ເຢເຣມີຢາ 7:13 - ພຣະຄຳພີສັກສິ13 ພວກເຈົ້າເອງກໍໄດ້ເຮັດບາບເຫຼົ່ານີ້ທັງໝົດຄືກັນ, ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. ເຖິງແມ່ນວ່າເຮົາໄດ້ບອກພວກເຈົ້າຫລາຍເທື່ອແລ້ວກໍຕາມ; ແຕ່ພວກເຈົ້າກໍບໍ່ຍອມຟັງເຮົາ. ພວກເຈົ້າບໍ່ຂານຕອບເມື່ອເຮົາເອີ້ນຫາພວກເຈົ້າ. Uka jalj uñjjattʼäta |
ເປັນຫຍັງປະຊາຊົນຂອງເຮົາຈຶ່ງບໍ່ຍອມຕອບນໍ ເມື່ອເຮົາມາຊ່ວຍກູ້ເອົາພວກເຂົາເຈົ້າ. ເມື່ອເຮົາເອີ້ນຫາ ເປັນຫຍັງພວກເຂົາຈຶ່ງບໍ່ຕອບນໍ? ຫລືວ່າເຮົາອ່ອນແອຫຼາຍທີ່ຈະຊ່ວຍໃຫ້ພົ້ນ? ເຮົາສັ່ງຄຳດຽວເທົ່ານັ້ນ ນໍ້າໃນທະເລກໍແຫ້ງລົງ ແລະແມ່ນໍ້ານັ້ນກໍກາຍເປັນຖິ່ນແຫ້ງແລ້ງ ແລ້ວຝູງປາໃນແມ່ນໍ້ານັ້ນກໍຈະຕາຍໄປ ຍ້ອນນໍ້າໃນລຳທານບໍ່ມີເສຍແລ້ວ.
ພຣະເຈົ້າຢາເວກ່າວວ່າ, “ເສື້ອຊ້ອນຮັດກາຍດີສັນໃດ ເຮົາກໍຢາກໃຫ້ປະຊາຊົນອິດສະຣາເອນແລະຢູດາທັງໝົດເຂົ້າສະໜິດກັບເຮົາດີສັນນັ້ນ. ເຮົາໄດ້ເຮັດເຊັ່ນນີ້ເພື່ອພວກເຂົາຈະໄດ້ເປັນປະຊາຊົນຂອງເຮົາ ຄືຜູ້ທີ່ໃຫ້ຄຳຍ້ອງຍໍສັນລະເສີນ ແລະນຳກຽດສັກສີມາສູ່ນາມຂອງເຮົາ; ແຕ່ພວກເຂົາບໍ່ເຊື່ອຟັງເຮົາ.”
ເຮົາໄດ້ສືບຕໍ່ສົ່ງຜູ້ທຳນວາຍທຸກຄົນ ຜູ້ຮັບໃຊ້ຂອງເຮົາມາຫາພວກເຈົ້າ ແລະບອກພວກເຈົ້າໃຫ້ຫັນໜີຈາກວິທີດຳເນີນຊີວິດອັນຊົ່ວຊ້າ ແລະມາເຮັດໃນສິ່ງທີ່ຖືກຕ້ອງ. ພວກເຂົາໄດ້ເຕືອນພວກເຈົ້າບໍ່ໃຫ້ຂາບໄຫວ້ ແລະຮັບໃຊ້ບັນດາພະອື່ນ ເພື່ອພວກເຈົ້າຈະໄດ້ອາໄສຢູ່ໃນດິນແດນ ທີ່ເຮົາໄດ້ມອບໃຫ້ພວກເຈົ້າ ແລະບັນພະບຸລຸດຂອງພວກເຈົ້ານັ້ນ. ແຕ່ພວກເຈົ້າບໍ່ຟັງເຮົາກ່າວຫລືເອົາໃຈໃສ່ຕໍ່ເຮົາ.
ສະນັ້ນ ບັດນີ້ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນຈຶ່ງກ່າວວ່າ, ‘ເຮົາຈະນຳເອົາການທຳລາຍທັງໝົດ ທີ່ເຮົາໄດ້ສັນຍາໄວ້ນັ້ນ ມາສູ່ປະຊາຊົນຢູດາຍ ແລະຊາວນະຄອນເຢຣູຊາເລັມ. ເຮົາຈະເຮັດເຊັ່ນນີ້ເພາະພວກເຈົ້າບໍ່ໄດ້ເຊື່ອຟັງ ເມື່ອເຮົາໄດ້ກ່າວແກ່ພວກເຈົ້າ ແລະພວກເຈົ້າບໍ່ໄດ້ຂານຕອບເມື່ອເຮົາໄດ້ເອີ້ນຫາພວກເຈົ້າ.”’