ເຢເຣມີຢາ 6:26 - ພຣະຄຳພີສັກສິ26 ອົງພຣະຜູ້ເປັນເຈົ້າກ່າວແກ່ປະຊາຊົນຂອງພຣະອົງວ່າ, “ຈົ່ງນຸ່ງເຄື່ອງເຮັດດ້ວຍຜ້າກະສອບເຂົ້າ ແລະກິ້ງເກືອກຢູ່ໃນຂີ້ເຖົ່າໄຟສາ. ຈົ່ງຮ້ອງໄຫ້ໄວ້ທຸກດ້ວຍຄວາມຂົມຂື່ນ ເໝືອນລູກຊາຍຄົນດຽວໄດ້ຕາຍໄປເຖີດ ຍ້ອນຜູ້ທີ່ມາທຳລາຍພວກເຈົ້ານັ້ນຈະໂຈມຕີໃນທັນທີທັນໃດ. Uka jalj uñjjattʼäta |
ຈົ່ງຟັງສຽງທີ່ມາຈາກດິນແດນທີ່ຫ່າງໄກ ຂ້ານ້ອຍໄດ້ຍິນປະຊາຊົນພາກັນຮ້ອງໄຫ້ວ່າ, “ພຣະເຈົ້າຢາເວບໍ່ໄດ້ສະຖິດຢູ່ໃນຊີໂອນຕໍ່ໄປບໍ? ກະສັດແຫ່ງຊີໂອນບໍ່ໄດ້ຢູ່ໃນທີ່ນັ້ນຕໍ່ໄປຫລືນີ້?” ພຣະອົງຄືກະສັດຂອງພວກເຂົາ ໂຕ້ຕອບຄືນວ່າ, “ເປັນຫຍັງພວກເຈົ້າຈຶ່ງເຮັດໃຫ້ເຮົາໂກດຮ້າຍນໍ? ໂດຍພາກັນຂາບໄຫວ້ບັນດາຮູບເຄົາຣົບ ກົ້ມຂາບພະຕ່າງຊາດທີ່ບໍ່ມີປະໂຫຍດຫຍັງ?”
ເຮົາຈະເຮັດໃຫ້ເຊື້ອສາຍຂອງກະສັດດາວິດ ແລະຊາວເຢຣູຊາເລັມຄົນອື່ນໆ ເຕັມໄປດ້ວຍຈິດໃຈເມດຕາ ແລະຮັກການພາວັນນາອະທິຖານ. ພວກເຂົາຈະແນມເບິ່ງຜູ້ທີ່ພວກເຂົາແທງຈົນຕາຍ ແລະພວກເຂົາຈະໄວ້ທຸກໃຫ້ເພິ່ນດັ່ງຄົນທີ່ໄວ້ທຸກໃຫ້ແກ່ລູກຊາຍໂທນຂອງຕົນ. ພວກເຂົາຈະໄວ້ທຸກຢ່າງຂົມຂື່ນ ດັ່ງຄົນທີ່ໄວ້ທຸກໃຫ້ແກ່ລູກຊາຍກົກຂອງຕົນ.