Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 7:16 - ພຣະຄຳພີສັກສິ

16 ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ເຢເຣມີຢາ​ເອີຍ ຢ່າ​ພາວັນນາ​ອະທິຖານ​ສຳລັບ​ປະຊາຊົນ​ເຫຼົ່ານີ້​ເລີຍ. ຢ່າ​ຮ້ອງໄຫ້​ຫລື​ພາວັນນາ​ອະທິຖານ​ເພື່ອ​ພວກເຂົາ; ຢ່າ​ຂໍຮ້ອງ​ເຮົາ​ເພາະ​ເຮົາ​ຈະ​ບໍ່​ຟັງ​ເຈົ້າ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 7:16
14 Jak'a apnaqawi uñst'ayäwi  

ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ ເປັນ​ຜູ້​ບັນຊາການ ຊາວ​ເກເຣັດ​ແລະ​ຊາວ​ເປເລັດ​ທະຫານ​ປ້ອງກັນ​ຕົວ​ຂອງ​ກະສັດ​ດາວິດ ແລະ​ບັນດາ​ລູກຊາຍ​ຂອງ​ກະສັດ​ດາວິດ​ເປັນ​ປະໂຣຫິດ.


ບັດນີ້​ເຮົາ​ໃຈຮ້າຍ​ໃຫ້​ພວກເຂົາ​ແລ້ວ ແລະ​ເຮົາ​ຈະ​ທຳລາຍ​ພວກເຂົາ​ຖິ້ມ​ໝົດ. ຢ່າ​ພະຍາຍາມ​ຫ້າມ​ເຮົາ​ໄວ້​ເລີຍ. ແລ້ວ​ເຮົາ​ກໍ​ຈະ​ເຮັດ​ໃຫ້​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ ກາຍເປັນ​ຊົນຊາດ​ໃຫຍ່.”


ເມື່ອ​ພວກເຈົ້າ​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຫາ​ເຮົາ, ເຮົາ​ກໍ​ຈະ​ບໍ່​ຫລຽວເບິ່ງ​ພວກເຈົ້າ. ແມ່ນ​ວ່າ​ພວກເຈົ້າ​ຈະ​ພາວັນນາ​ອະທິຖານ​ຢ່າງໃດ​ກໍຕາມ ເຮົາ​ກໍ​ຈະ​ບໍ່​ຟັງ​ເພາະ​ມື​ພວກເຈົ້າ​ເປິເປື້ອນ​ດ້ວຍ​ເລືອດ.


ເຢເຣມີຢາ​ເອີຍ ເຈົ້າ​ຢ່າ​ພາວັນນາ​ອະທິຖານ ຫລື​ຂໍຮ້ອງ​ນຳ​ເຮົາ​ເພື່ອ​ປະຊາຊົນ​ເຫຼົ່ານີ້​ເລີຍ. ເມື່ອ​ພວກເຂົາ​ຕົກທຸກ​ໄດ້ຍາກ ແລະ​ຮ້ອງຂໍ​ເຮົາ​ໃຫ້​ຊ່ວຍເຫລືອ ເຮົາ​ຈະ​ບໍ່​ຟັງ​ສຽງ​ຂອງ​ພວກເຂົາ.”


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຖິງ​ແມ່ນ​ວ່າ​ໂມເຊ​ກັບ​ຊາມູເອນ​ຢືນ​ຮ້ອງຂໍ​ນຳ​ເຮົາ​ຢູ່​ທີ່​ນີ້; ເຮົາ​ກໍ​ຈະ​ບໍ່ມີ​ໃຈ​ເມດຕາ​ຕໍ່​ປະຊາຊົນ​ເຫຼົ່ານີ້​ເລີຍ. ຈົ່ງ​ໄລ່​ພວກເຂົາ​ໜີໄປ; ຈົ່ງ​ໃຫ້​ພວກເຂົາ​ໜີ​ພົ້ນ​ໄປ​ຈາກ​ສາຍຕາ​ຂອງເຮົາ​ສາ.


ພວກເຈົ້າ​ເປັນ​ປະຊາຊົນ​ທີ່​ໄດ້​ປະຖິ້ມ​ເຮົາ​ໄປ ພວກເຈົ້າ​ໄດ້​ຫັນ​ຫລັງ​ໃຫ້​ແກ່​ເຮົາ​ສາ​ແລ້ວ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ ສະນັ້ນ ເຮົາ​ຈຶ່ງ​ກ້າວ​ອອກ​ຢຽບ​ພວກເຈົ້າ​ໃຫ້​ໝຸ່ນ​ໝົດ ເພາະ​ເຮົາ​ເມື່ອຍ​ອົດ​ທີ່​ບໍ່​ໂກດຮ້າຍ​ພວກເຈົ້າ​ແລ້ວ.


ພວກເຂົາ​ຈະ​ເຮັດ​ການຮ້າຍ​ຕອບແທນ​ການດີ​ຊັ້ນບໍ? ດ້ວຍວ່າ, ພວກເຂົາ​ຍັງ​ຂຸດ​ຫລຸມ​ໄວ້​ດັກຈັບ​ຂ້ານ້ອຍ​ຢູ່. ໂຜດ​ລະນຶກເຖິງ​ຂ້ານ້ອຍ​ທີ່​ໄດ້​ມາ​ຫາ​ພຣະອົງ ແລະ​ເວົ້າ​ສຳລັບ​ພວກເຂົາ ເພື່ອ​ພຣະອົງ​ຈະ​ບໍ່ໄດ້​ກະທຳ​ຕໍ່​ພວກເຂົາ​ດ້ວຍ​ຄວາມ​ໂກດຮ້າຍ.


ສະນັ້ນ ແຜ່ນດິນ​ໂລກ​ຈຶ່ງ​ຈະ​ໄວ້ທຸກ​ກັນ ແລະ​ໃນ​ຟ້າ​ສະຫວັນ​ທົ່ວໄປ​ກໍ​ຈະ​ມືດມົວ​ໄປສິ້ນ. ເຮົາ​ກ່າວ​ໄປ​ແລ້ວ​ຈະ​ບໍ່ມີ​ການ​ປ່ຽນໃຈ ເມື່ອ​ເຮົາ​ໄດ້​ຕັດສິນໃຈ​ຈະ​ບໍ່ມີ​ການ​ປ່ຽນແປງ​ອີກ.


ເຈົ້າ​ບໍ່​ເຫັນ​ສິ່ງ​ທີ່​ພວກເຂົາ​ກຳລັງ​ເຮັດ​ໃນ​ເມືອງ​ຂອງ​ຢູດາຍ ແລະ​ທີ່​ທ້ອງ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ​ບໍ?


ເມື່ອ​ເວລາ​ມາ​ເຖິງ ພວກເຈົ້າ​ຈະ​ຮ້ອງ​ຫາ​ພຣະເຈົ້າຢາເວ; ແຕ່​ພຣະອົງ​ຈະ​ບໍ່​ຕອບ​ພວກເຈົ້າ. ພຣະອົງ​ຈະ​ບໍ່​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຈົ້າ ກໍ​ເພາະ​ພວກເຈົ້າ​ໄດ້​ປະພຶດ​ຊົ່ວ.


ຢ່າ​ພະຍາຍາມ​ຢັບຢັ້ງ​ເຮົາ​ໄວ້. ເຮົາ​ຕັ້ງໃຈ​ຈະ​ທຳລາຍ​ພວກເຂົາ ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ລະນຶກເຖິງ​ພວກເຂົາ​ອີກ​ຕໍ່ໄປ. ແລ້ວ​ເຮົາ​ກໍ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ພໍ່​ຂອງ​ຊາດ​ໜຶ່ງ ທີ່​ຍິ່ງໃຫຍ່​ແລະ​ມີ​ອຳນາດ​ຫລາຍກວ່າ​ພວກເຂົາ.’


ຖ້າ​ຜູ້ໃດ​ເຫັນ​ພີ່ນ້ອງ​ຂອງຕົນ​ເຮັດ​ບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມ​ຕາຍ ຜູ້ນັ້ນ​ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ ແລ້ວ​ພຣະອົງ​ຈະ​ຊົງ​ໂຜດ​ປະທານ​ຊີວິດ​ໃຫ້​ແກ່​ຜູ້​ທີ່​ເຮັດ​ບາບ​ທີ່​ບໍ່​ນຳ​ໄປ​ສູ່​ຄວາມ​ຕາຍ​ນັ້ນ, ແຕ່​ຜິດບາບ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ​ກໍ​ມີ​ຢູ່ ເຮົາ​ບໍ່ໄດ້​ເວົ້າ​ວ່າ​ໃຫ້​ພາວັນນາ​ອະທິຖານ​ໃນ​ເລື່ອງ​ຜິດບາບ​ຢ່າງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka