Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 6:9 - ພຣະຄຳພີສັກສິ

9 ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້: “ຊາດ​ອິດສະຣາເອນ​ຈະ​ຖືກ​ກວາດລ້າງ​ໃຫ້​ກ້ຽງ ດັ່ງ​ສວນອະງຸ່ນ​ທີ່​ຖືກ​ຄົນ​ເກັບເລັມ​ໃຫ້​ຈົນກ້ຽງ. ດັ່ງນັ້ນ ເຈົ້າ​ຕ້ອງ​ຊ່ວຍກູ້​ເອົາ​ທຸກໆຄົນ ເທົ່າທີ່ຈະ​ຊ່ວຍ​ໄດ້​ໃນ​ເມື່ອ​ຍັງ​ມີ​ເວລາ​ຢູ່.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 6:9
7 Jak'a apnaqawi uñst'ayäwi  

ເຮົາ​ໄດ້​ຕັ້ງ​ເວລາ​ໄວ້​ແລ້ວ ເພື່ອ​ນຳ​ເອົາ​ຄວາມ​ຈິບຫາຍ​ມາ​ສູ່​ຊາວ​ອານາທົດ ແລະ​ເມື່ອ​ເວລາ​ນັ້ນ​ມາເຖິງ ຈະ​ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ລອດຊີວິດ​ຢູ່​ເລີຍ.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ກຳລັງ​ຈະ​ສົ່ງ​ຄົນ​ຈັບປາ​ຫລາຍ​ຄົນ ມາ​ຈັບ​ປະຊາຊົນ​ເຫຼົ່ານີ້. ແລ້ວ​ເຮົາ​ກໍ​ຈະ​ສົ່ງ​ນາຍພານ​ຫລາຍ​ຄົນ ມາ​ໂຫ່​ພວກເຂົາ​ລົງ​ຈາກ​ເທິງ​ພູເຂົາ ແລະ​ເນີນພູ​ທຸກໜ່ວຍ ແລະ​ເຂົ້າ​ໄປ​ໃນ​ຖໍ້າ​ແລະ​ໃນ​ໂງ່ນຫີນ.


ເມື່ອ​ຄົນ​ເກັບ​ໝາກອະງຸ່ນ​ປະ​ໝາກອະງຸ່ນ​ບາງ​ໜ່ວຍ​ໄວ້​ຕາມ​ເຄືອ; ແລະ​ເມື່ອ​ພວກ​ນັກປຸ້ນ​ມາ​ໃນ​ຕອນ​ກາງຄືນ ພວກເຂົາ​ຈະ​ປຸ້ນ​ເອົາ​ແຕ່​ສິ່ງ​ທີ່​ຕ້ອງການ​ເທົ່ານັ້ນ​ໄປ.


ສ່ວນ​ປະຊາຊົນ​ຂອງ​ຊາດ​ອັນ​ຊົ່ວຮ້າຍ​ທີ່​ຍັງເຫລືອ​ຢູ່​ນີ້ ຄື​ພວກ​ທີ່​ອາໄສ​ຢູ່​ໃນ​ບ່ອນ​ທີ່​ເຮົາ​ໄດ້​ເຮັດ​ໃຫ້​ກະຈັດ​ກະຈາຍ​ໄປ​ນັ້ນ ຈະ​ຢາກ​ຕາຍ​ຫລາຍກວ່າ​ທີ່​ຢາກ​ຈະ​ມີ​ຊີວິດ​ຢູ່.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.


ໃນ​ຂະນະ​ນັ້ນ ມີ​ເທວະດາ​ຕົນ​ອື່ນ​ອີກ ລົງ​ມາ​ຈາກ​ແທ່ນບູຊາ ເປັນ​ຜູ້​ມີ​ໜ້າທີ່​ກຳກັບ​ໄຟ, ເທວະດາ​ຕົນ​ນີ້​ໄດ້​ຮ້ອງ​ສຽງດັງ ບອກ​ເທວະດາ​ຕົນ​ທີ່​ຖື​ກ່ຽວ​ດວງ​ຄົມ​ນັ້ນ​ວ່າ, “ຈົ່ງ​ໃຊ້​ກ່ຽວ​ດວງ​ຄົມ​ຂອງທ່ານ ກ່ຽວ​ພວງ​ໝາກອະງຸ່ນ ຈາກ​ສວນອະງຸ່ນ​ທີ່​ແຜ່ນດິນ​ໂລກ ເພາະ​ໝາກອະງຸ່ນ​ສຸກ​ແລ້ວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka