15 ເຮົາຈະຂັບໄລ່ພວກເຈົ້າອອກໄປໃຫ້ຫ່າງຈາກສາຍຕາຂອງເຮົາ ດັ່ງທີ່ໄດ້ເຮັດກັບຊາວເອຟຣາອິມ ພີ່ນ້ອງຂອງເຈົ້າ.”
ຈົນໃນທີ່ສຸດ ພຣະເຈົ້າຢາເວໄດ້ຂັບໄລ່ພວກເຂົາໃຫ້ໜີຫ່າງຈາກສາຍຕາຂອງພຣະອົງ, ຕາມທີ່ພຣະອົງໄດ້ຕັກເຕືອນໄວ້ຜ່ານທາງຜູ້ທຳນວາຍຜູ້ຮັບໃຊ້ຂອງພຣະອົງ. ດັ່ງນັ້ນ ປະຊາຊົນອິດສະຣາເອນຈຶ່ງໄດ້ຖືກກວາດໄປເປັນຊະເລີຍທີ່ອັດຊີເຣຍ ຈົນເຖິງເທົ່າທຸກວັນນີ້.
ພຣະເຈົ້າຢາເວໄດ້ໂກດຮ້າຍປະຊາຊົນເຢຣູຊາເລັມແລະຢູດາຢ່າງໜັກ; ສະນັ້ນ ພຣະອົງຈຶ່ງຂັບໄລ່ພວກເຂົາໃຫ້ໜີພົ້ນຈາກສາຍຕາຂອງພຣະອົງ.
ມີປະຊາຊົນຫລາຍຄົນຈາກເຜົ່າເອຟຣາອິມ, ມານາເຊ ແລະຊີເມໂອນໄດ້ມາເຂົ້າກັບຝ່າຍອາສາ ແລະພວກເຂົາກໍໄດ້ອາໄສຢູ່ໃນອານາຈັກຂອງເພິ່ນ ຍ້ອນພວກເຂົາເຫັນວ່າພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນໄດ້ສະຖິດຢູ່ກັບເພິ່ນ. ອາສາໄດ້ເອີ້ນຄົນທັງໝົດນັ້ນມາ ພ້ອມດ້ວຍຊາວຢູດາແລະຊາວເບັນຢາມິນ.
ຂໍຢ່າຂັບໄລ່ໃຫ້ໜີໄປຈາກບ່ອນທີ່ພຣະອົງສະຖິດ ແລະຢ່າຖອນພຣະວິນຍານບໍຣິສຸດຂອງພຣະອົງໄປຈາກຂ້ານ້ອຍ.
ແມ່ນແຕ່ກ່ອນເວລານັ້ນມາເຖິງ ດິນແດນຂອງກະສັດທັງສອງທີ່ເຈົ້າຢ້ານກົວນັ້ນກໍຈະຮົກຮ້າງເພພັງ.
ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, “ເຖິງແມ່ນວ່າໂມເຊກັບຊາມູເອນຢືນຮ້ອງຂໍນຳເຮົາຢູ່ທີ່ນີ້; ເຮົາກໍຈະບໍ່ມີໃຈເມດຕາຕໍ່ປະຊາຊົນເຫຼົ່ານີ້ເລີຍ. ຈົ່ງໄລ່ພວກເຂົາໜີໄປ; ຈົ່ງໃຫ້ພວກເຂົາໜີພົ້ນໄປຈາກສາຍຕາຂອງເຮົາສາ.
ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, “ເຢເຣມີຢາເອີຍ ເມື່ອຜູ້ໃດໃນປະຊາຊົນຂອງເຮົາ ຫລືຜູ້ທຳນວາຍຄົນໃດ ຫລືປະໂຣຫິດຄົນໃດຖາມເຈົ້າວ່າ, ‘ພຣະເຈົ້າຢາເວໄດ້ກ່າວຢ່າງໃດ?’ ໃຫ້ເຈົ້າຕອບຄົນນັ້ນວ່າ, ‘ເຈົ້າເປັນພາລະໜັກ ໃຫ້ແກ່ພຣະເຈົ້າຢາເວ ແລະພຣະອົງກໍຈະກຳຈັດເຈົ້າເສຍ.’
ແນ່ນອນເຮົາຈະຢິບຜູ້ນັ້ນຂຶ້ນ ແລະໂຍນພວກເຂົາໃຫ້ໜີໄປໄກຈາກເຮົາ ລວມທັງພວກເຂົາແລະນະຄອນທີ່ເຮົາໄດ້ມອບໃຫ້ແກ່ພວກເຂົາ ແລະບັນພະບຸລຸດຂອງພວກເຂົາດ້ວຍ.
ຢູດາໄດ້ເຫັນເຊັ່ນກັນວ່າ ເຮົາໄດ້ປະຮ້າງອິດສະຣາເອນ ແລະ ສົ່ງນາງໜີໄປເພາະນາງໄດ້ຫັນໜີຈາກເຮົາໄປເປັນຍິງແມ່ຈ້າງ. ແຕ່ຢູດາ ນ້ອງສາວຜູ້ທີ່ບໍ່ສັດຊື່ຂອງອິດສະຣາເອນບໍ່ໄດ້ຢ້ານກົວເລີຍ. ນາງເປັນຍິງແມ່ຈ້າງເຊັ່ນດຽວກັນ
ພຣະເຈົ້າຢາເວໂກດຮ້າຍຕໍ່ຊາວເຢຣູຊາເລັມ ແລະຢູດາ ຈົນພຣະອົງໄດ້ເນລະເທດພວກເຂົາໜີໄປໃຫ້ພົ້ນຈາກສາຍຕາຂອງພຣະອົງ. ເຈົ້າເຊເດກີຢາໄດ້ກະບົດຕໍ່ກະສັດເນບູກາດເນັດຊາແຫ່ງບາບີໂລນ
ຈົ່ງຟັງສຽງຮ້ອງໄຫ້ທີ່ເທິງພູເຂົາຊີໂອນວ່າ, “ພວກເຮົາຖືກອັບອາຍທີ່ສຸດ ໄພພິບັດມາຮອດ ພວກເຮົາຈຳຕ້ອງໜີຈາກດິນແດນຂອງພວກເຮົາໄປ ບ້ານເຮືອນຂອງພວກເຮົາກໍຖືກທຳລາຍລົງກ້ຽງ.”
