Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 7:17 - ພຣະຄຳພີສັກສິ

17 ເຈົ້າ​ບໍ່​ເຫັນ​ສິ່ງ​ທີ່​ພວກເຂົາ​ກຳລັງ​ເຮັດ​ໃນ​ເມືອງ​ຂອງ​ຢູດາຍ ແລະ​ທີ່​ທ້ອງ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ​ບໍ?

Uka jalj uñjjattʼäta Copia luraña




ເຢເຣມີຢາ 7:17
11 Jak'a apnaqawi uñst'ayäwi  

ເຮົາ​ຈະ​ລົງໂທດ​ປະຊາຊົນ​ຂອງເຮົາ ເພາະ​ພວກເຂົາ​ໄດ້​ເຮັດ​ບາບ; ພວກເຂົາ​ໄດ້​ປະຖິ້ມ​ເຮົາ​ໂດຍ​ເຜົາ​ເຄື່ອງບູຊາ​ຖວາຍ​ແກ່​ບັນດາ​ພະອື່ນໆ ແລະ​ສ້າງ​ຮູບເຄົາຣົບ​ເພື່ອ​ຂາບໄຫວ້.


ພວກເຂົາ​ຈະ​ຢຶດ​ເມືອງ​ແລະ​ຈູດ​ເຜົາ​ເມືອງ​ຖິ້ມ. ພວກເຂົາ​ຈະ​ຈູດ​ເມືອງ ພ້ອມ​ກັບ​ເຮືອນ​ຂອງ​ປະຊາຊົນ​ຜູ້​ທີ່​ເຮັດ​ໃຫ້​ເຮົາ​ໂກດຮ້າຍ ໂດຍ​ເຜົາ​ເຄື່ອງຫອມ​ໃຫ້​ພະບາອານ​ທີ່​ເທິງ​ຫລັງຄາ ແລະ​ໂດຍ​ເທ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ບັນດາ​ພະອື່ນ.


ຍ້ອນ​ຄວາມຊົ່ວ​ທັງໝົດ​ທີ່​ປະຊາຊົນ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ໄດ້​ກະທຳ​ຮ່ວມ​ກັບ​ບັນດາ​ກະສັດ ແລະ​ພວກ​ເຈົ້ານາຍ ພວກ​ປະໂຣຫິດ ແລະ​ພວກ​ຜູ້ທຳນວາຍ.


ພວກເຮົາ​ຈະ​ເຮັດ​ທຸກສິ່ງ​ຕາມ​ທີ່​ພວກເຮົາ​ເວົ້າ​ວ່າ​ຈະ​ເຮັດ. ພວກເຮົາ​ຈະ​ຖວາຍບູຊາ​ແກ່​ເຈົ້າແມ່​ແຫ່ງ​ສະຫວັນ​ຂອງ​ພວກເຮົາ ແລະ​ພວກເຮົາ​ຈະ​ຖອກ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ນາງ ດັ່ງ​ທີ່​ພວກເຮົາ​ແລະ​ບັນພະບຸລຸດ​ຂອງ​ພວກເຮົາ, ບັນດາ​ກະສັດ​ແລະ​ພວກ​ເຈົ້ານາຍ​ຂອງ​ພວກເຮົາ, ເຄີຍ​ໄດ້​ເຮັດ​ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ ແລະ​ຕາມ​ທ້ອງ​ຖະໜົນ​ຫົນທາງ​ທີ່​ນະຄອນ​ເຢຣູຊາເລັມ​ນັ້ນ. ແລ້ວ​ພວກເຮົາ​ກໍ​ເຄີຍ​ມີ​ອາຫານ​ການກິນ​ຢ່າງ​ຫລວງຫລາຍ ພວກເຮົາ​ເຄີຍ​ຈະເລີນ​ຮຸ່ງເຮືອງ ແລະ​ທັງ​ບໍ່ໄດ້​ມີ​ຄວາມ​ເດືອດຮ້ອນ​ຫຍັງ​ເລີຍ.


ເຮົາ​ໄດ້​ສືບຕໍ່​ສົ່ງ​ພວກ​ຜູ້ທຳນວາຍ ຄື​ຜູ້ຮັບໃຊ້​ຂອງເຮົາ​ມາ​ຫາ​ພວກເຈົ້າ ເພື່ອ​ບອກ​ພວກເຈົ້າ​ບໍ່​ໃຫ້​ເຮັດ​ສິ່ງ​ທີ່​ໜ້າກຽດຊັງ​ທີ່​ເຮົາ​ບໍ່​ມັກ​ນັ້ນ.


ດັ່ງນັ້ນ ເຮົາ​ຈຶ່ງ​ເທ​ຄວາມ​ໂກດຮ້າຍ ແລະ​ຄວາມ​ໂກດເຄືອງ​ຂອງເຮົາ ໃສ່​ເມືອງ​ຂອງ​ຢູດາຍ ແລະ​ໃສ່​ຕາມ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ ແລະ​ເຮົາ​ກໍ​ຈູດ​ເມືອງ​ເຫຼົ່ານີ້​ຖິ້ມ​ໝົດ. ເມືອງ​ເຫຼົ່ານັ້ນ​ໄດ້​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ ແລະ​ກາຍເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ ດັ່ງ​ທີ່​ເປັນ​ຢູ່​ໃນ​ທຸກ​ວັນ​ນີ້.


ເຢເຣມີຢາ​ເອີຍ ຈົ່ງ​ທົດສອບ​ເບິ່ງ​ປະຊາຊົນ​ຂອງເຮົາ​ດູ ດັ່ງ​ເຈົ້າ​ທົດລອງ​ໂລຫະ ແລະ​ເບິ່ງ​ວ່າ​ມັນ​ເປັນ​ຢ່າງໃດ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ເຢເຣມີຢາ​ເອີຍ ຢ່າ​ພາວັນນາ​ອະທິຖານ​ສຳລັບ​ປະຊາຊົນ​ເຫຼົ່ານີ້​ເລີຍ. ຢ່າ​ຮ້ອງໄຫ້​ຫລື​ພາວັນນາ​ອະທິຖານ​ເພື່ອ​ພວກເຂົາ; ຢ່າ​ຂໍຮ້ອງ​ເຮົາ​ເພາະ​ເຮົາ​ຈະ​ບໍ່​ຟັງ​ເຈົ້າ.


ພວກ​ເດັກນ້ອຍ​ຊອກ​ຫາ​ຟືນ​ມາ, ພວກ​ຜູ້ຊາຍ​ດັງ​ໄຟ​ຂຶ້ນ ແລະ​ພວກຜູ້ຍິງ​ນັ້ນ​ນວດ​ແປ້ງ​ເຮັດ​ເຂົ້າໜົມ​ຫວານ​ເພື່ອ​ຖວາຍ​ໃຫ້​ເຈົ້າແມ່ ທີ່​ພວກເຂົາ​ເອີ້ນ​ວ່າ, ເຈົ້າຍິງ​ແຫ່ງ​ສະຫວັນ. ພວກເຂົາ​ເທ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ບັນດາ​ພະອື່ນ ເພື່ອ​ເຮັດ​ໃຫ້​ເຮົາ​ເຈັບຊໍ້າ​ໜຳໃຈ.


ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ ທຸກສິ່ງ​ທີ່​ເຮົາ​ໄດ້​ເຮັດ​ນັ້ນ​ມີ​ເຫດຜົນ​ດີ​ທັງໝົດ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka