ເຢເຣມີຢາ 6:29 - ພຣະຄຳພີສັກສິ29 ເຕົາຫລອມລຸກໄໝ້ຢ່າງຮ້ອນແຮງແລ້ວ ແຕ່ຂີ້ໝຽງທີ່ຕິດຢູ່ກັບໂລຫະນັ້ນກໍຍັງບໍ່ຂຸລົງ. ມັນບໍ່ມີປະໂຫຍດຫຍັງທີ່ຈະຫລໍ່ຫລອມປະຊາຊົນຂອງເຮົາຂຶ້ນໃໝ່ ເພາະພວກຄົນຊົ່ວເຫຼົ່ານັ້ນຍັງບໍ່ໄດ້ຖືກກຳຈັດໃຫ້ໝົດສິ້ນໄປ. Uka jalj uñjjattʼäta |
ແລ້ວເຮົາກໍຈະທົດສອບເບິ່ງປະຊາຊົນສ່ວນທີສາມ ທີ່ລອດຊີວິດຢູ່ນັ້ນ ແລະເຮົາຈະຫລໍ່ຫລອມພວກເຂົາໃຫ້ບໍຣິສຸດ ດັ່ງເງິນທີ່ຖືກຫລໍ່ຫລອມດ້ວຍໄຟ. ເຮົາຈະທົດສອບເບິ່ງພວກເຂົາ ດັ່ງມະນຸດທົດສອບເບິ່ງຄຳ. ພວກເຂົາຈະພາວັນນາອະທິຖານໃນນາມຊື່ຂອງເຮົາ ແລະເຮົາຈະຕອບພວກເຂົາ. ເຮົາຈະບອກວ່າ, ‘ພວກເຂົາເປັນປະຊາຊົນຂອງເຮົາ.’ ແລະພວກເຂົາກໍຈະກ່າວວ່າ, ‘ພຣະເຈົ້າຢາເວ ເປັນພຣະເຈົ້າຂອງພວກເຮົາ.”’