ເຢເຣມີຢາ 7:10 - ພຣະຄຳພີສັກສິ10 ເຮົາກຽດຊັງການກະທຳເຫຼົ່ານີ້ຂອງພວກເຈົ້າ ແລະພວກເຈົ້າກໍມາຢືນຢູ່ຊ້ອງໜ້າເຮົາໃນພຣະວິຫານໂດຍເວົ້າວ່າ, ‘ພວກເຮົາປອດໄພ.’ Uka jalj uñjjattʼäta |
ເພິ່ນຍັງເອົາເທວະຮູບມາໄວ້ໃນວິຫານຂອງພຣະເຈົ້າ ບ່ອນທີ່ພຣະເຈົ້າໄດ້ກ່າວແກ່ດາວິດແລະໂຊໂລໂມນລູກຊາຍຂອງເພິ່ນວ່າ, “ໃນນະຄອນເຢຣູຊາເລັມ ຄືໃນວິຫານນີ້ ແມ່ນບ່ອນທີ່ເຮົາໄດ້ເລືອກເອົາໃນທ່າມກາງເຂດແດນທັງໝົດ ໃນສິບສອງເຜົ່າຂອງຊາດອິດສະຣາເອນ ໃຫ້ເປັນບ່ອນທີ່ນາມຊື່ຂອງເຮົາຈະຕັ້ງຢູ່ຕະຫລອດໄປ.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ບັດນີ້ ຊາວອິດສະຣາເອນທັງໝົດເອີຍ ຈົ່ງປະພຶດຕົນໃຫ້ເໝາະສົມສາ ຈົ່ງຮັບໃຊ້ບັນດາຮູບເຄົາຣົບຂອງພວກເຈົ້າຕໍ່ໄປ ແຕ່ເຮົາຂໍເຕືອນພວກເຈົ້າວ່າ ຫລັງຈາກນີ້ແລ້ວພວກເຈົ້າຈະຕ້ອງເຊື່ອຟັງເຮົາ ແລະເຊົາລົບຫລູ່ນາມອັນສັກສິດຂອງເຮົາ ໂດຍຢຸດຖວາຍບູຊາແກ່ບັນດາຮູບເຄົາຣົບຂອງພວກເຈົ້າ.
ຂ້າແດ່ພຣະເຈົ້າຂອງຂ້ານ້ອຍເອີຍ ໂຜດຟັງພວກຂ້ານ້ອຍ ໂຜດຫລຽວເບິ່ງພວກຂ້ານ້ອຍ ແລະໂຜດເບິ່ງຄວາມຍາກລຳບາກທີ່ພວກຂ້ານ້ອຍກຳລັງປະເຊີນຢູ່ ພ້ອມທັງຄວາມທົນທຸກໃນເມືອງທີ່ຮັບເອົານາມພຣະອົງດ້ວຍ. ພວກຂ້ານ້ອຍກຳລັງພາວັນນາອະທິຖານຫາພຣະອົງ ບໍ່ແມ່ນຍ້ອນພວກຂ້ານ້ອຍກະທຳໃນສິ່ງທີ່ຖືກຕ້ອງ ແຕ່ຍ້ອນພຣະອົງມີຄວາມເມດຕາ.