະເທືອນ​ຫຍັງ​ແກ່​ພຣະເຈົ້າ?


ແຕ່​ຖ້າ​ພວກເຈົ້າ​ປະຕິເສດ​ແລະ​ກະບົດ ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ. ເພາະວ່າ​ປາກ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວໄວ້.”


ສະນັ້ນ ບັດນີ້​ຈົ່ງ​ຟັງ​ສິ່ງ​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ອົງ​ຊົງ​ຣິດອຳນາດ​ຂອງ​ຊາດ​ອິດສະຣາເອນ​ກຳລັງ​ກ່າວ​ວ່າ, “ເຮົາ​ຈະ​ແກ້ແຄ້ນ​ພວກເຈົ້າ​ຜູ້​ທີ່​ເປັນ​ສັດຕູ​ຂອງເຮົາ ແລ້ວ​ພວກເຈົ້າ​ກໍ​ຈະ​ບໍ່​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ເຮົາ​ອີກ​ຕໍ່ໄປ.


ພວກ​ທີ່​ເຮັດ​ຮູບເຄົາຣົບ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ ພວກເຂົາ​ທຸກຄົນ​ຈະ​ໄດ້​ຮັບ​ການ​ດູໝິ່ນ​ປະໝາດ.


ແມ່​ທີ່​ເສຍ​ລູກ​ເຈັດ​ຄົນ ກໍ​ສະຫລົບ​ລົ້ມ​ຫາຍໃຈ​ປາ ສຳລັບ​ນາງ ແສງ​ກາງເວັນ​ກໍ​ປ່ຽນ​ເປັນ​ມືດ​ສາ​ແລ້ວ; ນາງ​ຖືກ​ອັບອາຍ​ຂາຍໜ້າ ແລະ​ຂົມຂື່ນ​ຈິດໃຈ ເຮົາ​ຈະ​ປ່ອຍ​ໃຫ້​ສັດຕູ​ຂ້າ​ພວກເຈົ້າ​ຜູ້​ຍັງ​ມີ​ຊີວິດ​ຢູ່.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ອິດສະຣາເອນ​ເອີຍ ເຈົ້າ​ນຳ​ສິ່ງນີ້​ມາ​ສູ່​ເຈົ້າເອງ ເຈົ້າ​ໄດ້​ປະຖິ້ມ​ເຮົາ​ແລະ​ຫັນໜີ​ໄປ​ຈາກ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ໃນ​ຂະນະທີ່​ພຣະອົງ​ກຳລັງ​ພາ​ເຈົ້າ​ເດີນທາງ​ໄປ​ນັ້ນ.


ເຈົ້າ​ຈະ​ຖືກ​ໂທດ​ຍ້ອນ​ຄວາມຊົ່ວ​ຂອງ​ເຈົ້າເອງ ເຈົ້າ​ຈະ​ຖືກ​ປະນາມ​ຍ້ອນ​ຫັນໜີ​ໄປ​ຈາກ​ເຮົາ​ນັ້ນ. ເຈົ້າ​ຈະ​ຮຽນຮູ້​ສິ່ງ​ຂື່ນຂົມ​ແລະ​ຜິດພາດ​ວ່າ​ເປັນ​ຢ່າງໃດ? ທີ່​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ໂດຍ​ບໍ່ມີ​ຄວາມ​ເຄົາຣົບ ແລະ ຢຳເກງ​ເຮົາ​ອີກ​ຕໍ່ໄປ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.


ແຕ່​ພຣະອົງ​ຄື​ພຣະເຈົ້າຢາເວ ຜູ້​ເຂົ້າຂ້າງ​ຂ້ານ້ອຍ ຜູ້​ເຂັ້ມແຂງ​ແລະ​ຊົງຣິດ​ສະຖິດ​ຢູ່​ນຳ​ຂ້ານ້ອຍ​ແລ້ວ ແລະ​ພວກ​ທີ່​ຂົ່ມເຫັງ​ຂ້ານ້ອຍ​ນັ້ນ​ກໍ​ຈະ​ລົ້ມລົງ ພວກເຂົາ​ຈະ​ຖືກ​ອັບອາຍ​ຂາຍໜ້າ​ໄປ​ຕະຫລອດ ເພາະ​ພວກເຂົາ​ເຮັດ​ໃຫ້​ເກີດຜົນ​ສຳເລັດ​ບໍ່ໄດ້​ດອກ ພວກເຂົາ​ຈະ​ຖືກ​ອັບອາຍ​ບໍ່ມີ​ມື້​ລືມໄລ​ໄດ້​ຈັກເທື່ອ.


ພວກ​ຜູ້ນຳ​ຂອງ​ພວກເຈົ້າ​ຈະ​ຖືກ​ລົມ​ພັດ​ໃຫ້​ໜີໄປ ພັນທະມິດ​ຂອງ​ພວກເຈົ້າ​ໄດ້​ຖືກ​ຈັບ​ເປັນ​ຊະເລີຍ​ດ້ວຍ. ນະຄອນ​ກໍ​ເປັນ​ມົນທິນ​ແລະ​ໄດ້​ຖືກ​ອັບອາຍ ເພາະ​ສິ່ງ​ຊົ່ວຊ້າ​ທັງຫລາຍ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ.


ກົງກັນຂ້າມ ພຣະເຈົ້າຢາເວ​ກ່າວ​ວ່າ ພວກທ່ານ​ປະຕິເສດ​ທີ່​ຈະ​ຍອມ​ຟັງ​ພຣະອົງ, ແຕ່​ພວກທ່ານ​ກັບ​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ ໂດຍ​ຂາບໄຫວ້​ຮູບເຄົາຣົບ​ຕ່າງໆ; ສິ່ງນັ້ນ​ແຫລະ ໄດ້​ນຳ​ເອົາ​ການລົງໂທດ​ຂອງ​ພຣະອົງ​ມາ​ສູ່​ພວກທ່ານ​ເອງ.


ພວກ​ຂ້ານ້ອຍ​ຄວນ​ນອນ​ລົງ​ດ້ວຍ​ຄວາມ​ລະອາຍ​ໃຈ ແລະ​ໃຫ້​ພວກ​ຂ້ານ້ອຍ​ຮັບ​ເອົາ​ຄວາມ​ອັບອາຍ​ຂາຍໜ້າ​ນີ້​ສາ. ພວກ​ຂ້ານ້ອຍ​ພ້ອມ​ທັງ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ ຕ່າງ​ກໍໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເລື້ອຍ​ມາ. ພວກ​ຂ້ານ້ອຍ​ບໍ່ເຄີຍ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.”


ເພາະ​ປະຊາຊົນ​ຢູ່​ໃນ​ເມືອງ​ເຫຼົ່ານັ້ນ​ໄດ້​ເຮັດ​ຊົ່ວ ແລະ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ. ພວກເຂົາ​ໄດ້​ຖວາຍບູຊາ​ແກ່​ບັນດາ​ພະອື່ນ ແລະ​ໄດ້​ຮັບໃຊ້​ບັນດາ​ພະ​ທີ່​ພວກເຂົາ​ເອງ ແລະ​ບັນພະບຸລຸດ​ຂອງ​ພວກເຂົາ​ບໍ່ເຄີຍ​ຂາບໄຫວ້.


ຈົ່ງ​ຟັງ​ສຽງ​ທີ່​ມາ​ຈາກ​ດິນແດນ​ທີ່​ຫ່າງໄກ ຂ້ານ້ອຍ​ໄດ້ຍິນ​ປະຊາຊົນ​ພາກັນ​ຮ້ອງໄຫ້​ວ່າ, “ພຣະເຈົ້າຢາເວ​ບໍ່ໄດ້​ສະຖິດ​ຢູ່​ໃນ​ຊີໂອນ​ຕໍ່ໄປ​ບໍ? ກະສັດ​ແຫ່ງ​ຊີໂອນ​ບໍ່ໄດ້​ຢູ່​ໃນ​ທີ່ນັ້ນ​ຕໍ່ໄປ​ຫລືນີ້?” ພຣະອົງ​ຄື​ກະສັດ​ຂອງ​ພວກເຂົາ ໂຕ້ຕອບ​ຄືນ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ນໍ? ໂດຍ​ພາກັນ​ຂາບໄຫວ້​ບັນດາ​ຮູບເຄົາຣົບ ກົ້ມຂາບ​ພະ​ຕ່າງຊາດ​ທີ່​ບໍ່ມີ​ປະໂຫຍດ​ຫຍັງ?”


ຈົ່ງ​ຟັງ​ສຽງ​ຮ້ອງໄຫ້​ທີ່​ເທິງ​ພູເຂົາ​ຊີໂອນ​ວ່າ, “ພວກເຮົາ​ຖືກ​ອັບອາຍ​ທີ່ສຸດ ໄພພິບັດ​ມາຮອດ ພວກເຮົາ​ຈຳ​ຕ້ອງ​ໜີ​ຈາກ​ດິນແດນ​ຂອງ​ພວກເຮົາ​ໄປ ບ້ານເຮືອນ​ຂອງ​ພວກເຮົາ​ກໍ​ຖືກ​ທຳລາຍ​ລົງ​ກ້ຽງ.”


ເຈົ້າ​ຍອມ​ໃຫ້​ຊາວ​ເອຢິບ​ນອນ​ນຳ​ເຈົ້າ ຄື​ເພື່ອນບ້ານ​ຂອງເຈົ້າ​ທີ່​ມີ​ຕັນຫາ​ຫລາຍ ແລະ​ເຈົ້າ​ໄດ້​ໃຊ້​ຄວາມເປັນ​ໂສເພນີ​ຂອງເຈົ້າ​ນັ້ນ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ.


ພວກເຮົາ​ຈະ​ຍຸຍົງ​ໃຫ້​ອົງພຣະ​ຜູ້​ເປັນເຈົ້າ​ອິດສາ​ຊັ້ນບໍ? ພວກເຮົາ​ຄິດ​ວ່າ​ພວກເຮົາ​ມີ​ຣິດເດດ​ຫລາຍກວ່າ​ພຣະອົງ​ບໍ?


ການ​ຂາບໄຫວ້​ຮູບພະ​ຂອງ​ພວກເຂົາ​ນັ້ນ ໄດ້​ເຮັດ​ໃຫ້​ພຣະອົງ​ຊົງ​ຫວງແຫນ; ຄວາມ​ຊົ່ວຊ້າ​ທີ່​ພວກເຂົາ​ໄດ້​ກະທຳ ໄດ້​ເຮັດ​ໃຫ້​ພຣະອົງ​ຕ້ອງ​ໂກດຮ້າຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka