6 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ສັ່ງໃຫ້ຕັດກົກໄມ້ລົງ ແລະຄູນດິນຂຶ້ນອ້ອມນະຄອນເຢຣູຊາເລັມໄວ້. ພຣະອົງກ່າວວ່າ, “ເຮົາຈະລົງໂທດນະຄອນນີ້ ຍ້ອນເປັນເມືອງທີ່ເຕັມໄປດ້ວຍການກົດຂີ່.
ສິ່ງທີ່ພຣະເຈົ້າຢາເວໄດ້ກ່າວໄວ້ເຖິງກະສັດແຫ່ງອັດຊີເຣຍນັ້ນ ມີດັ່ງນີ້: ລາວຈະບໍ່ໄດ້ເຂົ້າມາໃນນະຄອນນີ້ ຫລືແມ່ນແຕ່ຍິງທະນູລູກດຽວເຂົ້າໄປ. ບໍ່ມີທະຫານຄົນໃດທີ່ຈະຖືໂລ້ເຂົ້າມາໃກ້ ແລະຈະບໍ່ມີຜູ້ໃດສ້າງສິ່ງປິດລ້ອມນະຄອນ.
ເມື່ອໃດຂ້ານ້ອຍກ່າວອອກ ກໍຮ້ອງໄຫ້ທຸກເທື່ອ ແລະຮ້ອງວ່າ, “ຮຸນແຮງ ພິນາດ” ທັງຖືກລໍ້ຫຍໍ້ຫຍັນຕະຫລອດມາ ຂ້າແດ່ພຣະເຈົ້າຢາເວ ເພາະຂ້ານ້ອຍປະກາດຖ້ອຍຄຳຂອງພຣະອົງ.
“ແຕ່ເຈົ້າເຫັນແຕ່ຜົນປະໂຫຍດສ່ວນຕົວ ເຈົ້າກົດຂີ່ຢ່າງຮຸນແຮງປະຊາຊົນຂອງເຈົ້າ. ເຈົ້າເຂັ່ນຂ້າຄົນທີ່ບໍ່ມີຄວາມຜິດຫຍັງ.”
ຊາວບາບີໂລນໄດ້ສ້າງເຄື່ອງປິດລ້ອມເພື່ອຢຶດເອົາເມືອງ ແລະກໍຈະໂຈມຕີເມືອງ. ເສິກສົງຄາມ, ການຕາຍອຶດຕາຍຫິວ ແລະການເຈັບໄຂ້ໄດ້ປ່ວຍ ຈະເຮັດໃຫ້ເມືອງນີ້ຕົກຢູ່ໃນກຳມືຂອງພວກເຂົາ. ພຣະອົງເຫັນໄດ້ວ່າເຫດການທັງໝົດທີ່ພຣະອົງໄດ້ກ່າວນັ້ນຈະກາຍເປັນຈິງ.
ປະຊາຊົນໃນເມືອງນີ້ໄດ້ເຮັດໃຫ້ເຮົາໂກດຮ້າຍ ແລະໂມໂຫ ມາແຕ່ມື້ທີ່ໄດ້ຖືກສ້າງຂຶ້ນມາ. ເຮົາໄດ້ຕັດສິນໃຈທຳລາຍມັນສາແລ້ວ
ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ ເຮືອນທັງຫລາຍຂອງນະຄອນເຢຣູຊາເລັມກັບຣາຊວັງຂອງຢູດາຍຈະຖືກທຳລາຍເນື່ອງຈາກຖືກປິດລ້ອມແລະຖືກໂຈມຕີ.
ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ຍົກກອງທັບທັງໝົດຂອງຕົນ ມາໂຈມຕີນະຄອນເຢຣູຊາເລັມໃນເດືອນທີສິບຂອງປີທີເກົ້າ ໃນຣາຊການຂອງກະສັດເຊເດກີຢາແຫ່ງຢູດາຍ.
ພຣະເຈົ້າຢາເວກ່າວວ່າ, “ເຮົາຈະລົງໂທດພວກເຂົາຕໍ່ສິ່ງເຫຼົ່ານັ້ນ; ເຮົາຈະແກ້ແຄ້ນຊົນຊາດນີ້.
ເພາະເລື່ອງນີ້ ເຮົາຈະບໍ່ຄວນລົງໂທດພວກເຂົາບໍ? ຊົນຊາດບາບດັ່ງນີ້ ຄວນຈະຖືກແກ້ແຄ້ນຫລືບໍ່?
ແລ້ວເພື່ອສະແດງວ່ານະຄອນເຢຣູຊາເລັມຖືກປິດລ້ອມ ໃຫ້ຂຸດຮ່ອງ, ປ້ານດິນເຮັດຄັນຄູ, ເຮັດຄ້າຍ ແລະເຮັດອາວຸດຍິງຕໍ່ສູ້ເພື່ອປິດລ້ອມເມືອງໄວ້.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ຈົ່ງເບິ່ງນະຄອນເຢຣູຊາເລັມພຸ້ນແມ. ເຮົາໄດ້ວາງນາງໄວ້ທີ່ສູນກາງຂອງໂລກ ໂດຍມີບັນດາປະເທດອື່ນທັງໝົດຢູ່ອ້ອມຮອບ.
ສະນັ້ນ ກະສັດແຫ່ງຊີເຣຍຈະປິດລ້ອມເມືອງທີ່ມີປ້ອມປ້ອງກັນ ແລ້ວຢຶດເອົາເມືອງນັ້ນ. ພວກທະຫານເອຢິບຈະເຊົາຕໍ່ສູ້ ແມ່ນແຕ່ທະຫານທີ່ເກັ່ງກ້າທີ່ສຸດກໍບໍ່ແຂງແຮງພໍ.
ເຄາະກຳເປັນຂອງນະຄອນເຢຣູຊາເລັມສາແລ້ວ ຄືເປັນເມືອງທີ່ເສື່ອມເສຍ ແລະເປັນກະບົດ ທີ່ກົດຂີ່ຂົ່ມເຫັງປະຊາຊົນຂອງຕົນເອງ.
ດ້ວຍວ່າ, ເວລາຈະມາເຖິງ ເມື່ອສັດຕູຂອງເຈົ້າຈະຂຸດຄູອ້ອມເຈົ້າ ແລະຕັນເຈົ້າໄວ້ທຸກດ້ານ.