ເຈົ້າໄດ້ກະທຳຕາມແບບຢ່າງຂອງເອື້ອຍເຈົ້າ; ເພາະສະນັ້ນ ເຮົາຈຶ່ງຈະມອບຈອກແຫ່ງການລົງໂທດຢ່າງດຽວກັນນັ້ນໃຫ້ເຈົ້າໄດ້ດື່ມ.”
ຈົ່ງບອກພວກເຂົາເຖິງສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ: ‘ພວກເຈົ້າກິນຊີ້ນທີ່ຍັງມີເລືອດຢູ່. ພວກເຈົ້າຂາບໄຫວ້ບັນດາຮູບເຄົາຣົບ. ພວກເຈົ້າຂ້າຄົນ. ແມ່ນຫຍັງທີ່ເຮັດໃຫ້ພວກເຈົ້າຄິດວ່າ ດິນແດນນັ້ນເປັນຂອງພວກເຈົ້າ?
ພຣະເຈົ້າຢາເວໄດ້ກ່າວແກ່ລາວວ່າ, “ຈົ່ງຕັ້ງຊື່ໃຫ້ລາວວ່າ, ‘ຢິດຊະເຣນ’ ເພາະຍັງອີກບໍ່ດົນເຮົາຈະລົງໂທດກະສັດແຫ່ງອິດສະຣາເອນເນື່ອງຈາກວ່າເຢຮູ ບັນພະບຸລຸດຂອງລາວໄດ້ຂ້າຫລາຍຄົນທີ່ຢິດຊະເຣນ. ເຮົາຈະເຮັດໃຫ້ເຊື້ອວົງຂອງເຢຮູ ສິ້ນສຸດລົງ.
ທຸກສິ່ງທີ່ປະຊາຊົນເອຟຣາອິມໄດ້ປະພຶດ ຕັ້ງແຕ່ເຊົ້າຈົນຄໍ່ານັ້ນ ລ້ວນແຕ່ບໍ່ມີປະໂຫຍດ ແລະສູນເສຍໄປທັງນັ້ນ. ການຫັກຫລັງແລະການກະທຳອັນຮຸນແຮງ ມີເພີ່ມຂຶ້ນໃນທ່າມກາງພວກເຂົາ. ພວກເຂົາເຮັດຂໍ້ຕົກລົງກັບອັດຊີເຣຍ ແລະເຮັດທຸລະກິດກັບປະເທດເອຢິບ.
ຊາມາເຣຍຕ້ອງຮັບໂທດ ຍ້ອນເປັນກະບົດຕໍ່ສູ້ເຮົາ. ຊາວຊາມາເຣຍຈະຕາຍໃນສົງຄາມ; ພວກແອນ້ອຍຈະຖືກໂຍນລົງດິນ ແລະພວກແມ່ມານກໍຈະຖືກຂ້າດ້ວຍການແຫກທ້ອງ.”
ເຄາະກຳມາເຖິງພວກເຂົາແລ້ວ ພວກເຂົາໄດ້ປະຖິ້ມເຮົາໄປ ແລະກະບົດຕໍ່ສູ້ເຮົາ. ພວກເຂົາຈະຖືກທຳລາຍ. ເຮົາຢາກໄຖ່ພວກເຂົາໃຫ້ພົ້ນ ແຕ່ພວກເຂົາກ່າວຄຳຕົວະຕໍ່ສູ້ເຮົາ.
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍເຫັນພວກເດັກນ້ອຍຖືກຕາມລ່າ ແລະຖືກຂ້າຖິ້ມ.
ປະຊາຊົນອິດສະຣາເອນຈະບໍ່ໄດ້ຢູ່ໃນດິນແດນຂອງພຣະເຈົ້າຢາເວອີກຕໍ່ໄປ, ແຕ່ພວກເຂົາຈະຕ້ອງກັບຄືນໄປປະເທດເອຢິບ ແລະກິນອາຫານທີ່ຫວງຫ້າມໃນອັດຊີເຣຍ.
ພວກເຂົາເຮັດຊົ່ວຮ້າຍຫລາຍຈົນບໍ່ມີທາງຊ່ວຍ ດັ່ງທີ່ພວກເຂົາໄດ້ເຮັດທີ່ກີເບອາ. ພຣະເຈົ້າຈະຈົດຈຳບາບຂອງພວກເຂົາ ແລະລົງໂທດພວກເຂົາໃຫ້ສົມໃຈ.
ຂ້ານ້ອຍຄິດວ່າຖືກກຳຈັດຈາກພຣະອົງໄປ ແລະຄົງບໍ່ໄດ້ເຫັນພຣະວິຫານອັນສັກສິດຕໍ່ໄປແລ້ວ.