ເຢເຣມີຢາ 6:23 - ພຣະຄຳພີສັກສິ23 ພວກເຂົາຖືໜ້າທະນູກັບດາບ ພວກເຂົາເປັນຄົນຮ້າຍກາດແລະຂາດຄວາມເມດຕາ. ພວກເຂົາຂີ່ມ້າສຽງດັງກຶກກ້ອງ ດັ່ງສຽງຂອງທະເລຄຶກຄະນອງ. ພວກເຂົາຕຽມພ້ອມເຮັດເສິກຕໍ່ສູ້ນະຄອນເຢຣູຊາເລັມ.” Uka jalj uñjjattʼäta |
‘ເຮົາຈະເອີ້ນເອົາຊົນຊາດທັງໝົດຈາກທາງທິດເໜືອມາ ພ້ອມກະສັດເນບູກາດເນັດຊາແຫ່ງບາບີໂລນຜູ້ຮັບໃຊ້ຂອງເຮົາ. ເຮົາຈະນຳພວກເຂົາໄປຕໍ່ສູ້ອານາຈັກຢູດາຍພ້ອມກັບພົນລະເມືອງທັງໝົດ ແລະຕໍ່ສູ້ປະເທດໃກ້ຄຽງທັງໝົດດ້ວຍ. ເຮົາຈະທຳລາຍປະເທດນີ້ ແລະປະເທດໃກ້ຄຽງທັງຫລາຍໃຫ້ຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະເປັນສະພາບຕົກສະທ້ານຢ້ານກົວໃຈຫລາຍເມື່ອໄດ້ພົບເຫັນ. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.